ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນາຍົກ ສຳເລັດການເຂົ້າຮ່ວມກອງປະຊຸມ ສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ທີ່ປະເທດຍີ່ປຸ່ນ

ໂດຍ Pele
· 6 ເດືອນ ກ່ອນອ່ານ 2 ນາທີ49 ຄັ້ງ
ນາຍົກ ສຳເລັດການເຂົ້າຮ່ວມກອງປະຊຸມ ສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ທີ່ປະເທດຍີ່ປຸ່ນ
ADadvertisement
ADadvertisement
ADadvertisement

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງ​ປະຊຸມ​ສາກົນວ່າດ້ວຍ ອະນາຄົດ​ຂອງ​ອາຊີຄັ້ງ​ທີ 31 ພາຍໃຕ້ຫົວຂໍ້: ການເຮັດວຽກຮ່ວມກັນ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງຍິ່ງຂຶ້ນຂອງອາຊີ (Working together for more resilient and prosperous Asia) ໃນລະຫວ່າງວັນ​ທີ 10-11 ມິຖຸນາ 2026 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.

ນາຍົກ ສຳເລັດການເຂົ້າຮ່ວມກອງປະຊຸມ ສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ທີ່ປະເທດຍີ່ປຸ່ນ

ໃນກອງປະຊຸມຄັ້ງນີ້ ພະນະທ່ານ ສອນໄຊ ສີພັນດອນ ໄດ້ຂຶ້ນກ່າວປາໄສ ໂດຍໄດ້ສະແດງໃຫ້ເຫັນ ທັດສະນະ ຂອງ ສປປ ລາວ ຕໍ່ກັບບັນຫາທີ່ພົ້ນເດັ່ນ ແລະ ເປັນສິ່ງທ້າທາຍໃນປັດຈຸບັນ ເພື່ອແລກປ່ຽນກັບ ຜູ້ນໍາຈາກບັນດາປະເທດໃນພາກພື້ນອາຊີ ແລະ ອົງການຈັດຕັ້ງສາກົນຕ່າງໆ, ໃນນັ້ນ ໄດ້ຍົກໃຫ້ເຫັນສະພາບການພາກພື້ນ ແລະ ສາກົນທີ່ຕິດພັນກັບບັນຫາສັນຕິພາບ ແລະ ຄວາມໝັ້ນຄົງໂດຍສັງເຂບລວມທັງຜົນກະທົບຕໍ່ເສດຖະກິດໂລກ ແລະ ການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດໃນພາກພື້ນອາຊີກໍຄືທົ່ວໂລກ.

ນາຍົກ ສຳເລັດການເຂົ້າຮ່ວມກອງປະຊຸມ ສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ທີ່ປະເທດຍີ່ປຸ່ນ · ຮູບທີ 2

ພ້ອມດຽວກັນນັ້ນ, ພະນະທ່ານ ສອນໄຊ ສີພັນດອນ ກໍຍັງໄດ້ສະເໜີທັດສະນະຕໍ່ການສົ່ງເສີມການຮ່ວມມື ຊຶ່ງກັນ ແລະ ກັນລະຫວ່າງ ບັນດາປະເທດກໍຄືປະຊາຄົມໂລກ ໂດຍສະເພາະໃນພາກພື້ນອາຊີ-ປາຊີຟິກ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆທີ່ກໍາລັງປະເຊີນໜ້າຢູ່ໃນປັດຈຸບັນ, ພ້ອມນັ້ນ ພະນະທ່ານ ສອນໄຊ ສີພັນດອນ ຍັງໄດ້ສະເໜີກ່ຽວກັບວິໄສທັດ, ຍຸດທະສາດ ແລະ ທັດສະນະ, ຈຸດຢືນ ຂອງ ສປປ ລາວ ຕໍ່ບັນຫາສິ່ງທ້າທາຍຕ່າງໆໃນປັດຈຸບັນ ກໍຄື ການປະຕິບັດນະໂຍບາຍການຕ່າງປະເທດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X (2026-2030) ລວມທັງ ການສົ່ງເສີມການພັດທະນາສີຂຽວ ແລະ ຍືນຍົງ ແລະ ໄລຍະຂ້າມຜ່ານຂອງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.

ADadvertisement
ADadvertisement
ADadvertisement
ນາຍົກ ສຳເລັດການເຂົ້າຮ່ວມກອງປະຊຸມ ສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ທີ່ປະເທດຍີ່ປຸ່ນ · ຮູບທີ 3

ໃນກອງປະຊຸມຄັ້ງນີ້, ພະນະທ່ານ ສອນໄຊ ສີພັນດອນ ຍັງໄດ້ມີການສົນທະນາແລກປ່ຽນຄໍາຄິດຄໍາເຫັນ ແລະ ໃຫ້ສຳພາດພິເສດຕໍ່ສໍານັກຂ່າວ ນິກເກອິ ກ່ຽວກັບ ການຮັບມືກັບບັນດາຜົນກະທົບຈາກບັນຫາກໍາລັງເຄັ່ງຮ້ອນ ທີ່ຕິດພັນກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ພາກພື້ນກໍຄື ສປປ ລາວ ເພື່ອເປັນແນວທາງໃນການສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງ ສປປ ລາວ ແລະ ບັນດາປະເທດໃນພາກພື້ນບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແນໃສ່ຮັກສາພາກພື້ນອາຊີ ໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທີ່ເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງໃນອະນາຄົດ.

ຂ່າວຈາກ: ກຕທ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່