ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ

ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ57 ຄັ້ງ
ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ
ADadvertisement
ADadvertisement
ADadvertisement

ເມື່ອບໍ່ດົນມານີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ຈັດການແຂ່ງຂັນກິລາບານບ້ວງມິດຕະພາບ 3X3 ພາຍໃຕ້ຫົວຂໍ້ “ທາງເຊື່ອມໃຈ ບານບ້ວງເຊື່ອມມິດຕະພາບ” “China-Laos Railway Golden Road Cup 3v3” ທີ່ເດີ່ນກິລາໃນຮົ່ມໂຮງຮຽນນາໆຊາດວຽງຈັນ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງຄະນະກຳມະການສູນກາງສະຫະພັນຊາວໜຸ່ມກອມມູນິດລາວ, ສະຖານທູດຈີນປະຈຳລາວ, ກະຊວງການເງິນ, ຄະນະກຳມະການຮ່ວມມືລາວ-ຈີນ, ທະນາຄານອຸດສາຫະກຳ ແລະ ການຄ້າຈີນສາຂາລາວ, ການໄຟ ຟ້າພາກໃຕ້ຈີນ, ບໍລິສັດພະລັງງານນິວເຄຣຍຈີນທົ່ວໄປ, ທີມແພດຈີນປະຈຳລາວ, ຄະນະກໍາມະການຕັດສິນ ພ້ອມດ້ວຍນັກກິລາເຂົ້າຮ່ວມ.

ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ

ການແຂ່ງຂັນຄັ້ງນີ້, ເພື່ອເນັ້ນໃຫ້ນັກກິລາທຸກໆຄົນທີ່ເຂົ້າຮ່ວມ ຍຶດໝັ້ນຫຼັກການ “ມິດຕະພາບມາກ່ອນການແຂ່ງຂັນ,” ເຄົາລົບການຕັດສິນຂອງຜູ້ຕັດສິນ (ຄະນະກຳມະການ), ຄູ່ແຂ່ງ ແລະ ຜູ້ຊົມ. ຜູ້ເຂົ້າຮ່ວມຕ້ອງປະຕິບັດຕາມກົດລະບຽບການແຂ່ງຂັນຢ່າງເຂັ້ມງວດ, ແຂ່ງຂັນໃນລັກສະນະທີ່ສຸພາບ, ປອດໄພ ແລະ ມີມິດ ຕະພາບ. ຊຶ່ງມີນັກກິລາເຂົ້າຮ່ວມທັງໝົດ 12 ທີມ. ກິລາບານບ້ວງ 3×3 ມີສະມາຊິກທັງໝົດ 4 ຄົນຕໍ່ທີມ (ຜູ້ຫຼິ້ນໃນສະໜາມ 3 ຄົນ ແລະ ຜູ້ຫຼິ້ນສໍາຮອງ 1 ຄົນ) ເງື່ອນໄຂຜູ້ເຂົ້າຮ່ວມຕ້ອງເປັນພະນັກງານສົມບູນຂອງອົງການຈັດຕັ້ງຂອງຕົນ, ມີສຸຂະພາບແຂງແຮງ ແລະ ບໍ່ມີພະຍາດປະຈຳຕົວ.

ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ · ຮູບທີ 2

ຜ່ານການແຂ່ງຂັນທີ 1 ທີມທະນາຄານອຸດສາຫະກຳ ແລະ ການຄ້າ (ICBC), ທີ 2 ທີມບໍລິສັດ ເຕັກໂນໂລຊີພະລັງງານຈົງກວາງເຫີ (ລາວ) ຈຳກັດ ແລະ ທີ 3 ບໍລິສັດການລົງທຶນຮ່ວມລາວ-ຈີນ ຈຳກັດ. ສຳລັບລາງວັນແຕ່ລະທີມຈະໄດ້ຮັບຖ້ວຍລາງວັນ, ໃບຍ້ອງຍໍ ພ້ອມເງິນລາງວັນຈຳນວນໜຶ່ງ.

ADadvertisement
ADadvertisement
ADadvertisement
ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ · ຮູບທີ 3

ຂ່າວ: ບໍລິສັດທາງລົດໄຟລາວ-ຈີນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 57 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່