ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທໍາລາຍສິນຄ້າທີ່ລະເມີດຊັບສິນທາງປັນຍາ ຢາງຕີນລົດໄຖ ແລະ ຊິ້ນສ່ວນລວມມູນຄ່າກວ່າ 510 ລ້ານກີບ

ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ46 ຄັ້ງ
ທໍາລາຍສິນຄ້າທີ່ລະເມີດຊັບສິນທາງປັນຍາ ຢາງຕີນລົດໄຖ ແລະ ຊິ້ນສ່ວນລວມມູນຄ່າກວ່າ 510 ລ້ານກີບ
ADadvertisement
ADadvertisement
ADadvertisement

ໜັງສືພິມສະຫວັນພັດທະນາ ລາຍງານວ່າ: ວັນທີ 3 ມິຖຸນາ 2026 ພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ຈັດພິທີທຳລາຍສິນຄ້າທີ່ລະເມີດຊັບສິນທາງປັນຍາ ປະເພດເຄື່ອງໝາຍການຄ້າຍີ່ຫໍ້ “ປືນໃຫຍ່ຄູ່” ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ສຸກສະເຫວີຍ ແກ້ວປະເສີດ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ມີທ່ານ ພາທິດ ວຸດທິພົງມະນີ ຕາງໜ້າບໍລິສັດເຈສະຫຍາຍອິນດັສທຣີຈຳກັດ(J.Thaisiam Industry Co., LTD ) ທີ່ເປັນເຈົ້າຂອງເຄື່ອງໝາຍການຄ້າກາປືນໃຫຍ່ຄູ່ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທໍາລາຍສິນຄ້າທີ່ລະເມີດຊັບສິນທາງປັນຍາ ຢາງຕີນລົດໄຖ ແລະ ຊິ້ນສ່ວນລວມມູນຄ່າກວ່າ 510 ລ້ານກີບ

ສິນຄ້າທີ່ທໍາລາຍໃນຄັ້ງນີ້ ຢຶດໄດ້ຈາກບ້ານໄຊຍະມຸງຄຸນ, ເມືອງອຸທຸມພອນ ວັນທີ 5 ພຶດສະພາ 2026 ມີຈຳນວນທັງໝົດ 944 ຊີ້ນ, ປະກອບມີ: ຢາງໜ້າລົດໄຖ ຈຳ ນວນ 124 ເສັ້ນ, ຢາງຫຼັງລົດໄຖ 107 ເສັ້ນ, ໂຄງພານໃບໄຖສີສົ້ມ 42 ຊິ້ນ, ເພົາຫຼັງລົດໄຖສີສົ້ມ-ຂາວ 70 ຊິ້ນ, ເພົາຫຼັງລົດໄຖສີສົ້ມ-ຂ້ຽວ 5 ຊິ້ນ, ເພົາຫຼັງລົດໄຖນາສີດຳ 102 ຊິ້ນ, ລໍ້ລາກລົດໄຖສີດຳ167 ຊິ້ນ, ຄໍລາກລົດໄຖສີສົ້ມ 156 ຊິ້ນ, ຊັງລົດໄຖສີສົ້ມ 109 ຊິ້ນ, ຄານໃບໄຖສີຟ້າອີກຈຳນວນ 62 ຊິ້ນ, ລວມເປັນມູນຄ່າ 510 ລ້ານກວ່າກີບ. ສ່ວນຜູ້ລະເມີດແມ່ນໄດ້ເຮັດບົດບັນທຶກ ພ້ອມທັງສຶກສາອົບຮົມ ແລະ ຖ້າມີຄັ້ງຕໍ່ໄປ ແມ່ນຈະປະຕິບັດຕາມມາດຕະການຢ່າງເຂັ້ມງວດ ໂດຍຈະໄດ້ອາຍັດສິນຄ້າ ແລະປັບໃໝຜູ້ທີ່ກະທຳຜິດຕາມລະບຽບກົດໝາຍ.

ທໍາລາຍສິນຄ້າທີ່ລະເມີດຊັບສິນທາງປັນຍາ ຢາງຕີນລົດໄຖ ແລະ ຊິ້ນສ່ວນລວມມູນຄ່າກວ່າ 510 ລ້ານກີບ · ຮູບທີ 2

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່