ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງວຽງຈັນ ຈັບຕົວແກ້ງຄໍເຊັນເຕີ ໄດ້ 49 ຄົນ ຢູ່ເມືອງວັງວຽງ, ວຽງຄຳ ແລະ ເມືອງແກ້ວອຸດົມ

ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ82 ຄັ້ງ
ປກສ ແຂວງວຽງຈັນ ຈັບຕົວແກ້ງຄໍເຊັນເຕີ ໄດ້ 49 ຄົນ ຢູ່ເມືອງວັງວຽງ, ວຽງຄຳ ແລະ ເມືອງແກ້ວອຸດົມ
ADadvertisement
ADadvertisement
ADadvertisement

ປກສ ແຂວງວຽງຈັນ ລາຍງານວ່າ: ວັນທີ 1-2 ມິຖຸນາ 2026 ເຈົ້າໜ້າທີ່ວິຊາສະເພາະ ພະແນກຕຳຫລວດຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ແລະ ພະແນກຕໍາຫລວດເສດຖະກິດຫ້ອງຕຳ ຫລວດ ກອງບັນຊາການ ປກສ ແຂວງວຽງຈັນ ໂດຍສົມທົບກັບກົມຕຳຫລວດຄຸ້ມຄອງຄົນຕ່າງປະ ເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ກວດກາຄົນຕ່າງປະເທດທີ່ເຂົ້າມາເຊົ່າເຮືອນພັກ ແລະ ເຮືອນຂອງປະຊາຊົນ ເພື່ອເປັນບ່ອນເຄື່ອນໄຫວກໍ່ອາຊະຍາກຳທາງລະບົບອິນເຕີເນັດ ຫລື ຄໍເຊັນເຕີ ຈຳນວນ 3 ຈຸດ ພາຍໃນແຂວງວຽງຈັນ ຄື:

ປກສ ແຂວງວຽງຈັນ ຈັບຕົວແກ້ງຄໍເຊັນເຕີ ໄດ້ 49 ຄົນ ຢູ່ເມືອງວັງວຽງ, ວຽງຄຳ ແລະ ເມືອງແກ້ວອຸດົມ

– ເຮືອນພັກແອຄຳ ບ້ານຂັນໝາກ ເມືອງວັງວຽງ ແຂວງວຽງຈັນ ພົບເຫັນຄົນຕ່າງປະເທດ ທັງໝົດ ຈຳນວນ 16 ຄົນ, ມີ 2 ສັນຊາດ, ສັນຊາດຈີນ 15 ຄົນ, ສັນຊາດສິງກະໂປ 1 ຄົນ,

– ເຮືອນປະຊາຊົນ ບ້ານນາປູນ, ເມືອງແກ້ວອຸດົມ, ແຂວງວຽງຈັນ ພົບເຫັນຄົນຕ່າງປະເທດທັງໝົດ 8 ຄົນ, ຍິງ 3 ຄົນ; ມີ 2 ສັນຊາດ, ສັນຊາດຟີລິບ 7 ຄົນ, ຍິງ 3 ຄົນ, ສັນຊາດມາເລເຊຍ 1 ຄົນ,

ADadvertisement
ADadvertisement
ADadvertisement

– ເຮືອນປະຊາຊົນ ບ້ານເວີນສານ, ເມືອງວຽງຄຳ, ແຂວງວຽງຈັນ ພົບເຫັນຄົນຕ່າງປະເທດ ທັງໝົດ ຈຳນວນ 25 ຄົນ, ຍິງ 5 ຄົນ ເປັນສັນຊາດມາເລເຊຍ ທັງໝົດ.

ປກສ ແຂວງວຽງຈັນ ຈັບຕົວແກ້ງຄໍເຊັນເຕີ ໄດ້ 49 ຄົນ ຢູ່ເມືອງວັງວຽງ, ວຽງຄຳ ແລະ ເມືອງແກ້ວອຸດົມ · ຮູບທີ 2

ຜ່ານການກວດກາ ພົບເຫັນເອກະສານໜັງສືຜ່ານແດນ (PASSPORT) ທັງໝົດ ຈຳນວນ 35 ຫົວ ກວດພົບເຄື່ອງມືອີເລັກໂຕນິກ ແລະ ເຄືອງມືອື່ນໆ ຈຳນວນຫລາຍລາຍການ ທີ່ນຳໃຊ້ເຂົ້າໃນການ ເຄື່ອນໄຫວກະທຳຜິດເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ກັກຕົວພວກກ່ຽວ ພ້ອມດ້ວຍເອກະສານ ແລະ ເຄື່ອງມືອີເລັກໂຕນິກຕ່າງໆ ມອບໃຫ້ກົມຕຳຫລວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ເພື່ອສືບຕໍ່ດໍາເນີນຄະດີຕໍ່ພວກກ່ຽວ ຕາມລະບຽບກົດໝາຍ.

ປກສ ແຂວງວຽງຈັນ ຈັບຕົວແກ້ງຄໍເຊັນເຕີ ໄດ້ 49 ຄົນ ຢູ່ເມືອງວັງວຽງ, ວຽງຄຳ ແລະ ເມືອງແກ້ວອຸດົມ · ຮູບທີ 3

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 82 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່