
ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຊະນະຄາມ ມ້າງກຸ່ມເປົ້າໝາຍສະແກມເມີ
P
ໂດຍ Pele
· 5 ເດືອນ ກ່ອນອ່ານ 1 ນາທີ50 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:45

ໃນວັນທີ 16 ມິຖຸນາ 2026, ເຈົ້າໜ້າທີ່ ປກສ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ລົງເປົ້າໝາຍກຸ່ມແກ້ງສະແກມເມີ ທີ່ມາລັກລອບເຄື່ອນໄຫວຢູ່ ບ້ານຫ້ວຍເຕົ່າ ເມືອງຊະນະຄາມ ສາມາດຈັບກຸມຜູ້ຖືກຫາໄດ້ 8 ຄົນ ທັງໝົດເປັນຄົນສັນຊາດ ຫວຽດນາມ ແລະ ຢຶດອຸປະກອນທີ່ນຳໃຊ້ເຂົ້າໃນການກະທຳຜິດມີຄອມພີວເຕີຕັ້ງໂຕະ 11 ຊຸດ, ໂທລະສັບມືຖື 18 ໜ່ວຍ ແລະ ອຸປະກອນຕ່າງໆທີ່ນໍາໃຊ້ເຂົ້າໃນການກະທຳຜິດຈຳນວນໜຶ່ງ.

ສ່ວນຜູ້ຖືກຫາຈຳນວນ 8 ຄົນ ແມ່ນສົ່ງໃຫ້ກອງບັນຊາການ ປກສ ແຂວງວຽງຈັນ ດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.

ຂ່າວ: ປກສ ແຂວງວຽງຈັນ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 50 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/11560
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່













