ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເລຂາພັກແຂວງຄໍາມ່ວນ ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງເລກ 12

ໂດຍ Pele
· 6 ເດືອນ ກ່ອນອ່ານ 4 ນາທີ48 ຄັ້ງ
ເລຂາພັກແຂວງຄໍາມ່ວນ ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງເລກ 12
ADadvertisement
ADadvertisement
ADadvertisement

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານມະພາປະຊາຊົນ ແຂວງຄໍາມ່ວນ ພ້ອມດ້ວຍຄະນະ ເຄື່ອນໄຫວຕິດຕາມກວດກາ ໂຄງການກໍ່ສ້າງເສັ້ນທາງເລກ 12 ໃນວັນທີ 10 ມິຖຸນາ 2026 ຮ່ວມເຄື່ອນໄຫວໃນຄັ້ງນີ້ມີທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະການປົກຄອງ ແຂວງຄໍາມ່ວນ, ບັນດາຜູ້ຕາງໜ້າພະແນກການກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງ.

ເລຂາພັກແຂວງຄໍາມ່ວນ ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງເລກ 12

ໂຄງການປັບປຸງທາງຫລວງແຫ່ງຊາດເລກທີ 12 ມີຈຸດເລີ່ມຕົ້ນແຕ່ ແຍກທາງຫລວງແຫ່ງຊາດ ເລກທີ 13 ໃຕ້ (ເມືອງທ່າແຂກ) ຫາ ດ່ານສາກົນນາເພົ້າ (ຊາຍແດນ ລາວ-ຫວຽດນາມ) ຄວາມຍາວ 144 ກິໂລແມັດ ແລະ ປັບປຸງທາງເວັ້ນຕົວເມືອງທ່າແຂກ ຄວາມຍາວ 4 ກິໂລແມັດ, ລວມຄວາມຍາວ 148 ກິໂລແມັດ ໂດຍນຳໃຊ້ທຶນກູ້ຢືມດອກເບ້ຍຕໍ່າ ແລະ ຊ່ວຍເຫລືອລ້າ ຈາກລາຊະອານາຈັກໄທ ໃນວົງເງິນ 1.833,7 ລ້ານກວ່າບາດ (ເງິນກູ້ຢືມ 1.742,6 ລ້ານບາດ ເທົ່າກັບ 95,03% ແລະ ເງິນຊ່ວຍເຫລືອລ້າ 91.863 ລ້ານບາດ ເທົ່າກັບ 4,97%).

ເລຂາພັກແຂວງຄໍາມ່ວນ ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງເລກ 12 · ຮູບທີ 2

ສັນຍາ 1: ປັບປຸງ ທາງເລກທີ 12 ແຕ່ ເມືອງທ່າແຂກ ຫາ ເມືອງຍົມມະລາດ ຄວາມຍາວ 57,5 ກິໂລແມັດ ແລະ ທາງເວັ້ນເມືອງທ່າແຂກ ຄວາມຍາວ 4 ກິໂລແມັດ ລວມຄວາມຍາວທັງໝົດ 61,5 ກິໂລແມັດ, ຜູ້ຮັບເໝົາ ບໍລິສັດ ພັນນີ ວໍລະກິດ ກໍ່ສ້າງ ແລະ ຂົນສົ່ງ (ໄທ) ຮ່ວມກັບ ບໍລິສັດ ມະນີຊັບ ພັດທະນາ ກໍ່ສ້າງ ແລະ ການຄ້າ (ລາວ), ມູນຄ່າສັນຍາ 777.528.583 ບາດ. ສ່ວນສັນຍາ 2: ປັບປຸງທາງເລກທີ 12 ແຕ່ເມືອງຍົມມະລາດ ຫາ ດ່ານສາກົນນາເພົ້າ ຄວາມຍາວ 86,5 ກິໂລແມັດ, ຜູ້ຮັບເໝົາ ບໍລິສັດ ວິວັດ ກໍ່ສ້າງ (ໄທ) ຮ່ວມກັບ ບໍລິສັດ ພິເອ ກໍ່ສ້າງ (ລາວ), ມູນຄ່າສັນຍາ 889.266.657 ບາດ. ໄລຍະເວລາສັນຍາ 30 ເດືອນ (ເລີ່ມແຕ່ວັນທີ 15 ກໍລະກົດ 2025 ຫາ ວັນທີ 14 ມັງກອນ 2028) ໂດຍປັບປຸງໃຫ້ໄດ້ຕາມມາດຕະຖານທາງຫລວງອາຊຽນ ຄື: ໜ້າທາງປູດ້ວຍ ຢາງຂົ້ວ ໜາ 8 ຊັງຕີແມັດ, ໜ້າທາງກວ້າງ 9-10 ແມັດ (ສໍາລັບເຂດຊານເມືອງ), ກວ້າງ 12 ແມັດ (ສໍາລັບເຂດເທສະບານເມືອງ).

ADadvertisement
ADadvertisement
ADadvertisement
ເລຂາພັກແຂວງຄໍາມ່ວນ ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງເລກ 12 · ຮູບທີ 3

ສຳລັບຄວາມຄືບໜ້າການຈັດຕັ້ງປະຕິບັດໜ້າວຽກ ຂອງໂຄງການສັນຍາ 1: ວຽກກໍ່ສ້າງ ສຳນັກງານ ຫ້ອງການ ຂອງຄະນະໂຄງການສຳເລັດ 100%; ວຽກບຸກເບີກ ແລະ ອະນາໄມ ຂອບເຂດການກໍ່ສ້າງ ປະຕິບັດໄດ້ 98%; ວຽກດິນຖົມ ຂະຫຍາຍຄວາມກວ້າງໜ້າທາງ ປະຕິບັດໄດ້ 80%; ວຽກກໍ່ສ້າງຊັ້ນຮອງພື້ນທາງ ປະຕິບັດໄດ້ 76%; ວຽກກໍ່ສ້າງໜ້າທາງເບຕົງ (3 ຈຸດ) ປະຕິບັດໄດ້ປະມານ 30%; ວຽກກໍ່ສ້າງທໍ່ລະບາຍນໍ້າຂ້າມທາງ ປະຕິບັດໄດ້ 56%; ວຽກຜະລິດຫີນ ຊັ້ນພື້ນທາງ, ໜ້າທາງ ແລະ ຫີນປະສົມເບຕົງ ປະຕິບັດໄດ້ປະມານ 48.600 ແມັດກ້ອນ ລວມຄວາມຄືບໜ້າການຈັດຕັ້ງປະຕິບັດວຽກຂອງສັນຍາ 1 ໄດ້ທັງໝົດ 20,87%, ຕາມແຜນການແມ່ນ 21,12%.

ເລຂາພັກແຂວງຄໍາມ່ວນ ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງເລກ 12 · ຮູບທີ 4

ສ່ວນສັນຍາ 2: ວຽກກໍ່ສ້າງ ສຳນັກງານຫ້ອງການ ຂອງຄະນະໂຄງການສຳເລັດ 100%; ວຽກບຸກເບີກ ແລະ ອະນາໄມ ຂອບເຂດການກໍ່ສ້າງ ປະຕິບັດໄດ້ 50%; ວຽກດິນຖົມ ຍົກລະດັບ ແລະ ຂະຫຍາຍຄວາມກວ້າງໜ້າທາງ ປະຕິບັດໄດ້ປະມານ 45%; ວຽກກໍ່ສ້າງຊັ້ນຮອງພື້ນທາງ ປະຕິບັດໄດ້ປະມານ 40%; ວຽກກໍ່ສ້າງໜ້າທາງເບຕົງທັງໝົດປະມານ 16 ກິໂລແມັດ, ປະຕິບັດໄດ້ປະມານ 0,9 ກິໂລແມັດ; ວຽກປູໜ້າທາງດ້ວຍຢາງຂົ້ວ ປະຕິບັດໄດ້ປະມານ 3 ກິໂລແມັດ; ວຽກກໍ່ສ້າງທໍ່ລະບາຍນໍ້າຂ້າມທາງ (ທໍ່ກົມ) ມີທັງໝົດ 235 ຈຸດ, ປະຕິບັດໄດ້ 122 ຈຸດ, ເທົ່າກັບ 52%; ວຽກກໍ່ສ້າງທໍ່ລະບາຍນໍ້າຂ້າມທາງປະຕິບັດໄດ້ 32%; ວຽກຜະລິດຫີນ ຊັ້ນພື້ນທາງ, ໜ້າທາງ ແລະ ຫີນປະສົມເບຕົງ ປະຕິບັດໄດ້ປະມານ 63.360 ແມັດກ້ອນ; ລວມຄວາມຄືບໜ້າການຈັດຕັ້ງປະຕິບັດວຽກ ຂອງສັນຍາ 2 ໄດ້ທັງໝົດ 23,86%, ຕາມແຜນການແມ່ນ 24,34%, ຫລຸດແຜນການທີ່ກຳນົດໄວ້ 0,48%. ສະຫລຸບຄວາມຄືບໜ້າຂອງໂຄງການປັບປຸງທາງຫລວງແຫ່ງຊາດ ເລກທີ 12 ທ່າແຂກ-ດ່ານ ສາກົນນາເພົ້າ ສະເລ່ຍໄດ້ທັງໝົດ 22,44%, ຕາມແຜນການແມ່ນ 22,83%. ນອກນັ້ນ, ທາງ ບໍລິສັດຍັງໄດ້ລາຍງານ ແຜນການສືບຕໍ່ຈັດຕັ້ງປະຕິບັດວຽກຂອງ 2 ສັນຍາ ໃນຕໍ່ໜ້າ ພ້ອມນັ້ນຍັງໄດ້ຍົກໃຫ້ເຫັນບາງບັນຫາ ຂໍ້ສະດວກ, ຫຍຸ້ງຍາກ ແລະ ສິ່ງທ້າທາຍ, ລວມທັງຂໍ້ສະເໜີພິຈາລະນາຊຸກຍູ້ ການຈັດຕັ້ງປະຕິບັດວຽກກໍ່ສ້າງທາງຫລວງແຂວງ ເລກທີ 5555 ແຕ່ຫລັງຄັງ ຫາ ດ່ານນາເພົ້າ, ລວງຍາວ 11,79 ກິໂລແມັດ ໄດ້ສືບຕໍ່ດໍາເນີນການດ້ານນິຕິກຳ, ໃຫ້ໄດ້ເຊັນສັນຍາ ກັບ ຜູ້ຮັບເໝົາ ແລະ ສືບຕໍ່ປະຕິບັດວຽກກໍ່ສ້າງໃຫ້ສຳເລັດໂດຍໄວ, ເນື່ອງຈາກເສັ້ນທາງດັ່ງກ່າວ ຈະອໍານວຍຄວາມສະດວກ ແລະ ລະບາຍການສັນຈອນຂອງລົດບັນທຸກໜັກ ໃນໄລຍະດໍາເນີນວຽກກໍ່ສ້າງທາງເລກທີ 12 ໄລຍະທາງ 18 ກິໂລແມັດ ທີ່ສັນຈອນໃນປັດຈຸບັນ. ແຕ່ເຖິງຢ່າງໃດກໍ່ຕາມ ທາງບໍລິສັດໄດ້ຢັ້ງຢືນວ່າ ການຈັດຕັ້ງປະຕິບັດໂຄງການປັບປຸງທາງຫລວງແຫ່ງຊາດ ເລກທີ 12 ແມ່ນຈະໃຫ້ສໍາເລັດທັນຕາມກຳນົດເວລາທີ່ໄດ້ລົງນາມໄວ້ໃນສັນຍາ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່