ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ນາງ ວຽງທອງ ສີພັນດອນຮອງປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນໍ້າທາ

ໂດຍ Pele
· 6 ເດືອນ ກ່ອນອ່ານ 2 ນາທີ65 ຄັ້ງ
ທ່ານ ນາງ ວຽງທອງ ສີພັນດອນຮອງປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນໍ້າທາ
ADadvertisement
ADadvertisement
ADadvertisement

ວັນທີ 10-12 ມິຖຸນາ 2026 ຜ່ານມານີ້, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນໍ້າທາ ໂດຍການຕ້ອນຮັບຂອງທ່ານ ພົນໂທ ຄໍາກີ່ງ ຜຸຍຫລ້າມະນີວົງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງ.

ທ່ານ ນາງ ວຽງທອງ ສີພັນດອນຮອງປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນໍ້າທາ

ທ່ານ ພົນໂທ ຄໍາກີ່ງ ຜຸຍຫລ້າມະນີວົງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ໃນການມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ດ້ວຍຄວາມອົບອຸ່ນ, ພ້ອມທັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍຫຍໍ້ໃຫ້ຮັບຊາບ. ຈາກນັ້ນ, ທ່ານ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມເຂດທີ່ມີຄວາມສ່ຽງນໍ້າຈະຖ້ວມ ໂຄງການກໍ່ສ້າງ ອ່າງຮັບນໍ້າ (ຕ້ານແລ້ງ-ຕ້ານຖ້ວມ) ຂອງແຂວງ ຢູ່ທີ່ ບ້ານໃໝ່ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ, ຢ້ຽມຊົມ ຟາມໄກ່ ຈີງຊິວ ຫລວງນໍ້າທາ ບ້ານ ນາລື ແລະ ໂຮງງານເກັບຊື້ ແລະ ປຸງເເຕ່ງຢາງພາລາ ຢຸນນານ ຈໍາກັດ, ພ້ອມນັ້ນກໍ່ໄດ້ລົງຕິດຕາມ ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ເລກທີ 1501 ແຕ່ສາມແຍກ ບ້ານໃໝ່ ເມືອງຫລວງນໍ້າທາ ຫາ ເທດສະບານເມືອງນາແລ, ຢ້ຽມຢາມ ຕາແສງ ພູລວງ ເມືອງນາແລ ແລະ ຢ້ຽມຢາມເຮືອນຫູກມີຖຸນາຢູ່ບ້ານວຽງເໜືອເມືອງຫລວງນໍ້າທາ ແລະ ສະຖານທີ່ທ່ອງທ່ຽວຕາດນໍ້າດີ.

ທ່ານ ນາງ ວຽງທອງ ສີພັນດອນຮອງປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນໍ້າທາ · ຮູບທີ 2

ທັງນີ້, ກໍ່ເພື່ືອສະແດງເຖີງຄວາມເປັນຫ່ວງເປັນໄຍຂອງຂັ້ນເທິງ ກໍ່ຄືຄວາມເປັນຫ່ວງເປັນໃຍຂອງທ່ານເອງ ຕໍ່ກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫຼວງນໍ້າທາຊື່ງແມ່ນໄລຍະເລີ່ມຕົ້ນ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັ້ງທີ 10 ແລະ ແຜນພັດທະນາເສດຖະກິດສັງຄົມຂອງແຂວງ.

ADadvertisement
ADadvertisement
ADadvertisement
ທ່ານ ນາງ ວຽງທອງ ສີພັນດອນຮອງປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນໍ້າທາ · ຮູບທີ 3

ໂອກາດນີ້, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ຍັງໄດ້ມອບເຄື່ອງນຸ່ງຫົ່ມ,ເຂົ້າສານ-ອາຫານແຫ້ງ ລວມມູນຄ່າ 150 ລ້ານກີບ ໃຫ້ເມືອງນາແລ ແຈກຢາຍໃຫ້ກັບ ຄອບຄົວຜູ້ທີ່ທຸກຍາກຂາດເຂີນພາຍໃນບ້ານຕື່ມອີກ.

ທ່ານ ນາງ ວຽງທອງ ສີພັນດອນຮອງປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນໍ້າທາ · ຮູບທີ 4

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 65 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່