ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ທຳລາຍປາມຶກແຊ່ ສານຟໍມາລີນ 620 ກິໂລກຣາມ

ໂດຍ Pele
· 5 ເດືອນ ກ່ອນອ່ານ 1 ນາທີ41 ຄັ້ງ
ເຈົ້າໜ້າທີ່ທຳລາຍປາມຶກແຊ່ ສານຟໍມາລີນ 620 ກິໂລກຣາມ
ADadvertisement
ADadvertisement
ADadvertisement

ເມື່ອມໍ່ໆມານີ້, ເຈົ້າໜ້າທີ່ພະແນກຕໍາຫຼວດສິ່ງແວດລ້ອມ ຮ່ວມກັບ ເຈົ້າໜ້າທີ່ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ທຳລາຍປາມຶກມີສານຕົກຄ້າງ ແລະ ປົນເປື້ອນ 620 ກິໂລກຣາມ.

ເຈົ້າໜ້າທີ່ທຳລາຍປາມຶກແຊ່ ສານຟໍມາລີນ 620 ກິໂລກຣາມ

ພັນໂທ ຈັນສະໝຸດ ຈັນທະລັງສອນ ຮອງຫົວໜ້າພະແນກຕຳຫຼວດສິ່ງແວດລ້ອມ ປກສ ນະຄອນຫຼວງວຽງຈັນ ລາຍງານວ່າ: ປາມຶກທີ່ນຳມາທຳລາຍຄັ້ງນີ້ ແມ່ນຢຶດໄດ້ຢູ່ບ້ານໂພນໄຮຄໍາ ເມືອງໄຊທານີ ຕາມການແຈ້ງເບາະແສຈາກພົນລະເມືອງດີ, ພົບປາມຶກທີ່ແຊ່ແລ້ວກຽມສົ່ງອອກຂາຍ 220 ກິໂລ, ປາມຶກພວມແຊ່ຢູ່ຊາມ 400 ກິໂລ, ສານຟໍມາລີນ 4 ຕຸກ ແລະ ໂຊດາໄຟ 9 ກິໂລ ພ້ອມນຳຕົວຜູ້ກ່ຽວມາໃຫ້ຂໍ້ມູນ.

ເຈົ້າໜ້າທີ່ທຳລາຍປາມຶກແຊ່ ສານຟໍມາລີນ 620 ກິໂລກຣາມ · ຮູບທີ 2

ທີ່ມາແຫຼ່ງຂໍ້ມູນ: ປກສ ນະຄອນຫຼວງວຽງຈັນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່