ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເມືອງຊະນະຄາມ ກວດພົບໃບກະທ່ອມ 60 ກິໂລກຣາມ ຢູ່ບໍລິເວນແຄມຂອງ ສ່ວນເຈົ້າຂອງຫລົບໜີ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ74 ຄັ້ງ
ປກສ ເມືອງຊະນະຄາມ ກວດພົບໃບກະທ່ອມ 60 ກິໂລກຣາມ ຢູ່ບໍລິເວນແຄມຂອງ ສ່ວນເຈົ້າຂອງຫລົບໜີ
ADadvertisement
ADadvertisement
ADadvertisement
ປກສ ເມືອງຊະນະຄາມ ກວດພົບໃບກະທ່ອມ 60 ກິໂລກຣາມ ຢູ່ບໍລິເວນແຄມຂອງ ສ່ວນເຈົ້າຂອງຫລົບໜີ

ຂ່າວເມືອງຊະນະຄາມ ແຂວງວຽງຈັນ ລາຍງານວ່າ: ວັນທີ 8 ມິຖຸນາ 2026 ທີ່ກອງບັນຊາການ ປກສ ເມືອງ ຈັດພິທີ ຈູດທໍາລາຍໃບກະທ່ອມ ໂດຍການເຂົ້າຮ່ວມ ຂອງທ່ານ ພອນເພັດ ອຸດົມມີໄຊ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ພັທ ບົວຂາວ ກຸດແກ້ວ ສະມາຊິກສະພາປະຊາຊົນແຂວງວຽງຈັນ ປະຈໍາເຂດເລືອກຕັ້ງເມືອງຊະນະຄາມ, ຫົວຫນ້າກອງບັນຊາການ ປກສ ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ປກສ ເມືອງຊະນະຄາມ ກວດພົບໃບກະທ່ອມ 60 ກິໂລກຣາມ ຢູ່ບໍລິເວນແຄມຂອງ ສ່ວນເຈົ້າຂອງຫລົບໜີ · ຮູບທີ 2

ໃບກະທ່ອມ ທີ່ນໍາມາຈູດທໍາລາຍໃນຄັ້ງນີ້, ມີທັງໝົດ 2 ກະສອບ, ລວມນໍ້າໜັກ 60 ກິໂລກຣາມ, ເຊິ່ງໄດ້ມາຈາກການເຄື່ອນໄຫວວຽກງານວິຊາສະເພາະຂອງກຳລັງ ປກສ ເມືອງ ສົມທົບຮ່ວມກັບກຳລັງກອງຮ້ອຍຊາຍແດນ 321ຕາມລໍາແມ່ນໍ້າຂອງ ໃນຄັ້ງວັນທີ 14 ພຶດສະພາ 2026 ທີ່ຜ່ານມາ ກວດພົບສິ່ງຜິດກົດໝາຍ ຢູ່ບໍລິເວນແຄມຂອງ ເໜືອບ້ານຜາລາດ ເມືອງຊະນະຄາມ, ຈາກການສັນນິຖານເບື້ອງຕົ້ນຄາດວ່າ ມີກຸ່ມຄົນບໍ່ດີພາຍໃນໄດ້ລັກນໍາເຂົ້າຈາກຕ່າງປະເທດ ໂດຍນໍາໃຊ້ເຮືອຈັກລໍາລຽງຂ້າມຕາມລໍາແມ່ນໍ້າຂອງ ເພື່ອນໍາມາຈໍາໜ່າຍຢູ່ພາຍໃນເມືອງ ແຕ່ພົບການເຄື່ອນ ໄຫວຂອງເຈົ້າໜ້າທີ່ ຈຶ່ງໄດ້ເອົາໂຕລົບໜີໄປ ຈຶ່ງບໍ່ສາມາດນໍາຜູ້ກະທໍາຜິດມາດຳເນີນຄະດີ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 74 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່