ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທຳລາຍສິນຄ້າໝົດອາຍຸ ເສື່ອມຄຸນນະພາບ ແລະ ຊິງຊັງ ທີ່ຍຶດໄດ້ຕາມຮ້ານຄ້າ ໃນຕະຫລາດ

ໂດຍ kaling
· 5 ເດືອນ ກ່ອນອ່ານ 2 ນາທີ47 ຄັ້ງ
ທຳລາຍສິນຄ້າໝົດອາຍຸ ເສື່ອມຄຸນນະພາບ ແລະ ຊິງຊັງ ທີ່ຍຶດໄດ້ຕາມຮ້ານຄ້າ ໃນຕະຫລາດ
ADadvertisement
ADadvertisement
ADadvertisement

ວັນທີ 18 ມິຖຸນາ 2026 ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງສາມັກຄີໄຊ ແຂວງອັດຕະປື, ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ, ໄດ້ຈັດພິທີທຳລາຍສິນຄ້າອຸປະໂພກ-ບໍລິໂພກ ທີ່ໝົດອາຍຸການນຳໃຊ້ ແລະ ເສື່ອມຄຸນນະພາບ ທີ່ຍຶດມາໄດ້ຕາມທ້ອງຕະຫລາດ ແລະ ບັນດາຫ້າງຮ້ານພາຍໃນເມືອງ, ໂດຍການເຂົ້າຮ່ວມ ມີທ່ານ ລັດສະໝີ ບຸດຕະວົງ ຮອງປະທານຄະນະກຳມະການປົກຄອງເມືອງສາມັກຄີໄຊ, ມີ ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳສະຫວ່າງ ທອງປະເສີດ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ລາຍ ງານວ່າ: ສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ ແມ່ນໄດ້ມາຈາກການລົງເຄື່ອນໄຫວຕິດຕາມ, ກວດກາ ຂອງເຈົ້າໜ້າທີ່ກວດກາການຄ້າ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ຕາມຮ້ານຄ້າຂາຍຍົກ-ຂາຍຍ່ອຍ ແລະ ຕະຫລາດທົ່ວເມືອງສາມັກຄີໄຊ. ເຊິ່ງສິນຄ້າທີ່ນຳມາທຳລາຍນີ້ ປະກອບມີ: ສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ, ສິນຄ້າເກືອດຫ້າມ ແລະ ສິນຄ້ານອກລະບົບ ເປັນຕົ້ນແມ່ນ ເຂົ້າໜົມ, ເຄື່ອງສຳອາງ, ເບຍ, ເຄື່ອງດື່ມຊູກຳລັງ, ໝີ່ສຳເລັດຮູບ, ເຄື່ອງປຸງລົດຊາດ, ເຄື່ອງໃຊ້ປະຈຳວັນ, ແຊມພູ, ຄີມບຳລຸງຜິວ, ໝື້ແກັບ, ໂສ້-ບາ-ຝາດຶງສະຕາດຈັກສະຕິນ, ຊິງຊັ່ງ, ໄພ້ຢາງໄພ້ເຈ້ຍ, ຢາສູບອີຊີ, ຢາສູບຈີນ ແລະ ເຄື່ອງໃຊ້ທີ່ເສື່ອມຄຸນນະພາບອື່ນໆລວມທັງໝົດ ມີ 115 ລາຍການ, ຄິດເປັນມູນຄ່າຄວາມເສຍຫາຍຫລາຍກວ່າ 114 ລ້ານກີບ.

ສໍາລັບການທຳລາຍແມ່ນໄດ້ປະຕິບັດຕາມຫລັກການຮັກສາສິ່ງແວດລ້ອມ ໂດຍການຈູດທຳລາຍ ຢູ່ທີ່ ສະ ໜາມຂີ້ເຫຍື້ອຂອງເມືອງ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມ ແລະ ຊຸມຊົນອ້ອມຂ້າງ.

ADadvertisement
ADadvertisement
ADadvertisement

ທັງນີ້ ກໍເພື່ອເປັນການຮັບປະກັນຜົນປະໂຫຍດຄວາມປອດໄພຂອງຜູ້ຊົມໃຊ້ຈາກຜົນກະທົບທາງລົບ, ອັນເນື່ອງມາຈາກການຊົມໃຊ້ສິນຄ້າ ແລະ ການບໍລິການ, ທັງເປັນການສົ່ງເສີມການຜະລິດພາຍໃນ, ການນຳເຂົ້າ, ການຈຳໜ່າຍສິນຄ້າ ແລະ ການບໍລິການ ໃຫ້ມີຄຸນນະພາບໄດ້ມາດຕະຖານ, ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ, ແນໃສ່ເຮັດໃຫ້ສັງຄົມມີຄວາມຍຸດຕິທຳ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂຶ້ນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.

ທີ່ມາ: ຂ່າວສານອອນລາຍ ອັດຕະປື

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່