ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລັດຖະມົນຕີອີຣ່ານຢືນຢັນ ຍັງບໍ່ໄດ້ຂໍ້ຕົກລົງຂັ້ນສຸດທ້າຍກັບສະຫະລັດ

ໂດຍ kaling
· 6 ເດືອນ ກ່ອນອ່ານ 2 ນາທີ46 ຄັ້ງ
ລັດຖະມົນຕີອີຣ່ານຢືນຢັນ ຍັງບໍ່ໄດ້ຂໍ້ຕົກລົງຂັ້ນສຸດທ້າຍກັບສະຫະລັດ
ADadvertisement
ADadvertisement
ADadvertisement

ລັດຖະມົນຕີການຕ່າງປະເທດຂອງອີຣ່ານຢືນຢັນວ່າ ພວກເຂົາຍັງບໍ່ທັນໄດ້ຕັດສິນໃຈຂັ້ນສຸດທ້າຍກ່ຽວກັບຂໍ້ຕົກລົງໃດໆ ທັງສິ້ນ ຫຼັງຈາກ ດໍໂນລ ທຣຳ ອ້າງວ່າໄດ້ຕົກລົງໃນປະເດັນສຸດທ້າຍຂອງຂໍ້ຕົກລົງກັບອີຣ່ານແລ້ວ.

ໃນວັນພະຫັດທີ 11 ມິ.ຖ. 2569 ທ່ານ ເອດສະມາອີລ ບາກາອີ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງອີຣ່ານ ໄດ້ໃຫ້ສຳພາດກັບສຳນັກຂ່າວ IRNA ຊຶ່ງເປັນສື່ກະບອກສຽງຂອງລັດຖະບານອີຣ່ານວ່າ ຂ່າວການບັນລຸຂໍ້ຕົກລົງຂັ້ນສຸດທ້າຍກັບສະຫະລັດນັ້ນ ເປັນ “ພຽງແຕ່ການຄາດເດົາ” ພ້ອມລະບຸວ່າລັດຖະບານເຕຫະຣານຍັງບໍ່ທັນໄດ້ຕັດສິນໃຈຂັ້ນສຸດທ້າຍກ່ຽວກັບຂໍ້ຕົກລົງໃດໆ ທັງສິ້ນ.

ທ່ານ ບາກາອີ ກ່າວເພີ່ມວ່າ ກາຕາຣ ແລະ ປາກີສຖານ ກຳລັງທຳໜ້າທີ່ເປັນຕົວກາງຢ່າງຫ້າວຫັນ ແຕ່ທຳນຽບຂາວ ແລະ “ການກະທຳຂອງສະຫະລັດ ກຳລັງສົ່ງຜົນກະທົບຕໍ່ກະບວນການທາງການທູດ.”

ADadvertisement
ADadvertisement
ADadvertisement

“ຕັ້ງແຕ່ເລີ່ມຕົ້ນ ສະຖານະຂອງການເຈລະຈານັ້ນຊັດເຈນສຳລັບພວກເຮົາ ແລະ ເນື້ອໃນຂອງຮ່າງຂໍ້ຕົກລົງສ່ວນໃຫຍ່ກໍ່ໄດ້ຂໍ້ສະຫຼຸບໄປແລ້ວ ແຕ່ທ່າທີຂອງຝ່າຍອາເມຣິກາກັບປ່ຽນຈຸດຢືນຕົນເອງຢູ່ຕະຫຼອດ” ທ່ານ ບາກາອີ ກ່າວ ແລະ ເສີມວ່າ ອີຣ່ານໄດ້ “ພິສູດໃຫ້ເຫັນແລ້ວວ່າ ຈະບໍ່ມີວັນຍອມຫຼຸດລົງໃນສິ່ງທີ່ກຳນົດໄວ້ວ່າເປັນເສັ້ນຕາຍ (Red lines) ຂອງປະເທດ.”

“ຈົນເຖິງປັດຈຸບັນ ອີຣ່ານຍັງບໍ່ທັນໄດ້ບັນລຸການຕັດສິນໃຈຂັ້ນສຸດທ້າຍກ່ຽວກັບຂໍ້ຕົກລົງໃດໆ” ທ່ານ ບາກາອີ ຢືນຢັນ ແລະ ລະບຸອີກວ່າ ຊ່ອງແຄບຮໍໂມດ ມີຄວາມປອດໄພຫຼຸດລົງເນື່ອງຈາກການກະທຳຂອງສະຫະລັດ.

ກ່ອນໜ້ານັ້ນໃນວັນພະຫັດດຽວກັນ ປະທານາທິບໍດີ ດໍໂນລ ທຣຳ ໄດ້ປະກາດວ່າລາວໄດ້ຍົກເລີກຄຳສັ່ງໂຈມຕີອີຣ່ານທີ່ລາວຫາກໍ່ກ່າວເຖິງໄປພຽງໄລ່ຊົ່ວໂມງ ໂດຍອ້າງວ່າໄດ້ຕົກລົງໃນປະເດັນສຸດທ້າຍຂອງຂໍ້ຕົກລົງກັບອີຣ່ານແລ້ວ. ທ່ານ ທຣຳ ຍັງອ້າງຕື່ມວ່າ ຜູ້ນຳສູງສຸດຂອງອີຣ່ານສະໜັບສະໜູນຂໍ້ຕົກລົງນີ້ ແລະ ຈະຢຸດຄວາມທະເຍີທະຍານທາງນິວເຄລຍຂອງປະເທດ.
ຂ່າວຈາກ: cnn

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່