ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາວຍົກລະດັບເຝົ້າລະວັງ ‘ອີໂບລາ’ (Ebola) ຈາກຜູ້ເດີນທາງມາຈາກເຂດສ່ຽງ ຕ້ອງຕິດຕາມອາການ 21 ວັນ ເພື່ອສະກັດກັ້ນການລະບາດເຂົ້າສູ່ປະເທດຢ່າງທັນທ່ວງທີ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 4 ນາທີ44 ຄັ້ງ
ລາວຍົກລະດັບເຝົ້າລະວັງ ‘ອີໂບລາ’ (Ebola) ຈາກຜູ້ເດີນທາງມາຈາກເຂດສ່ຽງ ຕ້ອງຕິດຕາມອາການ 21 ວັນ ເພື່ອສະກັດກັ້ນການລະບາດເຂົ້າສູ່ປະເທດຢ່າງທັນທ່ວງທີ
ADadvertisement
ADadvertisement
ADadvertisement
ລາວຍົກລະດັບເຝົ້າລະວັງ ‘ອີໂບລາ’ (Ebola) ຈາກຜູ້ເດີນທາງມາຈາກເຂດສ່ຽງ ຕ້ອງຕິດຕາມອາການ 21 ວັນ ເພື່ອສະກັດກັ້ນການລະບາດເຂົ້າສູ່ປະເທດຢ່າງທັນທ່ວງທີ

ກະຊວງສາທາລະນະສຸກລາວ ຍົກລະດັບການເຝົ້າລະວັງພະຍາດອີໂບລາ (Ebola) ຢ່າງໃກ້ຊິດ ຫຼັງອົງການອະນາໄມໂລກປະກາດເປັນພາວະສຸກເສີນ. ເຖິງວ່າລາວຈະມີຄວາມສ່ຽງຕໍ່າ ແຕ່ກໍໄດ້ວາງມາດຕະການເຂັ້ມງວດ ໃຫ້ຜູ້ເດີນທາງຈາກເຂດສ່ຽງຕິດຕາມອາການ 21 ວັນ ເພື່ອສະກັດກັ້ນການລະບາດເຂົ້າສູ່ປະເທດຢ່າງທັນທ່ວງທີ.

ເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນລາວ, ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ອອກມາຖະແຫຼງການເພື່ອສ້າງຄວາມເຂົ້າໃຈ ແລະ ກຽມຄວາມພ້ອມ ໂດຍທ່ານໄດ້ກ່າວເນັ້ນໜັກວ່າ: “ເຖິງແມ່ນວ່າການລະບາດຂອງພະຍາດອາດຈະຢູ່ຫ່າງໄກກັບພວກເຮົາ ແຕ່ພວກເຮົາຕ້ອງມີການກະກຽມຄວາມພ້ອມເພື່ອເຝົ້າລະວັງ ແລະ ຮັບມືຕໍ່ການລະບາດທີ່ເກີດຂຶ້ນຢູ່ທະວີບອາຟຣິກາ”

ພະຍາດອີໂບລາເປັນພະຍາດອັນຕະລາຍທີ່ເຄີຍລະບາດໜັກໃນປີ 2014-2016 ເຊິ່ງສາມາດຕິດຕໍ່ຈາກສັດສູ່ຄົນ ແລະ ຈາກຄົນສູ່ຄົນໂດຍຜ່ານການສຳຜັດກັບສານຄັດຫຼັ່ງ ໂດຍຜູ້ປ່ວຍຈະມີອາການໄຂ້, ໄອ, ຖອກທ້ອງ ແລະ ເລືອດອອກ ເຊິ່ງມີອັດຕາການເສຍຊີວິດສູງເຖິງ 50 ຫາ 90% ທັງຍັງເປັນພະຍາດທີ່ຍັງບໍ່ມີວັກຊີນ ຫຼື ຢາປິ່ນປົວສະເພາະໃນປັດຈຸບັນ.

ທາງກົມຄວບຄຸມພະຍາດຕິດຕໍ່ຈຶ່ງໄດ້ຮ່ວມມືກັບອົງການອະນາໄມໂລກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປະເມີນຄວາມສ່ຽງ ເຊິ່ງເຖິງແມ່ນວ່າຈະປະເມີນໃຫ້ປະເທດລາວຢູ່ໃນກຸ່ມທີ່ມີຄວາມສ່ຽງຕໍ່າ ແຕ່ການວາງມາດຕະການປ້ອງກັນລ່ວງໜ້າແມ່ນສິ່ງຈຳເປັນທີ່ສຸດ.

ທ່ານ ພອນປະດິດ ໄດ້ກ່າວຕື່ມວ່າ: “ເຖິງວ່າຄວາມສ່ຽງຕໍ່າ ແຕ່ພວກເຮົາກໍຈະຕ້ອງໄດ້ວາງມາດຕະການຮອງຮັບ ໂດຍມີມາດຕະການແນະນຳຜູ້ຈະເດີນທາງໄປເຂດສ່ຽງຈະຕ້ອງລາຍງານຕົວໃຫ້ແກ່ທາງກະຊວງສາທາລະນະສຸກ”

ນອກຈາກນີ້, ຜູ້ທີ່ເດີນທາງກັບມາຈາກເຂດສ່ຽງ ຈະຕ້ອງໄດ້ເຝົ້າລະວັງ ແລະ ຕິດຕາມອາການຕົນເອງຢ່າງໃກ້ຊິດ ຖ້າຫາກພົບວ່າມີອາການສົງໄສ ຫຼື ເຈັບປ່ວຍພາຍໃນ 21 ວັນ ແມ່ນຕ້ອງຮີບແຈ້ງມາຍັງກະຊວງສາທາລະນະສຸກທັນທີ ເພື່ອເຂົ້າສູ່ຂະບວນການຄວບຄຸມ ແລະ ປິ່ນປົວຢ່າງຖືກຕ້ອງ ຮັບປະກັນບໍ່ໃຫ້ເກີດການແຜ່ລະບາດພາຍໃນປະເທດຢ່າງເດັດຂາດ.

ສະຖານະການລະບາດຂອງພະຍາດອີໂບລາໃນທະວີບອາຟຣິກາກຳລັງເປັນທີ່ຈັບຕາເບິ່ງຂອງທົ່ວໂລກ ພາຍຫຼັງທີ່ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ (WHO) ໄດ້ປະກາດຢ່າງເປັນທາງການໃນວັນທີ 16 ພຶດສະພາ 2026 ໃຫ້ການລະບາດຄັ້ງນີ້ເປັນພາວະສຸກເສີນດ້ານສາທາລະນະສຸກລະດັບສາກົນ.

ຈາກຂໍ້ມູນຫຼ້າສຸດໃນວັນທີ 21 ພຶດສະພາ 2026, ພົບວ່າມີກໍລະນີສົງໄສຕິດເຊື້ອແລ້ວທັງໝົດ 746 ກໍລະນີ ແລະ ເສຍຊີວິດແລ້ວ 176 ກໍລະນີ ໂດຍສະເພາະໃນປະເທດກົງໂກທີ່ມີຜູ້ຕິດເຊື້ອທີ່ໄດ້ຮັບການຢັ້ງຢືນ 85 ກໍລະນີ ແລະ ເສຍຊີວິດ 10 ກໍລະນີ, ຂະນະທີ່ປະເທດອູການດາກໍພົບຜູ້ຕິດເຊື້ອ 2 ກໍລະນີ ແລະ ເສຍຊີວິດ 1 ກໍລະນີ.

ຕໍ່ກັບສະພາບການດັ່ງກ່າວ ຫຼາຍປະເທດໃນພາກພື້ນອາຊີໄດ້ເລີ່ມວາງມາດຕະການຈຳກັດບໍລິເວນຜູ້ທີ່ເດີນທາງມາຈາກທະວີບອາຟຣິກາແລ້ວ.

ວິທີສັງເກດ:

1. ການຕິດຕໍ່

ໄວຣັສອີໂບລາ ບໍ່ໄດ້ ຕິດຕໍ່ກັນທາງອາກາດ (ເຊັ່ນ ການໄອ ຫຼື ຈາມໃສ່ກັນຄືກັບໄຂ້ຫວັດ), ແຕ່ຈະຕິດຕໍ່ຜ່ານ:

  • ການສຳຜັດໂດຍກົງ ກັບທາດແຫຼວໃນຮ່າງກາຍຂອງຜູ້ຕິດເຊື້ອ ເຊັ່ນ: ເລືອດ, ນ້ຳລາຍ, ເຫື່ອ, ປັດສະວະ, ອຸຈຈະວະ, ຫຼື ນ້ຳອະສຸຈິ.
  • ການສຳຜັດກັບສິ່ງຂອງທີ່ປົນເປື້ອນ ເຊັ່ນ: ເຂັມສັກຢາ, ເຄື່ອງນອນ, ຫຼື ເຄື່ອງນຸ່ງຂອງຜູ້ປ່ວຍ.
  • ການສຳຜັດກັບສັດປ່າທີ່ຕິດເຊື້ອ (ເຊັ່ນ: ເປັດ, ລີງ, ຫຼື ຄ້າງຄາວແມ່ໄກ່ ເຊິ່ງເຊື່ອກັນວ່າເປັນພາຫະນະນຳເຊື້ອຕາມທໍາມະຊາດ) ໂດຍຜ່ານການລ່າ, ການຊຳແຫຼະ ຫຼື ການກິນຊີ້ນສັດປ່າທີ່ປຸງແຕ່ງບໍ່ສຸກ.

2. ອາການຂອງພະຍາດ

ຫຼັງຈາກໄດ້ຮັບເຊື້ອປະມານ 2 ຫາ 21 ວັນ (ສະເລ່ຍ 8 ຫາ 10 ວັນ), ຜູ້ປ່ວຍຈະມີອາການສະແດງອອກ ໂດຍແບ່ງເປັນ 2 ໄລຍະ:

  • ໄລຍະທຳອິດ (ຄ້າຍຄືກັບໄຂ້ຫວັດໃຫຍ່): ມີໄຂ້ຂຶ້ນສູງທັນທີທັນໃດ, ເຈັບຫົວ, ເຈັບກ້າມຊີ້ນ, ອ່ອນເພຍເພຍແຮງ, ເຈັບຄໍ.
  • ໄລຍະລຸນແຮງ: ມີອາການຮາກ, ຖອກທ້ອງ (ອາດມີເລືອດປົນ), ມີຜື່ນແດງຂຶ້ນຕາມໂຕ, ແລະ ລະບົບການເຮັດວຽກຂອງຕັບ ແລະ ໝາກໄຂ່ຫຼັງຫຼຸດລົງ.
  • ໄລຍະອັນຕະລາຍ: ມີເລືອດອອກຕາມເຫືອກ, ດັງ, ຕາ ຫຼື ອອກຕາມຜິວໜັງ ແລະ ອະໄວຍະວະພາຍໃນ ເຊິ່ງນຳໄປສູ່ການຊັອກ ແລະ ເສຍຊີວິດໃນທີ່ສຸດ.

3. ການປິ່ນປົວ ແລະ ການປ້ອງກັນ

ຫາກພົບຜູ້ປ່ວຍ ຕ້ອງໄດ້ຮັບການແຍກ (Isolation) ທັນທີເພື່ອບໍ່ໃຫ້ເຊື້ອແຜ່ກະຈາຍ.

  • ການປິ່ນປົວ: ໃນປັດຈຸບັນຍັງບໍ່ມີຢາຕ້ານໄວຣັສທີ່ສາມາດຮັກສາໃຫ້ຫາຍຂາດໄດ້ໂດຍກົງ 100%. ການປິ່ນປົວຕົ້ນຕໍແມ່ນ ການປິ່ນປົວຕາມອາການ ແລະ ປະຄັບປະຄອງ (Supportive care) ເຊັ່ນ: ການໃຫ້ທາດແຫຼວ ແລະ ເກືອແຮ່ທາງເສັ້ນເລືອດ, ການຮັກສາລະດັບຄວາມດັນເລືອດ ແລະ ອົກຊີແຊນ.
  • ວັກຊີນ: ປັດຈຸບັນມີການພັດທະນາ ແລະ ນຳໃຊ້ວັກຊີນປ້ອງກັນອີໂບລາແລ້ວ (ເຊັ່ນ ວັກຊີນ Ervebo) ເຊິ່ງໃຊ້ສັກໃຫ້ກັບກຸ່ມສ່ຽງສູງ ຫຼື ໃນພື້ນທີ່ທີ່ມີການລະບາດ.
ລາວຍົກລະດັບເຝົ້າລະວັງ ‘ອີໂບລາ’ (Ebola) ຈາກຜູ້ເດີນທາງມາຈາກເຂດສ່ຽງ ຕ້ອງຕິດຕາມອາການ 21 ວັນ ເພື່ອສະກັດກັ້ນການລະບາດເຂົ້າສູ່ປະເທດຢ່າງທັນທ່ວງທີ · ຮູບທີ 2

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່