ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ຕຳຫຼວດ ມ້າງແກ້ງສະແກມເມີ ຢູ່ເມືອງໄຊທານີ ກັກຕົວຜູ້ກະທຳຜິດ 20 ກວ່າຄົນ

ໂດຍ Pele
· 6 ເດືອນ ກ່ອນອ່ານ 2 ນາທີ45 ຄັ້ງ
ເຈົ້າໜ້າທີ່ຕຳຫຼວດ ມ້າງແກ້ງສະແກມເມີ ຢູ່ເມືອງໄຊທານີ ກັກຕົວຜູ້ກະທຳຜິດ 20 ກວ່າຄົນ
ADadvertisement
ADadvertisement
ADadvertisement

ໂດຍປະຕິບັດຕາມທິດຊີ້ນໍາຂອງທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ ແລະ ເດັດຂາດ ໃນການສຸມໃສ່ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາອາຊະຍາກຳທາງໂທລະຄົມ ຫຼື ອາຊະຍາກຳທາງລະບົບຄອມພິວເຕີ ກໍຄື ການປາບປາມພວກສໍ້ໂກງຊັບທາງໂທລະຄົມ ຫຼື ແກ້ງສະແກມເມີ.

ເຈົ້າໜ້າທີ່ຕຳຫຼວດ ມ້າງແກ້ງສະແກມເມີ ຢູ່ເມືອງໄຊທານີ ກັກຕົວຜູ້ກະທຳຜິດ 20 ກວ່າຄົນ

ຄຽງຄູ່ກັນນັ້ນ, ເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ກໍໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີກຸ່ມຄົນຕ່າງປະເທດໄດ້ເຊົ່າເຮືອນວິນລາໜຶ່ງຫຼັງ ແລະ ໃຫ້ຮູ້ອີກວ່າ: ພາຍໃນເຮືອນແມ່ນມີການເຄື່ອນໄຫວຕະຫຼອດ 24 ຊົ່ວໂມງ; ມາຮອດໃນວັນທີ 3 ມິຖຸນາ 2026 ເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ຈຶ່ງໄດ້ສົມທົບກັບເຈົ້າໜ້າທີ່ວິຊາສະເພາະກອງບັນຊາການປ້ອງກັນເຄື່ອນທີ່ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນເຮືອນທີ່ເປັນເປົ້າໝາຍ ໃນເຂດ ບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນນີ້ສາມາດຈັບຕົວພວກເຄື່ອນໄຫວສໍ້ໂກງຊັບທາງໂທລະຄົມ ຫຼື ແກ້ງສະແກມເມີ ເປັນຄົນສັນຊາດຈີນ ທັງໝົດຈໍານວນ 24 ຄົນ ແລະ ພົບເຫັນອຸປະກອນ ຄອມພິວເຕີ ຕັ້ງໂຕະ ແລະ ໂທລະສັບມືຖືຈໍານວນຫຼາຍເຄື່ອງ ທີ່ນໍາໃຊ້ເຂົ້າໃນການກະທຳຜິດ.

ເຈົ້າໜ້າທີ່ຕຳຫຼວດ ມ້າງແກ້ງສະແກມເມີ ຢູ່ເມືອງໄຊທານີ ກັກຕົວຜູ້ກະທຳຜິດ 20 ກວ່າຄົນ · ຮູບທີ 2

ປັດຈຸບັນ, ເຈົ້າໜ້າທີ່ພວມສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການ ແລະ ບຸກຄົນທີ່ມີສ່ວນກ່ຽວພົວພັນມາດໍາເນີນຕາມຂັ້ນຕອນຂອງກົດໝາຍ.

ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ຕຳຫຼວດ ມ້າງແກ້ງສະແກມເມີ ຢູ່ເມືອງໄຊທານີ ກັກຕົວຜູ້ກະທຳຜິດ 20 ກວ່າຄົນ · ຮູບທີ 3

ຕໍ່ກັບເຫດການຄັ້ງນີ້, ກະຊວງປ້ອງກັນຄວາມສະຫງົບ ກໍຄືກົມໃຫຍ່ຕຳຫຼວດ ກົມຕຳຫຼວດເສດຖະກິດ ຮຽກຮ້ອງມາຍັງເຈົ້າຂອງເຄຫະສະຖານ ທີ່ໃຫ້ກຸ່ມຄົນບໍ່ຫວັງດີພັກເຊົາ ແລະ ທຸກຄົນໃນທົ່ວສັງຄົມ ຈົ່ງມີສະຕິ ແລະ ຍົກສູງຄວາມເປັນເຈົ້າການໃນການປາບປາມບັນຫາອາຊະຍາກຳຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ແລະ ຝາກເຖິງພໍ່-ແມ່ປະຊາຊົນ, ພໍ່ຄ້າ-ຊາວຂາຍ ນັບເຖິງພະນັກງານທຸກຄົນຫາກພົບເຫັນບຸກຄົນ ຫຼື ກຸ່ມຄົນທີ່ໜ້າສົງໄສ ແມ່ນໃຫ້ ແຈ້ງຕໍ່ກັບເຈົ້າໜ້າທີ່ຢ່າງຮີບດ່ວນ ຫຼື ສາມາດແຈ້ງມາຍັງເພຈ໌ເຟກບຸກ ກົມຕໍາຫຼວດເສດຖະກິດ ຂອງພວກເຮົາໄດ້ ເພື່ອປະກອບສ່ວນສະກັດກັ້ນ ປະກົດການຫຍໍ້ທໍ້ໃນສັງຄົມໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.

ເຈົ້າໜ້າທີ່ຕຳຫຼວດ ມ້າງແກ້ງສະແກມເມີ ຢູ່ເມືອງໄຊທານີ ກັກຕົວຜູ້ກະທຳຜິດ 20 ກວ່າຄົນ · ຮູບທີ 4

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່