ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ

ໂດຍ Pele
· 5 ເດືອນ ກ່ອນອ່ານ 2 ນາທີ47 ຄັ້ງ
ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ
ADadvertisement
ADadvertisement
ADadvertisement

ໃນໂອກາດຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ, ໃນຕອນບ່າຍວັນທີ 4 ມິຖຸນານີ້ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ຢ້ຽມຢາມ ໂຮງຮຽນພັກສູນກາງພັກກອມມູນິດຈີນ (ສະຖາບັນການປົກຄອງແຫ່ງຊາດຈີນ) ຫຼື ໂຮງຮຽນພັກສູນກາງ ທີ່ ນະຄອນຫຼວງປັກກິ່ງ ຊຶ່ງໂຮງຮຽນດັ່ງກ່າວແມ່ນສະຖາບັນການສຶກສາຂັ້ນສູງສຸດ ແລະ ເປັນຄັງຄວາມຄິດ-ປັນຍາ ທີ່ສຳຄັນທີ່ສຸດຂອງພັກ ແລະ ລັດຖະບານຈີນ.

ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ

ໃນໂອກາດດັ່ງກ່າວ ສະຫາຍ ເຊ້ຍ ຊຸ່ນ ທ່າວ ກໍາມະການສູນກາງພັກ ຮອງຫົວໜ້າໂຮງຮຽນພັກສູນກາງພ້ອມດ້ວຍຄະນະພັກ-ຄະນະນໍາໂຮງຮຽນດັ່ງກ່າວ ໄດ້ໃຫ້ການຕ້ອນຮັບ ແລະ ລາຍງານສະພາບລວມຂອງໂຮງຮຽນພັກສູນກາງ ໃຫ້ຊາບ, ໂດຍສະເພາະພາລະບົດບາດສໍາຄັນຂອງໂຮງຮຽນ ໃນການບຳລຸງສ້າງພະນັກງານນຳພາ-ຄຸ້ມຄອງລະດັບສູງ ແລະ ກາງ ຂອງພັກ, ລັດຖະບານ, ກອງທັບຈີນ ແລະ ສະພາບການພົວພັນຮ່ວມມື-ແລກປ່ຽນບົດຮຽນກັບຕ່າງປະເທດຢ່າງກວ້າງຂວາງ, ລວມທັງການຕ້ອນຮັບຄະນະຜູ້ແທນຈາກພັກປະຕິວັດ ແລະ ພັກກຳອຳນາດຈາກທົ່ວໂລກມາຢ້ຽມຢາມ ແລະ ຖອດຖອນບົດຮຽນກ່ຽວກັບການພັດທະນາ ແລະ ການປົກຄອງປະເທດ ຢູ່ໂຮງຮຽນດັ່ງກ່າວ, ລວມທັງ ການຮ່ວມມືກັບພັກ, ລັດຖະບານລາວ.

ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ · ຮູບທີ 2

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ຕໍ່ພາລະບົດບາດ ແລະ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງໂຮງຮຽນພັກສູນກາງ ທີ່ເປັນສູນກາງການຄົ້ນຄວ້າທິດສະດີມາກ-ເລນິນ, ແນວຄິດສີຈິ້ນຜິງ ແລະ ເປັນຄັງປັນຍາໃຫ້ແກ່ສູນກາງພັກກອມມູນິດຈີນ; ຕີລາຄາສູງ ການປະກອບສ່ວນຂອງໂຮງຮຽນພັກສູນກາງ ໃນການພົວພັນຮ່ວມມືກັບ ພັກ, ລັດຖະບານລາວ ເວົ້າລວມ, ເວົ້າສະເພາະກໍແມ່ນ ການຊ່ວຍເຫຼືອບໍາລຸງສ້າງພະນັກງານນໍາພາ-ຄຸ້ມຄອງຂອງລາວ ທາງດ້ານທິດສະດີ-ການເມືອງ, ການກໍ່ສ້າງພັກ, ການບໍລິຫານລັດ-ປົກຄອງປະເທດ ແລະ ອື່ນໆ.

ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ · ຮູບທີ 3

ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ, ລັດຖະບານລາວ ຍັງໄດ້ຢ້ຽມຢາມ ສູນຄົ້ນຄວ້າ ແລະ ວາງສະແດງເຕັກນິກອະວະກາດປັກກິ່ງ (Beijing Aerospace City) ຊຶ່ງແມ່ນສູນກາງເຕັກໂນໂລຊີ ແລະ ການຄົ້ນຄວ້າດ້ານອະວະກາດ ທີ່ສໍາຄັນທີ່ສຸດແຫ່ງໜຶ່ງ ຂອງປະເທດຈີນ ແລະ ໄດ້ພົບປະໂອ້ລົມກັບ ບັນດາອະດີດທູດ ແລະ ທະຫານອາສາສະໝັກຈີນ ທີ່ເຄີຍໄປຊ່ວຍລາວ ຕໍ່ສູ້ປົດປ່ອຍຊາດ ແລະ ກໍ່ສ້າງເສັ້ນທາງຢູ່ເຂດພາກເໜືອຂອງ ສປປ ລາວ ໃນຊຸມປີ 1960-1970.

ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ · ຮູບທີ 4

(ຂ່າວ: ກຕທ)

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່