ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເມືອງແກ່ນທ້າວ ພົບຢາໄອສ໌ນໍ້າໜັກ 128 ກິໂລກຼາມ

ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ33 ຄັ້ງ
ປກສ ເມືອງແກ່ນທ້າວ ພົບຢາໄອສ໌ນໍ້າໜັກ 128 ກິໂລກຼາມ
ADadvertisement
ADadvertisement
ADadvertisement

ໃນເວລາ 12 ໂມງ ວັນທີ 2 ມິຖຸນາ 2026 ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງແກ່ນທ້າວ ໄດ້ຮັບການລາຍງານຈາກເຈົ້າໜ້າທີ່ຕໍາຫຼວດດ່ານສາກົນນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີວ່າ: ໄດ້ພົບເຫັນວັດຖຸທີ່ຕ້ອງສົງໄສ ຈໍານວນ 4 ເປົາ ວາງໄວ້ຢູ່ຮ່ອງເໝືອງລະບາຍນໍ້າຈຸດນາໝ້ຽງບ້ານເມືອງໝໍ ເມືອງແກ່ນທ້າວ ຫ່າງຈາກແຄມນໍ້າເຫືອງປະມານ 270 ແມັດ ເຊິ່ງໜ້າກັບທ່າວັດບ້ານນາກະເຊັງ ອໍາເພີທ່າລີ່ ຈັງຫວັດເລີຍ ຣາສະອານາຈັກໄທ.

ປກສ ເມືອງແກ່ນທ້າວ ພົບຢາໄອສ໌ນໍ້າໜັກ 128 ກິໂລກຼາມ

ຈາກນັ້ນກໍາລັງວິຊາສະເພາະສົມທົບກັບເຈົ້າໜ້າທີ່ຕໍາຫຼວດດ່ານສາກົນນໍ້າເຫືອງ ແລະ ເຈົ້າໜ້າທີ່ທະຫານກອງຮ້ອຍຊາຍແດນ 158 ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງລົງກວດກາສະຖານທີ່ ແລະ ກວດກາວັດຖຸສົງໃສໃນເປົາສີຂາວ ຈໍານວນ 4 ເປົາ, ຜ່ານການກວດກາພົບວ່າ: ຢູ່ໃນເປົາແມ່ນໄດ້ບັນຈຸຢາເສບຕິດປະເພດຢາໄອສ໌ ເປົາລະ 30 ຫໍ່ ລວມທັງໝົດ 120 ຫໍ່, ນໍ້າໜັກ 128 ກິໂລກຼາມ.

ປກສ ເມືອງແກ່ນທ້າວ ພົບຢາໄອສ໌ນໍ້າໜັກ 128 ກິໂລກຼາມ · ຮູບທີ 2

ຈາກນັ້ນເຈົ້າໜ້າທີ່ໄດ້ເກັບກໍາຂໍ້ມູນເບື້ອງຕົ້ນຮູ້ວ່າ: ສະຖານທີ່ພົບເຫັນຢາໄອສ໌ດັ່ງກ່າວ ແມ່ນຢູ່ຂອບເຂດນາຂອງປະຊາຊົນ ບ້ານເມືອງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ, ຈາກນັ້ນທາງເຈົ້າໜ້າທີ່ຈື່ງໄດ້ນໍາຕົວເຈົ້າຂອງນາດັ່ງກ່າວມາທໍາການສືບສວນ-ສອບສວນ ຜ່ານການສຶບສວນ-ສອບສວນເຫັນວ່າ: ຜູ້ກ່ຽວແມ່ນມີຄວາມຈິງໃຈໃຫ້ການຮ່ວມມືກັບເຈົ້າໜ້າທີ່ໃນການສະໜອງຂໍ້ມູນກ່ຽວກັບການພົບເຫັນຢາໄອສ໌ໃນຄັ້ງນີ້ ແລະ ຜ່ານການກວດກາປະຫວັດເຫັນວ່າ: ຜູ້ກ່ຽວບໍ່ມີສ່ວນພົວພັນກັບການເຄື່ອນໄຫວກະທໍາຜິດໃນຄັ້ງນີ້.

ປກສ ເມືອງແກ່ນທ້າວ ພົບຢາໄອສ໌ນໍ້າໜັກ 128 ກິໂລກຼາມ · ຮູບທີ 3

ຕໍ່ກັບຢາເສບຕິດປະເພດຢາໄອສ໌ຈໍານວນດັ່ງກ່າວ ເຈົ້າໜ້າທີ່ແມ່ນໄດ້ນໍາມາເກັບຮັກສາໄວ້ ແລະ ພວມເລັ່ງຊອກຫາເປົ້າໝາຍດັ່ງກ່າວມາລົງໂທດຕາມລະບຽບກົດໝາຍ.

ຂ່າວ: ປກສ ເມືອງແກ່ນທ້າວ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່