ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະຫະປະຊາຊາດຫວັ່ນໄຟສົງຄາມຕາເວັນອອກກາງລາມ ຫຼັງສະຫະລັດ-ອີຣ່ານກັບມາປະທະກັນ

ໂດຍ kaling
· 6 ເດືອນ ກ່ອນອ່ານ 1 ນາທີ37 ຄັ້ງ
ສະຫະປະຊາຊາດຫວັ່ນໄຟສົງຄາມຕາເວັນອອກກາງລາມ ຫຼັງສະຫະລັດ-ອີຣ່ານກັບມາປະທະກັນ
ADadvertisement
ADadvertisement
ADadvertisement

ເລຂາທິການສະຫະປະຊາຊາດເຕືອນ ຄວາມຮຸນແຮງທີ່ຍືດເຍື້ອ ແລະ ກັບມາຮ້ອນແຮງລະຫວ່າງສະຫະລັດ ກັບ ອີຣ່ານ ກຳລັງສ້າງຜົນກະທົບເກີນຂອບເຂດພາກພື້ນ ພ້ອມເຕືອນວ່າ ການຢຸດຍິງທີ່ມີຢູ່ເປັນພຽງການຫຼຸດລະດັບຄວາມຮຸນແຮງຊົ່ວຄາວ ແລະ ອາດລຸກລາມເປັນຄວາມຂັດແຍ່ງຄັ້ງໃຫຍ່ຮອບໃໝ່.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ສະຫະລັດອາເມລິກາ ໃນວັນທີ 11 ມິຖຸນາ ວ່າ ທ່ານ ອັນໂຕນິໂອ ກູເຕຣີດ ເລຂາທິການສະຫະປະຊາຊາດ (ສປຊ.) ໄດ້ກ່າວເຖິງການທີ່ສະຫະລັດ ແລະ ອີຣ່ານກັບມາປະທະກັນຕໍ່ເນື່ອງເປັນວັນທີສອງ ວ່າ ພາກພື້ນຕາເວັນອອກກາງກຳລັງຖືກດຶງໃຫ້ດິ່ງລຶກເຂົ້າສູ່ວິກິດການທີ່ຮຸນແຮງຍິ່ງຂຶ້ນ ຊຶ່ງຈະສ້າງຜົນກະທົບໃນວົງກວ້າງຢ່າງຍາກຈະຫຼີກລ່ຽງ ເພາະມີທ່າໂນ້ມຂະຫຍາຍອອກໄປໄກກວ່າພາກພື້ນຕາເວັນອອກກາງ.

ທ່ານ ກູເຕຣີດ ກ່າວຕື່ມອີກວ່າ ຂໍ້ຕົກລົງຢຸດຍິງລະຫວ່າງສະຫະລັດ ກັບ ອີຣ່ານໃນຕອນນີ້ ສາມາດເອີ້ນໄດ້ວ່າເປັນພຽງ “ການຫຼຸດລະດັບຄວາມຮຸນແຮງລົງໜ້ອຍໜຶ່ງ” ເທົ່ານັ້ນ ແລະ ຍ້ຳວ່າທຸກຝ່າຍ “ບໍ່ຄວນປະເມີນສະຖານະການຕ່ຳເກີນໄປ” ພ້ອມຮຽກຮ້ອງທຸກພາກສ່ວນເພີ່ມຄວາມຮ່ວມມື ເພື່ອມຸ່ງສູ່ການຊອກຫາທາງອອກດ້ານການທູດຮ່ວມກັນ.

ADadvertisement
ADadvertisement
ADadvertisement

ຂ່າວຈາກ: REUTERS…

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່