ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເມືອງໂຂງ ແຂວງຈຳປາສັກ ແຈ້ງປິດຮ້ານກິນດື່ມ ແລະ ຮ້ານບັນເທີງຊົ່ວຄາວ ໄລຍະເສັງຈົບຊັ້ນ ມ.7 17-19 ມິຖຸນາ 2026 ລະເມີດປັບໃໝ 5,000,000 ກີບ

ໂດຍ kaling
· 6 ເດືອນ ກ່ອນອ່ານ 1 ນາທີ60 ຄັ້ງ
ເມືອງໂຂງ ແຂວງຈຳປາສັກ ແຈ້ງປິດຮ້ານກິນດື່ມ ແລະ ຮ້ານບັນເທີງຊົ່ວຄາວ ໄລຍະເສັງຈົບຊັ້ນ ມ.7 17-19 ມິຖຸນາ 2026 ລະເມີດປັບໃໝ 5,000,000 ກີບ
ADadvertisement
ADadvertisement
ADadvertisement

ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ເມືອງໂຂງ ໄດ້ອອກໜັງສືແຈ້ງການ ສະບັບເລກທີ 018/ວທ.ມຂ, ລົງວັນທີ 15 ມິຖຸນາ 2026 ເຖິງບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການຮ້ານກິນດື່ມ ແລະ ຮ້ານບັນເທີງ ພາຍໃນເມືອງໂຂງທຸກແຫ່ງ ໃຫ້ປິດການບໍລິການຊົ່ວຄາວ ໃນລະຫວ່າງວັນທີ 17 ຫາ 19 ມິຖຸນາ 2026 ນີ້.

ການອອກມາດຕະການໃນຄັ້ງນີ້ ແມ່ນເພື່ອຮັບປະກັນເຮັດໃຫ້ຂະບວນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ປະຈຳສົກຮຽນ 2025-2026 ດຳເນີນໄປຢ່າງມີຄວາມສະຫງົບ.

ພ້ອມກັນນັ້ນ, ທາງຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ເມືອງໂຂງ ຍັງໄດ້ເນັ້ນໜັກມາດຕະການຢ່າງເດັດຂາດ ໂດຍໄດ້ມອບໝາຍໃຫ້ຄະນະກຳມະການສະເພາະກິດຂັ້ນເມືອງ ລົງຕິດຕາມ ແລະ ກວດກາຢ່າງໃກ້ຊິດ.

ADadvertisement
ADadvertisement
ADadvertisement

ໃນກໍລະນີທີ່ພົບເຫັນຫົວໜ່ວຍທຸລະກິດໃດໜຶ່ງ ຝ່າຝືນ ຫຼື ລະເມີດແຈ້ງການສະບັບນີ້ ຈະຖືກດຳເນີນມາດຕະການຢ່າງເຂັ້ມງວດ ຄື:

ຖືກປະຕິບັດມາດຕະການສຶກສາອົບຮົມ ແລະ ກ່າວເຕືອນ.

ປັບໄໝຕາມລະບຽບການ ເປັນເງິນ 5,000,000 ກີບ (ຫ້າລ້ານກີບ).

ຖືກສັ່ງປິດກິດຈະການບໍລິການຊົ່ວຄາວ ໄປຈົນກວ່າຈະສິ້ນສຸດລະດູການສອບເສັງ.

ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງຜູ້ປະກອບການທຸລະກິດຮ້ານກິນດື່ມ ແລະ ຮ້ານບັນເທີງທຸກແຫ່ງ ພາຍໃນເມືອງໂຂງ ຈົ່ງພ້ອມກັນເປັນເຈົ້າການ ແລະ ຕື່ນຕົວເຂົ້າຮ່ວມຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ ແລະ ເປັນເອກະພາບກັນ ເພື່ອຮ່ວມກັນສ້າງບັນຍາກາດທີ່ດີໃຫ້ແກ່ນັກຮຽນສອບເສັງໃນຄັ້ງນີ້.

ເມືອງໂຂງ ແຂວງຈຳປາສັກ ແຈ້ງປິດຮ້ານກິນດື່ມ ແລະ ຮ້ານບັນເທີງຊົ່ວຄາວ ໄລຍະເສັງຈົບຊັ້ນ ມ.7 17-19 ມິຖຸນາ 2026 ລະເມີດປັບໃໝ 5,000,000 ກີບ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 60 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່