ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຮູ້ສາເຫດແລ້ວຈາກເຫດການ ໂຊເຟີຂັບລົດໄລ່ຕຳຍິງສາວ ທີ່ປ້ຳນ້ຳມັນ ກ່ອນຈູດໄຟເຜົາຕົນເອງ ແລະ ລົດ ເກີດຈາກຄວາມຫຶງຫວງຈຶ່ງຈູດລົດ ແລະ ຕົນເອງ ຈົນເກີດໄຟໄໝ້ປ້ຳນ້ຳມັນຢູ່ຜາງແຫ້ງຜູ້ກໍ່ເຫດເສຍຊີວິດໃນເວລາຕໍ່ມາ

ໂດຍ Jenjila
· 6 ເດືອນ ກ່ອນອ່ານ 3 ນາທີ128 ຄັ້ງ
ຮູ້ສາເຫດແລ້ວຈາກເຫດການ ໂຊເຟີຂັບລົດໄລ່ຕຳຍິງສາວ ທີ່ປ້ຳນ້ຳມັນ ກ່ອນຈູດໄຟເຜົາຕົນເອງ ແລະ ລົດ ເກີດຈາກຄວາມຫຶງຫວງຈຶ່ງຈູດລົດ ແລະ ຕົນເອງ ຈົນເກີດໄຟໄໝ້ປ້ຳນ້ຳມັນຢູ່ຜາງແຫ້ງຜູ້ກໍ່ເຫດເສຍຊີວິດໃນເວລາຕໍ່ມາ
ADadvertisement
ADadvertisement
ADadvertisement
ຮູ້ສາເຫດແລ້ວຈາກເຫດການ ໂຊເຟີຂັບລົດໄລ່ຕຳຍິງສາວ ທີ່ປ້ຳນ້ຳມັນ ກ່ອນຈູດໄຟເຜົາຕົນເອງ ແລະ ລົດ ເກີດຈາກຄວາມຫຶງຫວງຈຶ່ງຈູດລົດ ແລະ ຕົນເອງ ຈົນເກີດໄຟໄໝ້ປ້ຳນ້ຳມັນຢູ່ຜາງແຫ້ງຜູ້ກໍ່ເຫດເສຍຊີວິດໃນເວລາຕໍ່ມາ

ວັນທີ 9 ມິຖຸນາ 2026, ພັທ ຈິດຕະວົງ ໄຊພະວົງ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 6 ມິຖຸນາ 2026 ເວລາ 19 ໂມງ 00 ນາທີ, ໄດ້ຮັບແຈ້ງຈາກທ້າວ ສິນນະວັດ ເຈົ້າຂອງປໍ້ານໍ້າມັນວ່າ ໄດ້ມີເຫດການໄຟໄໝ້ ປໍ້ານໍ້າມັນ ຢູ່ບ້ານ ຜາງແຫ້ງ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ. ຈາກນັ້ນ, ໜ່ວຍງານວິຊາສະເພາະຈຶ່ງໄດ້ປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງລົງລະງັບເຫດ ແລະ ເກັບກຳຂໍ້ມູນຕາມຂັ້ນຕອນຂອງກົດໝາຍ.

ຮູ້ສາເຫດແລ້ວຈາກເຫດການ ໂຊເຟີຂັບລົດໄລ່ຕຳຍິງສາວ ທີ່ປ້ຳນ້ຳມັນ ກ່ອນຈູດໄຟເຜົາຕົນເອງ ແລະ ລົດ ເກີດຈາກຄວາມຫຶງຫວງຈຶ່ງຈູດລົດ ແລະ ຕົນເອງ ຈົນເກີດໄຟໄໝ້ປ້ຳນ້ຳມັນຢູ່ຜາງແຫ້ງຜູ້ກໍ່ເຫດເສຍຊີວິດໃນເວລາຕໍ່ມາ · ຮູບທີ 2

ຜ່ານການສອບສວນ, ເກັບກຳຂໍ້ມູນຫຼັກຖານ ສາມາດຮູ້ໄດ້ວ່າ: ເຫດການດັ່ງກ່າວເກີດຂຶ້ນຍ້ອນຄວາມຫຶງຫວງຂອງຜູ້ກໍ່ເຫດ; ຜູ້ກໍ່ເຫດ ຊື່ ທ້າວ ວັນເຊີນ ເຊິ່ງເປັນລູກຄ້າປະຈຳທີ່ມາໃສ່ນໍ້າມັນຢູ່ປໍ້າດັ່ງກ່າວ ແລະ ໄດ້ພົວພັນແບບຊູ້ສາວກັບ ນາງ ຍ ( ນາມສົມມຸດ ) ທີ່ເປັນພະນັກງານຢູ່ປໍ້ານໍ້າມັນ ມາແຕ່ປີ 2024; ມາຮອດເດືອນ 4 ປີ 2026 ທັງສອງໄດ້ເລີ່ມຫ່າງອອກຈາກກັນ, ແຕ່ ທ້າວ ວັນເຊີນ ບໍ່ຍອມຈຶ່ງໄດ້ສົ່ງຂໍ້ຄວາມມາຂູ່ຕີ, ຂູ່ຂ້າ ມາຕະຫຼອດ, ວັນທີ 4 ມິຖຸນາ 2026 ນາງ ຍ ຈຶ່ງໄດ້ແຊັດບອກເລີກ ທ້າວ ວັນເຊີນ ຈຶ່ງເຮັດໃຫ້ ທ້າວ ວັນເຊີນ ເກີດຄວາມບໍ່ພໍໃຈ ຈຶ່ງໄດ້ແຊັດມາຂູ່ຕີ ຂູ່ຂ້າ ຕື່ມອີກ, ນາງ ຍ ຈຶ່ງໄດ້ປິດການຕິດຕໍ່ທຸກຊ່ອງທາງເພື່ອບໍ່ໃຫ້ ທ້າວ ວັນເຊີນ ຕິດຕໍ່ຫາໄດ້.

ຮູ້ສາເຫດແລ້ວຈາກເຫດການ ໂຊເຟີຂັບລົດໄລ່ຕຳຍິງສາວ ທີ່ປ້ຳນ້ຳມັນ ກ່ອນຈູດໄຟເຜົາຕົນເອງ ແລະ ລົດ ເກີດຈາກຄວາມຫຶງຫວງຈຶ່ງຈູດລົດ ແລະ ຕົນເອງ ຈົນເກີດໄຟໄໝ້ປ້ຳນ້ຳມັນຢູ່ຜາງແຫ້ງຜູ້ກໍ່ເຫດເສຍຊີວິດໃນເວລາຕໍ່ມາ · ຮູບທີ 3

ໃນມື້ເກີດເຫດຄື ວັນທີ 6 ມິຖຸນາ 2026, ເວລາປະມານ 17 ໂມງ ໄດ້ມີລູກຄ້າທີ່ເປັນຄົນຮູ້ຈັກກັນມາໃສ່ນໍ້າມັນຢູ່ປໍ້າ ແລະ ໄດ້ມານັ່ງຫຼິ້ນນຳ ນາງ ຍໍ ຢູ່ປໍ້ານໍ້າມັນ ລ໊ອກທີ 3 (ບ່ອນຫົວຈ່າຍນໍ້າມັນທີ່ບໍ່ໄດ້ໃຊ້ງານ), ຮອດເວລາ 19 ໂມງ ນາງ ຍໍ ໄດ້ມາໄລ່ເງິນຄ່ານໍ້າມັນ ຢູ່ຫົວຈ່າຍນໍ້າມັນ ລ໊ອກທີ 1, ແລ້ວ ທ້າວ ວັນເຊີນ ຂີ່ລົດຫົວລາກ ສີເທົາ ປ້າຍທະບຽນ ບບ 3388 ກຳແພງນະຄອນ ຂັບຂີ່ມາຄົນດຽວ ສວນເລນມາລ້ຽວເຂົ້າປໍ້ານໍ້າມັນ ຕຳໃສ່ ນາງ ຍ ທີ່ນັ່ງໄລ່ເງິນຢູ່ ເຮັດໃຫ້ ນາງ ຍ ຟົ້ງອອກ ໄດ້ຮັບບາດເຈັບຫົວແຕກຫຼາຍພໍສົມຄວນ (ຫຍີບ 12 ເຂັມ); ຫຼັງຈາກນັ້ນ, ນາງ ຍ ໄດ້ແລ່ນໜີ, ທ້າວ ວັນເຊີນ ຈຶ່ງໄດ້ຂີ່ລົດໄລ່ຢຽບ ແລະ ຢຸດລົດ. ຈາກນັ້ນ ທ້າວ ວັນເຊີນ ເອົາຕຸກນໍ້າມັນແອັດຊັງ ມາເທໃສ່ຕົນຕົວ, ເທໃສ່ລົດຫົວລາກທີ່ຜູ້ກ່ຽວຂັບຂີ່ມາ ແລະ ຍ່າງມາເທໃສ່ລົດ ກະບະຣີໂວ້ຂອງ ນາງ ຍ ທີ່ຈອດຢູ່ທາງຂ້າງ ຫົວຈ່າຍນໍ້າມັນ ແລ້ວໄດ້ລົງມືຈູດລົດຫົວລາກ ແລະ ພ້ອມດ້ວຍລົດກະບະລີໂວ້ ເຮັດໃຫ້ເກີດໄຟໄໝ້ຂຶ້ນຢ່າງໄວວາ ແລະ ຮຸນແຮງ ແລະ ໄດ້ຈູດຕົວເອງ, ໄຟໄດ້ໄໝ້ລາມໄປໃສ່ລົດອີກຄັນທີ່ຢູ່ໃນປໍ້າ, ຈາກນັ້ນ ທ້າວ ສິນນະວັດ ເຈົ້າຂອງປໍ້ານໍ້າມັນ ມາຮອດສະຖານທີ່ ເກີດເຫດ ຈຶ່ງໄດ້ແຈ້ງຕໍ່ກັບພາກສ່ວນທີ່ກ່ຽວຂ້ອງລົງມາລະງັບເຫດ.

ADadvertisement
ADadvertisement
ADadvertisement
ຮູ້ສາເຫດແລ້ວຈາກເຫດການ ໂຊເຟີຂັບລົດໄລ່ຕຳຍິງສາວ ທີ່ປ້ຳນ້ຳມັນ ກ່ອນຈູດໄຟເຜົາຕົນເອງ ແລະ ລົດ ເກີດຈາກຄວາມຫຶງຫວງຈຶ່ງຈູດລົດ ແລະ ຕົນເອງ ຈົນເກີດໄຟໄໝ້ປ້ຳນ້ຳມັນຢູ່ຜາງແຫ້ງຜູ້ກໍ່ເຫດເສຍຊີວິດໃນເວລາຕໍ່ມາ · ຮູບທີ 4

ຜ່ານການກວດກາຜົນເສຍຫາຍທັງໝົດມີ: ລົດຫົວລາກ ສີຂາວ ເລກທະບຽບ ບບ 3388 ກຳແພງນະຄອນ ຈໍານວນ 1 ຄັນ ໄຟໄໝ້ໝົດຄັນ ສະພາບໃຊ້ງານ ບໍ່ໄດ້; ລົດກະບະຣີໂວ້ ສີປອນເງີນ ເລກທະບຽນ ນຮ 7877 ນະຄອນຫຼວງວຽງຈັນ ຈໍານວນ 1 ຄັນໄຟໄໝ້ໝົດຄັນ ສະພາບໃຊ້ງານບໍ່ໄດ້; ລົດ12 ລໍ້ ແກ່ຫົວອາຫານ ສີຂາວ ເລກທະບຽນ ບຄ 3072 ນະຄອນຫຼວງວຽງຈັນ ຈຳນວນ 1 ຄັນ ສະພາບໄຟໄໝ້ເຄິ່ງທາງຫຼັງ ສະພາບ ເປເພ່ພໍສົມຄວນ; ເພດານປໍ້ານໍ້າມັນ ເປ່ເພ ສົມຄວນ; ຫົວຈ່າຍນໍ້າມັນ ທີ່ບໍ່ໄດ້ໃຊ້ງານ ເປ່ເພ ສົມຄວນ; ລົດຈັກ ເວບ 100 ສີແດງດໍາ ເລກທະບຽນ ດມ 3169 ກຳແພງນະຄອນ ເປ່ເພ ເລັກໜ້ອຍ; ນາງ ຍ ແມ່ນໄດ້ຮັບບາດເຈັບ ຫົວແຕກຫຍິບ 12 ເຂັມ; ທ້າວ ວັນເຊີນ (ຜູ້ກໍ່ເຫດ) ແມ່ນໄດ້ເສຍຊີວິດ ຢູ່ໂຮງໝໍ ມິດຕະພາບ 150 ຕຽງ ເວລາ 23 ໂມງ 00 ນາທີ ຂອງວັນທີ 7 ມິຖຸນາ 2026.

ຮູ້ສາເຫດແລ້ວຈາກເຫດການ ໂຊເຟີຂັບລົດໄລ່ຕຳຍິງສາວ ທີ່ປ້ຳນ້ຳມັນ ກ່ອນຈູດໄຟເຜົາຕົນເອງ ແລະ ລົດ ເກີດຈາກຄວາມຫຶງຫວງຈຶ່ງຈູດລົດ ແລະ ຕົນເອງ ຈົນເກີດໄຟໄໝ້ປ້ຳນ້ຳມັນຢູ່ຜາງແຫ້ງຜູ້ກໍ່ເຫດເສຍຊີວິດໃນເວລາຕໍ່ມາ · ຮູບທີ 5
ຮູ້ສາເຫດແລ້ວຈາກເຫດການ ໂຊເຟີຂັບລົດໄລ່ຕຳຍິງສາວ ທີ່ປ້ຳນ້ຳມັນ ກ່ອນຈູດໄຟເຜົາຕົນເອງ ແລະ ລົດ ເກີດຈາກຄວາມຫຶງຫວງຈຶ່ງຈູດລົດ ແລະ ຕົນເອງ ຈົນເກີດໄຟໄໝ້ປ້ຳນ້ຳມັນຢູ່ຜາງແຫ້ງຜູ້ກໍ່ເຫດເສຍຊີວິດໃນເວລາຕໍ່ມາ · ຮູບທີ 6
ຮູ້ສາເຫດແລ້ວຈາກເຫດການ ໂຊເຟີຂັບລົດໄລ່ຕຳຍິງສາວ ທີ່ປ້ຳນ້ຳມັນ ກ່ອນຈູດໄຟເຜົາຕົນເອງ ແລະ ລົດ ເກີດຈາກຄວາມຫຶງຫວງຈຶ່ງຈູດລົດ ແລະ ຕົນເອງ ຈົນເກີດໄຟໄໝ້ປ້ຳນ້ຳມັນຢູ່ຜາງແຫ້ງຜູ້ກໍ່ເຫດເສຍຊີວິດໃນເວລາຕໍ່ມາ · ຮູບທີ 7

ພາບ-ຂ່າວ: ສາວນ້ອຍໂພນໂຮງ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 128 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ, ເຫດການ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່