ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເລຂາທິການໃຫຍ່ ປະທານປະເທດ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈໍາປາສັກ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ42 ຄັ້ງ
ເລຂາທິການໃຫຍ່ ປະທານປະເທດ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈໍາປາສັກ
ADadvertisement
ADadvertisement
ADadvertisement
ເລຂາທິການໃຫຍ່ ປະທານປະເທດ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈໍາປາສັກ

10 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ​ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ ປະທານປະເທດ ສປປລ ລາວ​ ໄດ້ເດີນທາງມາເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຈໍາປາສັກ​,​ ໃຫ້ກຽດຕ້ອນຢູ່ສະໜາມບິນ ່ກົນປາກເຊ​ ມີສະຫາຍ ປອ.ອາລຸນໄຊ ສູນນະລາດ​ ກໍາມະການ​ສູນກາງ​ພັກ​ ເລຂາ​ພັກແຂວງ​ ປະທານ​ສະພາ​ປະຊາຊົນ​ແຂວງ​ ພ້ອມດ້ວຍ​ສະຫາຍ​ປອ.ສຸກສະຫວັນ ວິໄລວົງ ຮອງເລຂາ​ພັກແຂວງ, ສະຫາຍປະທານ​ຄະນະກໍາມະ​ການປົກຄອງ​ແຂວງ, ມີຄະນະປະຈຳພັກແຂວງ​ ເຂົ້າຮ່ວມ​ຕ້ອນຮັບ​.​

ເລຂາທິການໃຫຍ່ ປະທານປະເທດ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈໍາປາສັກ · ຮູບທີ 2

ໂອກາດ​ນີ້​,​ ສະຫາຍ​ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ ກໍໄດ້ຮ່ວມປູກຕົ້ນໄມ້​ ຢູ່ສະໜາມແດງ ບ້ານໂພນກຸງ ນະຄອນປາກເຊ​ ເພື່ອເປັນການປຸກລະດົມຂົນຂວາຍໃຫ້ທົ່ວປວງຊົນ ເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້, ສິ່ງແວດລ້ອມທໍາມະຊາດ ໃຫ້ມີຄວາມອຸດົມສົມບູນ, ຕາມທິດສີຂຽວ ແລະ ຍືນຍົງ​ ທັງເປັນການປູກຈິດສຳນຶກໃຫ້ແກ່ອະນຸຊົນ ແລະ ເຍົາວະຊົນຂອງຊາດ ໃຫ້ມີສະຕິຕື່ນຕົວຮັກ, ຫວງແຫນປ່າໄມ້ ແລະ ຊັບພະຍາກອນປ່າໄມ້​ ເພາະ​ວ່າ​ ປ່າໄມ້ ມີຄວາມສໍາຄັນທີ່ສຸດໃນ​ການປົກປັກຮັກສາດິນ, ແຫຼ່ງນໍ້າ ແລະ ຊີວະນາໆພັນ ໃຫ້ມີຄວາມອຸດົມສົມບູນ, ປ້ອງກັນການປ່ຽນແປງດິນຟ້າອາກາດ ເຊິ່ງບົດບາດນີ້ ມະນຸດເຮົາບໍ່ສາມາດຈະເຮັດແທນໄດ້.​ ພ້ອມນີ້,​ ກໍໄດ້ມອບຂອງຂວັນໃຫ້ແກ່ນ້ອງນ້ອຍນັກຮຽນ ຕື່ມອີກ.

ເລຂາທິການໃຫຍ່ ປະທານປະເທດ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈໍາປາສັກ · ຮູບທີ 3
ເລຂາທິການໃຫຍ່ ປະທານປະເທດ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈໍາປາສັກ · ຮູບທີ 4
ເລຂາທິການໃຫຍ່ ປະທານປະເທດ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈໍາປາສັກ · ຮູບທີ 5

ຂ່າວ​-ພາບ​: ທູນທອງໃຈ​

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່