ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກວດຄົ້ນຮ້ານນວດແອບແຝງຂາຍບໍລິການທາງເພດ ກັກຕົວເປົ້າໝາຍສົງໄສ 22 ຄົນ

ໂດຍ kaling
· 5 ເດືອນ ກ່ອນອ່ານ 1 ນາທີ46 ຄັ້ງ
ກວດຄົ້ນຮ້ານນວດແອບແຝງຂາຍບໍລິການທາງເພດ ກັກຕົວເປົ້າໝາຍສົງໄສ 22 ຄົນ
ADadvertisement
ADadvertisement
ADadvertisement

ວັນທີ 13 ມິຖຸນາ 2026 ຜ່ານມານີ້, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າກວດຄົ້ນຮ້ານນວດ ທີ່ແອບແຝງຂາຍບໍລິການທາງເພດ ຢູ່ເຂດນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຖືກສົງໄສໄດ້ທັງໝົດ 22 ຄົນ, ຍິງ 18 ຄົນ ເປັນຄົນຕ່າງປະເທດ 17 ຄົນ.

ກວດຄົ້ນຮ້ານນວດແອບແຝງຂາຍບໍລິການທາງເພດ ກັກຕົວເປົ້າໝາຍສົງໄສ 22 ຄົນ

ພາຍຫຼັງສາມາດກັກຕົວຜູ້ຖືກສົງໄສໄດ້ທັງໝົດແລ້ວ ເຈົ້າໜ້າທີ່ຈຶ່ງໄດ້ກວດຄົ້ນຮ້ານດັ່ງກ່າວຕາມຫຼັກການວິຊາສະເພາະ ແລະ ສາມາດກວດພົບອຸປະກອນຫຼາຍລາຍການທີ່ນຳໃຊ້ເຂົ້າໃນການຂາຍບໍລິການທາງເພດ. ຈາກນັ້ນ ເຈົ້າໜ້າທີ່ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຈຶ່ງໄດ້ພາຕົວຜູ້ຖືກສົງໄສທັງໝົດມາດຳເນີນການສືບສວນ – ສອບສວນ ຕາມຂັ້ນຕອນຂອງກົດໝາຍ.

ກວດຄົ້ນຮ້ານນວດແອບແຝງຂາຍບໍລິການທາງເພດ ກັກຕົວເປົ້າໝາຍສົງໄສ 22 ຄົນ · ຮູບທີ 2

ຂ່າວຈາກ: ຄວາມສະຫງົບ Lao Security News

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່