MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທີມງານພາກສະໜາມໄດ້ລົງກວດກາເພື່ອພິສູດລະເບີດຕົວຈິງພົບວ່າເປັນລະເບີດໃຫຍ່ປະເພດ MK82 ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີ່ຍັງຢູ່ໃນສະພາບຝັງດິນ

ທີມງານພາກສະໜາມໄດ້ລົງກວດກາເພື່ອພິສູດລະເບີດຕົວຈິງພົບວ່າເປັນລະເບີດໃຫຍ່ປະເພດ MK82 ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີ່ຍັງຢູ່ໃນສະພາບຝັງດິນ

Jenjila
ເຜີຍແຜ່: 8 June 2026, 13:55
ປັບປຸງຫຼ້າສຸດ: 8 June 2026, 13:55
ອ່ານ 24 ຄັ້ງ
ທີມງານພາກສະໜາມໄດ້ລົງກວດກາເພື່ອພິສູດລະເບີດຕົວຈິງພົບວ່າເປັນລະເບີດໃຫຍ່ປະເພດ MK82 ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີ່ຍັງຢູ່ໃນສະພາບຝັງດິນ

ໃນວັນທີ 7 ມິຖຸນາ 2026, ເປັນອີກມື້ໜຶ່ງທີ່ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຈໍາປາສັກ ໄດ້ຮັບຂໍ້ມູນລາຍງານການພົບເຫັນລະເບີດໃຫຍ່ຈາກປະຊາຊົນ ບ້ານ ພູທອງເທິງ, ເມືອງ ບາຈຽງຈະເລີນສຸກ, ແຂວງ ຈໍາປາສັກ.

ເຈົ້າຂອງທີ່ດິນໄດ້ພົບເຫັນລະເບີດໃຫຍ່ 1 ໜ່ວຍ ໃນລະຫວ່າງການກະກຽມພື້ນທີ່ສໍາລັບປູກມັນຕົ້ນ ຈຶ່ງໄດ້ແຈ້ງໃຫ້ທີມງານ ຄກລ ຮັບຊາບ ແລະ ຊ່ວຍເຄື່ອນຍ້າຍລະເບີດອອກຈາກທີ່ດິນຂອງຕົນ. ທີມງານພາກສະໜາມໄດ້ລົງກວດກາເພື່ອພິສູດລະເບີດຕົວຈິງພົບວ່າເປັນລະເບີດໃຫຍ່ປະເພດ MK82 ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຼາມ) ທີ່ຍັງຢູ່ໃນສະພາບຝັງດິນ ຈຶ່ງໄດ້ລະດົມກໍາລັງເພື່ອຂຸດເອົາລະເບີດດັ່ງກ່າວຂຶ້ນມາ ແລະ ເຄື່ອນຍ້າຍໄປຈຸດທີ່ປອດໄພ ເພື່ອວາງແຜນດໍາເນີນການທຳລາຍໃນຂັ້ນຕອນຕໍ່ໄປ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍໃຫ້ປະຊາຊົນເອົາໃຈໃສ່ໃນການດໍາເນີນກິດຈະກໍາດ້ວຍຄວາມລະມັດລະວັງ ໂດຍສະເພາະການຜະລິດກະສິກໍາໃນໄລຍະລະດູຝົນທີ່ມີຄວາມສ່ຽງສູງຕໍ່ການເກີດອຸປະຕິເຫດຈາກລະເບີດບໍ່ທັນແຕກ ແລະ ຂໍໃຫ້ປະຊາຊົນຊ່ວຍແຈ້ງຂໍ້ມູນລະເບີດທີ່ພົບເຫັນຢູ່ໃນທີ່ດິນ ຫຼື ຊຸມຊົນຂອງຕົນ ເພື່ອການທຳລາຍທີ່ທັນການ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ການເກີດອຸປະຕິເຫດ.

ພວກເຮົາຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານຍີ່ປຸ່ນ ທີ່ສືບຕໍ່ໃຫ້ການສະໜັບສະໜູນການປະຕິບັດງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ຢູ່ ແຂວງ ຈໍາປາສັກ ເຊິ່ງໄດ້ປະກອບສ່ວນອັນສໍາຄັນໃນການຍົກລະດັບຄວາມປອດໄພໃຫ້ແກ່ຊຸມຊົນ ແລະ ຫຼຸດຜ່ອນໄພຂົ່ມຂູ່ຈາກລະເບີດບໍ່ທັນແຕກ.

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນສຸກ 16 ຕຸລາ 2026 · ຂຶ້ນ 5 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ