ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງຊຽງຂວາງ ຈັບຕົວເປົ້າໝາຍແກ້ງສະແກມເມີ 17 ຄົນ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 2 ນາທີ82 ຄັ້ງ
ປກສ ແຂວງຊຽງຂວາງ ຈັບຕົວເປົ້າໝາຍແກ້ງສະແກມເມີ 17 ຄົນ
ADadvertisement
ADadvertisement
ADadvertisement
ປກສ ແຂວງຊຽງຂວາງ ຈັບຕົວເປົ້າໝາຍແກ້ງສະແກມເມີ 17 ຄົນ

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານອາດຊະຍາກໍາທາງເທັກໂນໂລຢີ ໂດຍສາມາດເຂົ້າແກ້ໄຂ ແລະ ຈັບຕົວກຸ່ມແກ້ງທີ່ເຄື່ອນໄຫວສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ( ແກ້ງສະແກມເມີ ) ຢູ່ທິ່ ບ້ານໂງຍ ເມືອງແປກ ແຂວງຊຽງຂວາງ ໃນວັນ 17 ມິຖຸນາ 2026 ຈຳນວນ 17 ຄົນ.

ປກສ ແຂວງຊຽງຂວາງ ຈັບຕົວເປົ້າໝາຍແກ້ງສະແກມເມີ 17 ຄົນ · ຮູບທີ 2

ຜ່ານການກວດກາພົບວ່າກຸ່ມຄົນດັ່ງກ່າວລ້ວນແຕ່ເປັນຄົນຕ່າງປະເທດ ທີ່ລັກລອບເຂົ້າມາເຄື່ອນໄຫວກະທຳຜິດກົດໝາຍຢູ່ ສປປ ລາວ ຈຳນວນ 17 ຄົນ, ມີ 3 ສັນຊາດ, ໃນນັ້ນ ສັນຊາດຍີ່ປຸ່ນ 9 ຄົນ, ຍິງ 1 ຄົນ, ໄຕ້ຫວັນ 4 ຄົນ ແລະ ສັນຊາດຈີນ 4 ຄົນ ຍິງ 1 ຄົນ.

ປກສ ແຂວງຊຽງຂວາງ ຈັບຕົວເປົ້າໝາຍແກ້ງສະແກມເມີ 17 ຄົນ · ຮູບທີ 3

ເຈົ້າໜ້າທີ່ຍັງສາມາດຢຶດຂອງກາງ ທີ່ເປັນອຸປະກອນຮັບໃຊ້ໃນການກະທໍາຜິດໄດ້ເປັນຈໍານວນຫຼວງຫຼາຍ ເຊິ່ງປະກອບມີ: ຄອມພິວເຕີໂນດບຸກ ຈໍານວນ 3 ໜ່ວຍ, ໄອແພັດ (iPad) 6 ໜ່ວຍ, ຄອມພິວເຕີຕັ້ງໂຕະ 2 ເຄື່ອງ, ໂທລະສັບມືຖື 17 ໜ່ວຍ ພ້ອມທັງເຄື່ອງຂອງອື່ນໆອີກຈໍານວນໜຶ່ງ.

ປກສ ແຂວງຊຽງຂວາງ ຈັບຕົວເປົ້າໝາຍແກ້ງສະແກມເມີ 17 ຄົນ · ຮູບທີ 4

ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ພະແນກຄຸ້ມຄອງຄົນຕ່າງປະເທດ ຍັງໄດ້ຕິດຕາມກັກຕົວຜູ້ກະທຳຜິດເພີ່ມຕຶ່ມອີກ 2 ຄົນ ສັນຊາດຈີນ ທີ່ລັກລອບເຂົ້າເມືອງໂດຍຜິດກົດໝາຍ ແລະ ມີພຶດຕິກຳກຽມການຈະເປີດເວັບໄຊພະນັນອອນລາຍ.

ປັດຈຸບັນ, ກອງບັນຊາການ ປກສ ແຂວງຊຽງຂວາງ ແມ່ນກໍາລັງເລັ່ງດໍາເນີນການສືບສວນ-ສອບສວນ ຜູ້ຖືກຫາທັງໝົດຢ່າງລະອຽດ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການ.

ປກສ ແຂວງຊຽງຂວາງ ຈັບຕົວເປົ້າໝາຍແກ້ງສະແກມເມີ 17 ຄົນ · ຮູບທີ 5

ການສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ແມ່ນເປັນອີກໜຶ່ງໄພຄຸກຄາມ ແລະ ສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງຮ້າຍແຮງ. ໃນໄລຍະຜ່ານມາ ບັນຫາດັ່ງກ່າວໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນຢ່າງຫຼວງຫຼາຍແກ່ປະຊາຊົນບັນດາເຜົ່າ ຜູ້ທີ່ຮູ້ເທົ່າບໍ່ເຖິງການ ທີ່ຕົກເປັນເຫຍື່ອຂອງກຸ່ມແກ້ງຄົນບໍ່ດີເຫຼົ່ານີ້.

ປກສ ແຂວງຊຽງຂວາງ ຈັບຕົວເປົ້າໝາຍແກ້ງສະແກມເມີ 17 ຄົນ · ຮູບທີ 6

ສະນັ້ນ, ເຈົ້າໜ້າທີ່ ປກສ ແຂວງຊຽງຂວາງ ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ແລະ ທຸກຊັ້ນຄົນໃນສັງຄົມຈົ່ງມີສະຕິລະວັງຕົວສູງໃນການນຳໃຊ້ເຄື່ອງມືສື່ສານ, ການນຳໃຊ້ອິນເຕີເນັດ ແລະ ການຊົມໃຊ້ສື່ສັງຄົມອອນລາຍຕ່າງໆ ຢ່າງມີສະຕິ ເພື່ອຫຼີກລຽງຈາກບັນຫາການຫຼອກລວງ ແລະ ການສໍ້ໂກງທາງສື່ສັງຄົມອອນລາຍທຸກຮູບແບບ.

ປກສ ແຂວງຊຽງຂວາງ ຈັບຕົວເປົ້າໝາຍແກ້ງສະແກມເມີ 17 ຄົນ · ຮູບທີ 7

ຂ່າວ: ປກສ ແຂວງຊຽງຂວາງ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 82 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່