ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຫ້ອງສັນຕິບານ ປກສ ແຂວງເຊກອງ ສະຫຼຸບວຽກງານ ປະ ຈຳປີ 2025

ໂດຍ Pele
· 5 ເດືອນ ກ່ອນອ່ານ 3 ນາທີ44 ຄັ້ງ
ຫ້ອງສັນຕິບານ ປກສ ແຂວງເຊກອງ ສະຫຼຸບວຽກງານ ປະ ຈຳປີ 2025
ADadvertisement
ADadvertisement
ADadvertisement

ໃນວັນທີ 18 ມີຖຸນາ 2026, ຫ້ອງສັນຕິບານ ກອງບັນ ຊາການ ປກສ ແຂວງເຊກອງ ໄດ້ເປີດກອງປະຊຸມ ສະຫຼຸບວຽກງານສັນຕິບານ ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026, ໂດຍການເປັນປະທານຂອງ ພົຈວ ຄຳບານ ພົມມະນີວົງ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ມີຄະນະພັກ-ຄະນະຫ້ອງ 7 ຫ້ອງ,ພ້ອມດ້ວຍ ພະ ແນກການທີ່ກ່ຽວຂ້ອງ, ຕະຫຼອດຮອດ ນາຍ ແລະ ພົນຕຳ ຫຼວດ ພາຍໃນຫ້ອງສັນຕິບານ ເຂົ້າຮ່ວມ.

ຫ້ອງສັນຕິບານ ປກສ ແຂວງເຊກອງ ສະຫຼຸບວຽກງານ ປະ ຈຳປີ 2025

ໃນພິທີ, ພັທ ວິຊຽນ ພົມວິໄຊ ຮອງຫົວໜ້າຫ້ອງສັນຕິ ບານ ໄດ້ຜ່ານບົດສະຫຼຸບປະຈຳປີ 2025 ໃຫ້ຮູ້ວ່າ: ສະພາບ ຂອບເຂດຊາຍແດນ ແມ່ນມີຄວາມສະຫງົບ ໂດຍພື້ນຖານ, ປະຊາຊາຊົນ ມີສະຕິຕື່ນຕົວໃນການເຄົາລົບກົດໝາຍເຂົ້າ- ອອກເມືອງ, ພະນັກງານທີ່ເຮັດໜ້າທີ່ປະຈໍາດ່ານຊາຍແດນກໍໄດ້ມີການເຄື່ອນໄຫວກວດກາລາດຕະເວນຢ່າງແຂງແຮງ ແລະ ເປັນປະຈຳ ເພື່ອແນໃສ່ປ້ອງກັນສະກັດກັ້ນບັນຫາກໍ່ອາຊະຍາກຳ ທີ່ອາດຈະເກີດຂຶ້ນໄດ້ຢ່າງທັນການ,ໄປພ້ອມໆກັບລົງໂຄສະນາເຜີຍແຜ່ແນວທາງນະໂຍບາຍ ແລະ ກົດ ໝາຍ ໃຫ້ປະຊາຊົນບ້ານລຽບຕາມຊາຍແດນ ໄດ້ຮັບຮູ້ເຊື່ອມຊຶມ ແລະ ປະຕິບັດຢ່າງເຂັ້ມງວດ, ປັບປຸງແບບແຜນວິທີເຮັດວຽກ ແລະ ກໍ່ສ້າງກຳລັງສັນຕິບານພວກເຮົາ ແມ່ນຖືເອົາວຽກງານສຶກສາອົບຮົມ ການເມືອງນໍາພາ-ແນວຄິດ ໃຫ້ພະນັກງານ-ນັກຮົບເປັນກົກ ເພື່ອເຮັດໃຫ້ແນວຄິດຈິດ ໃຈອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາ-ຊີ້ນໍາຂອງພັກ, ມີລະບຽບວິໄນເຂັ້ມງວດ, ບໍລິສຸດສັດຊື່ຕັ້ງຕໍ່ເຮັດວຽກງານວິຊາສະເພາະດ້ວຍຄວາມຫ້າວຫັນ.

ຫ້ອງສັນຕິບານ ປກສ ແຂວງເຊກອງ ສະຫຼຸບວຽກງານ ປະ ຈຳປີ 2025 · ຮູບທີ 2

ວຽກງານ ທີ່ປະຕິບັດໄດ້: ລົງປ້ອງກັນກອງປະຊຸມ, ປ້ອງ ກັນບັນດາແຂກ ແລະ ງານບຸນສໍາຄັນຕ່າງໆພາຍໃນແຂວງເຊກອງ 35 ຄັ້ງ, ມີ 82 ເທື່ອແຮງງານ, ເຂົ້າຮ່ວມກອງປະ ຊຸມໃນວັນສໍາຄັນຕ່າງໆ ຢູ່ກອງບັນຊາການ ປກສ ແຂວງ 14 ຄັ້ງ, ມີ 19 ເທື່ອແຮງງານ, ວຽກງານໃກ້ສິດ: ປ້ອງກັນ, ຕິດຕາມ ທ່ານເຈົ້າແຂວງໄປປະຊຸມ ແລະ ຮ່ວມພິທີຕ່າງໆຢູ່ ພາຍໃນແຂວງເຊກອງ ແລະ ຢູ່ຕ່າງແຂວງ 76 ຄັ້ງ, ມີ 77 ເທື່ອສະຫາຍ. ວຽກງານວິຊາສະເພາະ ດ່ານສາກົນດາກຕະອອກ ແລະ ດ່ານທ້ອງຖິ່ນຕະວາງ: ວຽກງານກວດຄົນເຂົ້າ – ອອກເມືອງ (ທັງສອງດ່ານ). ຄົນແຈ້ງເຂົ້າເມືອງທັງໝົດ: 89.965 ຄົນ ຍິງ 8.312 ຄົນ, ຄົນແຈ້ງອອກເມືອງທັງໝົດ: 91.812 ຄົນ ຍິງ.509 ຄົນ, ພາຫານະເຂົ້າ: 66.016 ຄັນ, ໃນນັ້ນລົດໃຫຍ່ເຂົ້າ: 55.015 ຄັນ, ລົດໂດຍສານ 955 ຄັນ, ລັດຈັກເຂົ້າ 10.046 ຄັນ, ພາຫານະອອກ: 69.856 ຄັນ, ອອກໃບຜ່ານແດນໃຫ້ປະຊາຊົນລາວ ຕາມຂອບເຂດຊາຍແດນຈຳນວນ 11.886 ໃບ ແລະ ວຽກງານອື່ນໆ ກໍມີຜົນສຳເລັດຕາມຄາດໝາຍ.

ADadvertisement
ADadvertisement
ADadvertisement
ຫ້ອງສັນຕິບານ ປກສ ແຂວງເຊກອງ ສະຫຼຸບວຽກງານ ປະ ຈຳປີ 2025 · ຮູບທີ 3

ໂອກາດນີ້, ພົຈວ ຄຳບານ ພົມມະນີວົງ ກໍໄດ້ມີຄຳເຫັນ ໂອ້ລົມຕໍ່ກອງປະຊຸມ, ໂດຍໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ຄະນະຫ້ອງ ຕ້ອງເຮັດວຽກງານການເມືອງນຳພາແນວຄິດປົກກະຕິຕໍ່ເນື່ອງ, ສຸມໃສ່ປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝຍໃຫ້ຢ່າງຕັ້ງໜ້າ, ຢຶດໝັ້ນຕໍ່ແນວທາງ 5 ຫຼັກການ 3 ທິດນຳຂອງພັກ, ແບ່ງຄວາມຮັບຜິດຊອບໃນການນຳພາຊີ້ນຳ ຕິດພັນກັບຄວາມຮູ້ຄວາມສາມາດ, ປັບປຸງບັນດາທັດສະນະແນວຄິດ, ມີແບບແຜນການຊີ້ນຳ-ນຳພາ ຕາມແນວທາງລະບຽບກົດໝາຍ ທີ່ຖືກຕ້ອງສອດຄ່ອງ, ສ້າງພະນັກງານຫັນລົງຮາກຖານເພື່ອຕິດຕາມກວດກາສະພາບ ແລະ ບັນດາເປົ້າຫມາຍຕ່າງໆ, ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງ ໃຫ້ມີຄຸນທາດການເມືອງ ຄຸນສົມບັດສິນ ທຳປະຕິວັດ ແລະ ມີແບບແຜນວິທີເຮັດວຽກ, ສ້າງພະ ນັກງານສືບທອດປ່ຽນແທນ, ເປັນເຈົ້າການໃນການສ່ອງແສງລາຍງານລະຫວ່າງແຂວງກັບບັນດາເມືອງ ໃຫ້ເປັນປົກກະ ຕິຕໍ່ເນື່ອງ.

ຫ້ອງສັນຕິບານ ປກສ ແຂວງເຊກອງ ສະຫຼຸບວຽກງານ ປະ ຈຳປີ 2025 · ຮູບທີ 4

ຂ່າວ-ພາບ: ປກສ ແຂວງເຊກອງ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່