ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຂວງໄຊສົມບູນ ກວດພົບບໍລິສັດ ລັກລອບຂຸດຄົ້ນແຮ່ຄໍາ ຜິດກົດໝາຍ ຢູ່ເຂດເມືອງອະນຸວົງ ແລະ ກັກຕົວໄດ້ 7 ຄົນ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 2 ນາທີ68 ຄັ້ງ
ແຂວງໄຊສົມບູນ ກວດພົບບໍລິສັດ ລັກລອບຂຸດຄົ້ນແຮ່ຄໍາ ຜິດກົດໝາຍ ຢູ່ເຂດເມືອງອະນຸວົງ ແລະ ກັກຕົວໄດ້ 7 ຄົນ
ADadvertisement
ADadvertisement
ADadvertisement
ແຂວງໄຊສົມບູນ ກວດພົບບໍລິສັດ ລັກລອບຂຸດຄົ້ນແຮ່ຄໍາ ຜິດກົດໝາຍ ຢູ່ເຂດເມືອງອະນຸວົງ ແລະ ກັກຕົວໄດ້ 7 ຄົນ

ໃນວັນທີ 8 ມິຖຸນາ 2026 ຜ່ານມານີ້, ຄະນະກຳມະການສະເພາະກິດຂັ້ນແຂວງ ນຳໂດຍ ທ່ານ ສົມໄພ ທອງປະເສີດ ຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ແລະ ທ່ານ ພາເງິນ ດວງພະຈັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ພ້ອມດ້ວຍເຈົ້າໜ້າທີ່ຕໍາຫລວດສິ່ງແວດລ້ອມ ໄດ້ເຄື່ອນໄຫວລົງຕິດຕາມ, ກວດກາ ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ທາດ) ລຽບຕາມສາຍນ້ຳໂມ້ ບ້ານນ້ຳໂມ້, ເມືອງອະນຸວົງ, ແຂວງໄຊສົມບູນ.

ແຂວງໄຊສົມບູນ ກວດພົບບໍລິສັດ ລັກລອບຂຸດຄົ້ນແຮ່ຄໍາ ຜິດກົດໝາຍ ຢູ່ເຂດເມືອງອະນຸວົງ ແລະ ກັກຕົວໄດ້ 7 ຄົນ · ຮູບທີ 2

ຜ່ານການລົງກວດກາຕົວຈິງ ພົບເຫັນ ບໍລິສັດ ເກສະໜາ ເຮີຈະເລີນ ແຍກຫີນ, ແຍກຊາຍ ເພື່ອກໍ່ສ້າງຈຳກັດຜູ້ດຽວ ມີພຶດຕິກຳລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນ ຢູ່ໂຮງງານແຍກຫີນ, ແຍກຊາຍ ບ້ານນ້ຳໂມ້, ເມືອງອະນຸວົງ. ບໍລິສັດດັ່ງກ່າວມີເອກະສານອະນຸຍາດຂຸດຄົ້ນວັດສະດຸກໍ່ສ້າງຕາມແມ່ນ້ຳສາກົນ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ ແຕ່ບໍ່ມີອະນຸຍາດຂຸດຄົ້ນແຮ່ທາດ (ແຮ່ຄຳ). ນອກຈາກນີ້, ໃນຂະບວນການແຍກແຮ່, ບໍລິສັດດັ່ງກ່າວໄດ້ປ່ອຍນ້ຳລ້າງແຮ່ໄຫຼສູ່ສາຍນ້ຳໂມ້ໂດຍກົງ ໂດຍບໍ່ມີອ່າງລ້າງແຮ່ (ອ່າງຕົກຕະກອນ) ເຊິ່ງສ້າງຜົນກະທົບຕໍ່ສິ່ງແວດລ້ອມຢ່າງຮ້າຍແຮງ.

ແຂວງໄຊສົມບູນ ກວດພົບບໍລິສັດ ລັກລອບຂຸດຄົ້ນແຮ່ຄໍາ ຜິດກົດໝາຍ ຢູ່ເຂດເມືອງອະນຸວົງ ແລະ ກັກຕົວໄດ້ 7 ຄົນ · ຮູບທີ 3

ໃນນີ້ ເຈົ້າໜ້າທີ່ໄດ້ກວດຍຶດອຸປະກອນ, ພາຫະນະ ແລະ ກັກຕົວບຸກຄົນທີ່ກະທຳຜິດມີດັ່ງນີ້: ສໍາລັບ ພາຫະນະ ແລະ ອຸປະກອນທີ່ຖືກກວດຍຶດມີ ລົດຈົກ 2 ຄັນ, ລົດດ່າມ 2 ຄັນ, ລົດຕັກ 1 ຄັນ ແລະ ລົດຈິບ 1 ຄັນ (ຍີ່ຫໍ້ TouaReg, ທະບຽນ ກມ 6119 ກຳແພງນະຄອນ), ຕະແກງໃຫຍ່ 1 ຕະແກງ, ຜ້າພົມ 12 ແຜ່ນ, ຈັກປັ້ມໄຟຟ້າ 2 ເຄື່ອງ, ຖັງໃສ່ນ້ຳມັນຂະໜາດ 1,000 ລິດ ຈຳນວນ 2 ຖັງ ແລະ ຂະໜາດ 200 ລິດ ຈຳນວນ 8 ຖັງ, ບ້າງແຮ່ 2 ບ້າງ, ໂທລະສັບສະມາດໂຟນ 7 ເຄື່ອງ ນອກນີ້ກໍສາມາດຈັບໄດ້ບຸກຄົນທີ່ຖືກກວດກາ ແລະ ຄວບຄຸມຕົວ (ທັງໝົດ 7 ຄົນ) ເຊິ່ງມີເຊື້ອຊາດຈີນ 1 ຄົນ ເປັນປະທານບໍລິສັດ ນອກນັ້ນ ເປັນກໍາມະກອນຈໍານວນ 6 ຄົນ ເຊື້ອຊາດລາວ. ເຊິ່ງປັດຈຸບັນ, ຄະນະກຳມະການຂັ້ນແຂວງ ໄດ້ນຳເອົາວັດຖຸອຸປະກອນ, ພາຫະນະ ແລະ ບຸກຄົນທັງໝົດດັ່ງກ່າວ ມາຮັກສາ ແລະ ຄວບຄຸມຕົວຊົ່ວຄາວ ໄວ້ທີ່ກອງບັນຊາການ ປກສ ແຂວງໄຊສົມບູນ ເພື່ອດຳເນີນຄະດີ ແລະ ປະຕິບັດຕາມຂັ້ນຕອນກົດໝາຍຕໍ່ໄປ.

ແຂວງໄຊສົມບູນ ກວດພົບບໍລິສັດ ລັກລອບຂຸດຄົ້ນແຮ່ຄໍາ ຜິດກົດໝາຍ ຢູ່ເຂດເມືອງອະນຸວົງ ແລະ ກັກຕົວໄດ້ 7 ຄົນ · ຮູບທີ 4
ແຂວງໄຊສົມບູນ ກວດພົບບໍລິສັດ ລັກລອບຂຸດຄົ້ນແຮ່ຄໍາ ຜິດກົດໝາຍ ຢູ່ເຂດເມືອງອະນຸວົງ ແລະ ກັກຕົວໄດ້ 7 ຄົນ · ຮູບທີ 5
ແຂວງໄຊສົມບູນ ກວດພົບບໍລິສັດ ລັກລອບຂຸດຄົ້ນແຮ່ຄໍາ ຜິດກົດໝາຍ ຢູ່ເຂດເມືອງອະນຸວົງ ແລະ ກັກຕົວໄດ້ 7 ຄົນ · ຮູບທີ 6
ແຂວງໄຊສົມບູນ ກວດພົບບໍລິສັດ ລັກລອບຂຸດຄົ້ນແຮ່ຄໍາ ຜິດກົດໝາຍ ຢູ່ເຂດເມືອງອະນຸວົງ ແລະ ກັກຕົວໄດ້ 7 ຄົນ · ຮູບທີ 7
ແຂວງໄຊສົມບູນ ກວດພົບບໍລິສັດ ລັກລອບຂຸດຄົ້ນແຮ່ຄໍາ ຜິດກົດໝາຍ ຢູ່ເຂດເມືອງອະນຸວົງ ແລະ ກັກຕົວໄດ້ 7 ຄົນ · ຮູບທີ 8

ບ.ກ: ຄໍາສາວ ເລືອງຄໍາທິບ

ຂ່າວ: ນາງ ຕູດ ຄໍາພໍໃຈ

ພາບ:ຈາກຄະນະກໍາມະການສະເພາະກິດຂັ້ນແຂວງ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 68 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່