ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຈ້ງປັບປຸງລາຄາໄຟຟ້າພາກທີ່ຢູ່ອາໄສ ປະຈຳເດືອນ ພຶດສະພາ ປີ 2026 ຫາ ເດືອນ ທັນວາ ປີ 2029

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ514 ຄັ້ງ
ແຈ້ງປັບປຸງລາຄາໄຟຟ້າພາກທີ່ຢູ່ອາໄສ ປະຈຳເດືອນ ພຶດສະພາ ປີ 2026 ຫາ ເດືອນ ທັນວາ ປີ 2029
ADadvertisement
ADadvertisement
ADadvertisement

ອີງຕາມ ກົດໝາຍວ່າດ້ວຍໄຟຟ້າ (ສະບັບປັບປຸງ), ເລກທີ 19/ສພຊ, ລົງວັນທີ 09 ພຶດສະພາ 2017.

ອີງຕາມ ແຈ້ງການຂອງ ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ, ສະບັບເລກທີ 1639/ພບ.ຫກ, ລົງວັນທີ 18 ພຶດສະພາ 2026.

ລັດວິສາຫະກິດໄຟຟ້າລາວ (ຟຟລ) ຂໍຖືເປັນກຽດແຈ້ງມາຍັງບັນດາຜູ້ຊົມໃຊ້ໄຟຟ້າ ໃນຂອບເຂດທົ່ວປະເທດ ຮັບ ຊາບວ່າ ລັດຖະບານເຫັນດີຮັບຮອງ ການປັບປຸງລາຄາຈໍາໜ່າຍ ໄຟຟ້າພາກທີ່ຢູ່ອາໃສ ເລີ່ມແຕ່ເດືອນ ພຶດສະພາ 2026 ເຖິງ ເດືອນ ທັນວາ 2029, ເຊິ່ງມີລາຍລະອຽດ ດັ່ງນີ້:

1. ອັດຕາຄ່າໄຟຟ້າພາກທີ່ຢູ່ອາໄສ ເດືອນ ພຶດສະພາ 2026 ເຖິງ ເດືອນ ທັນວາ 2029 (ເບິ່ງລາຍລະອຽດຢູ່ຄອມເມັ້ນ)

2. ອັດຕາລາຄາໄຟນີ້ ແມ່ນຍັງບໍ່ໄດ້ລວມ ອາກອນມູນຄ່າເພີ່ມ ແລະ ຄ່າບຳລຸງຮັກສາໝໍ້ນັບໄຟ.

3. ອັດຕາລາຄາໄຟນີ້ ເລີ່ມນໍາໃຊ້ໃນຮອບຜະລິດບິນ ເດືອນ ມິຖຸນາ ປີ 2026 (ເປັນການຄິດໄລ່ຄ່າໄຟ ຈາກການຊົມໃຊ້ ພະລັງງານໃນເດືອນ ພຶດສະພາ ປີ 2026) ເປັນຕົ້ນໄປ.

4. ແຈ້ງການສະບັບນີ້ ໃຊ້ປ່ຽນແທນແຈ້ງການລາຄາໄຟຟ້າພາກທີ່ຢູ່ອາໃສ ໃນແຈ້ງການສະບັບເລກທີ 3410/ຟຟລ.ຝທຜ, ລົງວັນທີ 24/09/2025, ແຈ້ງການສະບັບໃດ ທີ່ຂັດດັບັງການສະບັບນີ້ ລ້ວນແຕ່ຖືກຍົກເລີກ ແລະ ນໍາໃຊ້ແຈ້ງການສະບັບນີ້ປ່ຽນແທນ.

ແຈ້ງປັບປຸງລາຄາໄຟຟ້າພາກທີ່ຢູ່ອາໄສ ປະຈຳເດືອນ ພຶດສະພາ ປີ 2026 ຫາ ເດືອນ ທັນວາ ປີ 2029

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 514 ຄັ້ງ
‹ ກັບໄປໝວດແຈ້ງການ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່