
ປກສ ເມືອງຊຳເໜືອ ຈັບຕົວຜູ້ຂາຍຢາເສບຕິດ
P
ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ44 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:58

ຂ່າວ ປກສ ແຂວງຫົວພັນ ລາຍງານວ່າ: ໃນວັນທີ 26 ພຶດສະພາ 2026 ເຈົ້າໜ້າທີ່ ປກສ ເມືອງຊຳເໜືອ ແຂວງຫົວພັນ ໄດ້ຮັບແຈ້ງວ່າ: ທ້າວ ກໍວີມົວ, ອາຍຸ 35 ປີ, ຢູ່ບ້ານນາລີວ, ເມືອງຊຳເໜືອ, ແຂວງຫົວພັນ ໄດ້ມີການເຄື່ອນໄຫວຊື້-ຂາຍຢາເສບຕິດ, ຮອດເວລາ 10 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ ປກສ ເມືອງຊຳເໜືອ ໄດ້ສົມທົບກັບພາກສ່ວນທີກ່ຽວຂ້ອງ ແລະ ເຈົ້າໜ້າທີ່ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວພັນ ເຂົ້າກັກຕົວ ທ້າວ ກໍວີມົວ ພ້ອມທັງກວດຄົ້ນເຄຫາສະຖານ ( ເຮືອນ ) ທ້າວ ກໍວີມົວ, ພົບເຫັນຂອງກາງຢາບ້າຈຳນວນ 11 ຖົງ, ເທົ້າກັບ 2,200 ເມັດ ແລະ ເຮໂຣອິນ 01 ກ້ອນນ້ອຍ, ຝຸ່ນສີຂາວຄ້າຍຄືເຮໂຣອິນ 01 ຖົງ, ຢູ່ບ່ອນນອນຜູ້ກ່ຽວ,

ປັດຈຸບັນ, ເຈົ້າໜ້າທີ່ກຳລັງດຳເນີນການສອບສວນ ຕາມຂັ້ນຕອນຂອງກົດໝາຍ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/10613
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່













