ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ທໍາລາຍຊິ້ນສ່ວນສັດປ່າ ແລະ ປ່ອຍສັດປ່າຄືນທໍາມະຊາດ

ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ48 ຄັ້ງ
ເຈົ້າໜ້າທີ່ ທໍາລາຍຊິ້ນສ່ວນສັດປ່າ ແລະ ປ່ອຍສັດປ່າຄືນທໍາມະຊາດ
ADadvertisement
ADadvertisement
ADadvertisement

ເຈົ້າໜ້າທີ່ ກອງກວດກາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກຸ່ມວຽກກວດກາ ສັດນໍ້າ-ສັດປ່າ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງບໍລິຄໍາໄຊ ໄດ້ລາຍສັດປ່າ, ຊິ້ນສ່ວນສັດປ່າແລະ ປ່ອຍສັດປ່າຄືນທໍາມະຊາດເມື່ອມໍ່ໆມານີີ້ ຢູ່ ແຂວງບໍລິຄໍາໄຊ.

ເຈົ້າໜ້າທີ່ ທໍາລາຍຊິ້ນສ່ວນສັດປ່າ ແລະ ປ່ອຍສັດປ່າຄືນທໍາມະຊາດ

ຊິ້ນສ່ວນສັດປ່າ ແລະ ປ່ອຍສັດປ່າຄືນທໍາມະຊາດໃນຄັ້ງນີ້ແມ່ນຢຶດມາຈາກແມ່ຄ້າຢູ່ 2 ເມືອງຄືຢູ່ ເມືອງປາກກະດິງ ຢຶດແລນ ຍັງມີຊີວິດ 3 ໂຕ ນໍ້າໜັກ 5,8 ກິໂລກຣາມ, ຢຶດຊີ້ນແລນແຫ້ງ ນໍ້າໜັກ 2,1 ກິໂລກຣາມ, ຢຶດຊິ້ນສ່ວນແລນ ນໍ້າໜັກ 5,3 ກິໂລກຣາມ.

ເມືອງບໍລິຄັນ ຢຶດແລນຍັງມີຊີວິດໄດ້ 2 ໂຕ ນໍ້າໜັກ 2,5 ກິໂລກຣາມ, ຢຶດເຕົ່າ ຍັງມີຊີວິດໄດ້ 2 ໂຕ ນໍ້າໜັກ 1,6 ກິໂລກຣາມ, ກະຮອກຕາຍ 13 ໂຕ ນໍ້າໜັກ 3,5 ກິໂລກຣາມ. ພ້ອມນີ້, ຍັງຢືດຊິ້ນສ່ວນໝູປ່າໄດ້ 17 ກິໂລກຣາມ, ເຫງັນຕາຍ 3 ໂຕ ນໍ້າໜັກ 7 ກິໂລກຣາມ.

ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ ທໍາລາຍຊິ້ນສ່ວນສັດປ່າ ແລະ ປ່ອຍສັດປ່າຄືນທໍາມະຊາດ · ຮູບທີ 2

ການທໍາລາຍຊິ້ນສ່ວນທີ່ເຈົ້າໜ້າທີ່ຢຶດໄດ້ໃນຄັ້ງນີ້ ລວມມີກະຮອກຕາຍ 13 ໂຕ ນໍ້າໜັກ 3,5 ກິໂລກຣາມ, ເຫງັນຕາຍ 3 ໂຕ ນໍ້າໜັກ 7 ກິໂລກຣາມ, ຊິ້ນສ່ວນໝູປ່າ 17 ກິໂລກຣາມ, ຊີ້ນແລນແຫ້ງ ນໍ້າໜັກ 2,1 ກິໂລກຣາມ, ຊິ້ນສ່ວນແລນ ນໍ້າໜັກ 5,3 ກິໂລກຣາມ. ສ່ວນສັດທີ່ຍັງມີຊີວິດມີ ເຕົ່າ 2 ໂຕ ນໍ້າໜັກ 1,6 ກິໂລກຣາມ, ແລນ 5 ໂຕ ນໍ້າໜັກ 8,3 ກິໂລກຣາມ ແມ່ນໄດ້ນໍາໄປປ່ອຍຄືນສູ່ທຳມະຊາດ.

ຂ່າວ: ສຸກທະວີ, ພາບ: ຄຳຟອງ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່