ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເມືອງຊະນະຄາມ ພົບຢາໄອສ໌ 278 ກິໂລກຼາມ ແຕ່ບໍ່ພົບເຈົ້າຂອງ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ69 ຄັ້ງ
ປກສ ເມືອງຊະນະຄາມ ພົບຢາໄອສ໌ 278 ກິໂລກຼາມ ແຕ່ບໍ່ພົບເຈົ້າຂອງ
ADadvertisement
ADadvertisement
ADadvertisement
ປກສ ເມືອງຊະນະຄາມ ພົບຢາໄອສ໌ 278 ກິໂລກຼາມ ແຕ່ບໍ່ພົບເຈົ້າຂອງ

ວັນທີ 13 ມິຖຸນາ 2026, ກອງບັນຊາການ ປກສ ເມືອງຊະນະຄາມ ແຂວງວຽງຈັນ ພົບເຫັນຂອງກາງຢາເສບຕິດ ປະເພດຢາໄອສ໌ ຈຳນວນ 6 ເປົາ ມີ 278 ຖົງ ເທົ່າກັບ 278 ກິໂລກຼາມ ທີ່ຢູ່ໃນເຮືອຈອດຢູ່ແຄມນ້ຳຂອງ ແຕ່ບໍ່ມີເຈົ້າຂອງ ຂອບເຂດບ້ານ ປາກມີ້ ເມືອງຊະນະຄາມ ແຂວງວຽງຈັນ ຄາດວ່າຄົນບໍ່ດີລັກລອບຂົນຂ້າມມາແຕ່ຝັ່ງປະເທດໄທ.

ປກສ ເມືອງຊະນະຄາມ ພົບຢາໄອສ໌ 278 ກິໂລກຼາມ ແຕ່ບໍ່ພົບເຈົ້າຂອງ · ຮູບທີ 2

ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງຊະນະຄາມ ໃຫ້ຮູ້ວ່າ: ເວລາ 22 ໂມງ ຂອງວັນທີ 13 ມິຖຸນາ 2026 ເຈົ້າໜ້າທີ່ພົບວັດຖຸຕ້ອງສົງໄສວ່າແມ່ນສິ່ງທີ່ຜິດກົດໝາຍເຊິ່ງມີການຫຸ້ມຫໍ່ດ້ວຍຖົງຢາງໃຫຍ່ສີດຳຄຽນດ້ວຍສະກອດເທບໃສຈຳນວນ 6 ເປົາ, ຢູ່ໃນເຮືອຈອດຢູ່ແຄມນໍ້າຂອງ ແຕ່ບໍ່ພົບເຫັນເຈົ້າຂອງວັດຖຸດັ່ງກ່າວ, ຈາກນັ້ນເຈົ້າໜ້າທີ່ຈຶ່ງນໍາເອົາວັດຖຸຕ້ອງສົງໄສດັ່ງກ່າວ ຂື້ນມາກອງບັນຊາການ ປກສ ເມືອງຊະນະຄາມ ແລະ ໄດ້ກວດກາເບິ່ງວັດຖຸຈຳນວນດັ່ງກ່າວນັ້ນຈຶ່ງຮູ້ວ່າ ແມ່ນຢາເສບຕິດປະເພດຢາໄອສ໌ທັງໝົດ, ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ນຳເອົາຢາໄອສ໌ ຈຳນວນດັ່ງກ່າວ ມາເກັບຮັກສາໄວ້ຢູ່ກອງບັນຊາການ ປກສ ເມືອງຊະນະຄາມ ສ່ວນເປົ້າໝາຍ ແມ່ນເອົາຕົວຫຼົບໜີ.

ປັດຈຸບັນທາງເຈົ້າໜ້າທີ່ກຳລັງເກັບກຳຂໍ້ມູນຫຼັກກຖານຕ່າງໆ ພ້ອມທັງຕິດຕາມເປົ້າໝາຍ ຜູ້ກະທຳຜິດມາຮັບໂທດຕາມລະບຽບກົດໝາຍ.

ADadvertisement
ADadvertisement
ADadvertisement

ຂ່າວ: ປກສ ແຂວງວຽງຈັນ ໂພທິສານ

ປກສ ເມືອງຊະນະຄາມ ພົບຢາໄອສ໌ 278 ກິໂລກຼາມ ແຕ່ບໍ່ພົບເຈົ້າຂອງ · ຮູບທີ 3

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 69 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່