ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຂວງໄຊສົມບູນ ຈະປະຕິບັດນະໂຍບາຍ ແລະ ດຳເນີນການຍ້ອງຍໍຢ່າງສົມກຽດ ໃຫ້ແກ່ໜ່ວຍກູ້ໄພລາວ ແລະ ຕ່າງປະເທດ ທີ່ຊ່ວຍເຫລືອປະຊາຊົນຕິດຢູ່ໃນຖໍ້າ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ55 ຄັ້ງ
ແຂວງໄຊສົມບູນ ຈະປະຕິບັດນະໂຍບາຍ ແລະ ດຳເນີນການຍ້ອງຍໍຢ່າງສົມກຽດ ໃຫ້ແກ່ໜ່ວຍກູ້ໄພລາວ ແລະ ຕ່າງປະເທດ ທີ່ຊ່ວຍເຫລືອປະຊາຊົນຕິດຢູ່ໃນຖໍ້າ
ADadvertisement
ADadvertisement
ADadvertisement

ໃນວັນທີ 4 ມິຖຸນາ 2026, ອົງການປົກຄອງແຂວງ ໄຊສົມບູນ ຈະປະຕິບັດນະໂຍບາຍ ແລະດຳເນີນການຍ້ອງຍໍຢ່າງສົມກຽດ ຕໍ່ບັນດາໜ່ວຍກູ້ໄພລາວ ແລະຕ່າງປະເທດ ທີ່ຊ່ວຍເຫຼືອປະຊາຊົນ 7 ຄົນຕິດຄ້າງໃນຖໍ້າ.

ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ໄຊສົມບູນ ໄດ້ໃຫ້ສຳພາດວ່າ: ແຂວງໄຊສົມບູນຈະໄດ້ຈັດກຽມພິທີບາສີສູ່ຂວັນ ເອີ້ນຂວັນໃຫ້ກັບທີມງານໜ່ວຍກູ້ໄພລາວ-ໄທ ແລະ ຕ່າງປະເທດ ທີ່ໄດ້ເຂົ້າມາຮ່ວມຊ່ວຍເຫຼືອປະຊາຊົນຕິດຖໍ້າ ທີ່ເມືອງລ້ອງແຈ້ງ ເຊິ່ງທາງຂັ້ນເທິງກໍໄດ້ສະເໜີລັດຖະບານໃຫ້ຍ້ອງຍໍທຸກຄົນໃນລະດັບໃດໜຶ່ງຢ່າງສົມກຽດ ກັບຄວາມເສຍສະຫຼະຍາດເຫື່ອ ແລະ ຄວາມພະຍາຍາມເພື່ອຊ່ວຍຊີວິດຄົນຕິດໃນຖໍ້າ. ຖ້າຫາກເປັນໄປໄດ້, ທາງແຂວງກໍຈະເຊີນລັດຖະບານມາຮ່ວມພິທີດັ່ງກ່າວດ້ວຍ.

ສຳລັບກໍລະນີບໍ່ທ່ວງທັນ, ທາງເຮົາກໍຈະສົ່ງສິ່ງຍ້ອງຍໍໄປຜ່ານທູດ ຫຼື ຜູ້ຕ່າງໜ້າຢູ່ປະເທດນັ້ນໆ. ພ້ອມນີ້, ທາງແຂວງຮ່ວມກັບລັດຖະບານກໍຈະອຳນວຍຄວາມສະດວກໃຫ້ກັບທີມກູ້ໄພຕ່າງປະເທດກັບບ້ານຢ່າງສະດວກສະບາຍ.

ສຸດທ້າຍນີ້, ກໍຂໍຂອບໃຈມາຍັງພັກ-ລັດຖະບານ ບັນດາພາກສ່ວນກ່ຽວຂ້ອງ, ທີມງານກູ້ໄພລາວ-ໄທ ຜູ້ຊ່ຽວຊານຕ່າງປະເທດ ລວມເຖິງກຸ່ມຄົນ ບຸກຄົນ ທີ່ມີສ່ວນຮ່ວມເຂົ້າຊ່ວຍເຫຼືອໃນເຫດການປະຊາຊົນຕິດຖໍ້າ.

ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ໄຊສົມບູນ ໄດ້ໃຫ້ສຳພາດວ່າ:

ຂໍ້ມູນ: LNR

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 55 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່