
ທຳລາຍອຸປະກອນທີ່ໃຊ້ລັກລອບຮ່ອນຄຳ ແບບຊະຊາຍ ແລະ ຜິດກົດໝາຍ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ
P
ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ39 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:47

ຂ່າວ ເມືອງທ່າໂທມ ແຂວງໄຊສົມບູນ ລາຍງານວ່າ: ວັນທີ 5 ມິຖຸນາ 2026 ຜ່ານມານີ້, ເມືອງທ່າໂທມ ແຂວງໄຊສົມບູນໄດ້ທຳລາຍອຸປະກອນ (ປະເພດຕະແກງຮ່ອນຄໍາ) ທີ່ນຳໃຊ້ເຂົ້າໃນການ ລັກລອບຂຸດຄົ້ນແຮ່ທາດ (ຮ່ອນຄຳ) ແບບຊະຊາຍ ແລະ ຜິດກົດໝາຍ ທີ່ເຈົ້າໜ້າທີ່ກວດຢຶດໄດ້ໃນໄລຍະຜ່ານມາ.

ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາເຜີຍ ແສງສະຫວ່າງ ປະທານຄະນະກໍາມະການປົກຄອງເມືອງ, ມີຕາງໜ້າຈາກກອງບັນຊາການ ປກສ ເມືອງ, ກອງບັນຊາການ ປກຊ ເມືອງ, ຫ້ອງການ-ການເງິນເມືອງ, ຫ້ອງການອຸດສະຫະກໍາ ແລະການຄ້າເມືອງ, ຄະນະກໍາມະການຄຸ້ມຄອງຊັບສິນຂອງລັດເຂົ້າຮ່ວມ.

ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/10819
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່













