ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ພິທີເປີດ ຂະບວນການສົ່ງອອກ, ສົ່ງຜ່ານ ພືດ ຜະລິດຕະພັນພືດ ລະຫວ່າງ ສປປ ລາວ ແລະ ຣາຊາອານາຈັກກຳປູເຈຍ

ໂດຍ kaling
· 5 ເດືອນ ກ່ອນອ່ານ 2 ນາທີ46 ຄັ້ງ
ພິທີເປີດ ຂະບວນການສົ່ງອອກ, ສົ່ງຜ່ານ ພືດ ຜະລິດຕະພັນພືດ ລະຫວ່າງ ສປປ ລາວ ແລະ ຣາຊາອານາຈັກກຳປູເຈຍ
ADadvertisement
ADadvertisement
ADadvertisement

ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດ ຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ແຜນວາລະແຫ່ງຊາດ ໃຫ້ສຳເລັດຜົນຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ໂດຍສະເພາະ ແມ່ນການແກ້ໄຂບັນຫາທາງດ້ານເສດຖະກິດ ທີ່ຕິດພັນກັບຂະແໜງການກະສິກຳ ແລະ ສິ່ງແວດລ້ອມ. ສະນັ້ນ, ໃນຕອນບ່າຍວັນທີ 22 ມິຖຸນາ 2026 ທີ່ ທ່າບົກທ່ານາແລ້ງ, ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດຂະບວນການສົ່ງອອກ, ສົ່ງຜ່ານ ພືດ ຜະລິດຕະພັນພືດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ. ໂດຍການເປັນປະທານຮ່ວມຂອງທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ດິດ ທິນາ ລັດຖະມົນຕີ ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ. ມີ ບັນດາທ່ານ ຮອງລັດຖະມົນຕີ, ເອກອັກຄະລາຊທູດ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈໍາ ສປປ ລາວ, ຮອງປະທານອົງການປົກຄອງແຂວງຈໍາປາສັກ, ຫົວໜ້າ-ຮອງຫົວໜ້າກົມ, ນັກທຸລະກິດຜູ້ະກອບການ ທັງພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ພິທີເປີດ ຂະບວນການສົ່ງອອກ, ສົ່ງຜ່ານ ພືດ ຜະລິດຕະພັນພືດ ລະຫວ່າງ ສປປ ລາວ ແລະ ຣາຊາອານາຈັກກຳປູເຈຍ

ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ໄດ້ລາຍງານໃຫ້ຮູ້ວ່າ: “ສຳລັບ ການສົ່ງອອກ ຣາຊະອານາຈັກ ກຳປູເຈຍ ຄ້ັງນີ້ ເປັນຂີດໝາຍໃໝ່ຂອງພັກ ແລະ ລັດຖະບານລາວ ກ່ຽວກັບ ການຫັນເປັນປະເທດ ແລນລັອກເປັນແລນລິ້ງ ຫັນເອົາທ່າແຮງທີ່ຕັ້ງຂອງ ສປປ ລາວ ເພື່ອເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ສອງກະຊວງ ລາວ – ກຳປູເຈຍ ໄດ້ດຳເນີນການເຈລະຈາ ການສົ່ງອອກ, ສົ່ງຜ່ານ ພືດ ໃນຕົ້ນປີນີ້ 2026 ນີ້ ໂດຍສະເພາະ ພວກເຮົາໄດ້ບັນລຸການລົງນາມໃນຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ລະຫ່ວາງ ສອງຝ່າຍ ຈຳນວນ 12 ລາຍການ (ມີ 6 ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ສໍາລັບ ສົ່ງຜ່ານ ໝາກຖົ່ວລຽນ, ໝາກລໍາໄຍ, ໝາກກ້ວຍ, ໝາກມ່ວງ, ເຂົ້າສານ ແລະ ມັນຕົ້ນ ຈາກ ຣາຊະອານາຈັກກຳປູເຈຍ ໄປຍັງ ສປ ຈີນ. ແລະ 6 ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມ

ພິທີເປີດ ຂະບວນການສົ່ງອອກ, ສົ່ງຜ່ານ ພືດ ຜະລິດຕະພັນພືດ ລະຫວ່າງ ສປປ ລາວ ແລະ ຣາຊາອານາຈັກກຳປູເຈຍ · ຮູບທີ 2

ພືດ ສຳລັບ ສົ່ງອອກ ເຂົ້າສານ, ກາເຟ, ບູແບລີ້, ໝາກອື, ກະລໍ່າ ແລະ ໝາກຂາມ ສົ່ງອອກ ຈາກ ສປປ ລາວ ໄປ ຍັງ ຣາຊະອານາຈັກກຳປູເຈຍບົດພື້ນຖານຕ່າງຝ່າຍ ຕ່າງມີຜົນປະໂຫຍດ ແລະ ສອດຄ່ອງກັບ ເງືອນໄຂການສົ່ງອອກ, ສົ່ງຜ່ານ ດ້ານສຸຂານາໄມພືດ ຢ່າງຖືກຕ້ອງຕາມທຸກຂັ້ນຕອນ ຊື່ງໄລຍະຜ່ານມາ ສອງຝ່າຍໄດ້ມີການຄ້າຂາຍຕາມຊາຍແດນ ໄດ້ຫຼາຍພືດ ປະມານ ມີຈຳນວນ 3671 ໂຕນ ມຸນຄ່າ 4,019,606 ໂດລາສະຫະລັດ. ເພື່ອໃຫ້ພິທີດັ່ງກ່າວມີຄວາມໝາຍສໍາຄັນ ຄະນະປະທານ ໄດ້ໃຫ້ກຽດຂຶ້ນກົດປຸມ ເພື່ອເປີດປາຍ ແລະ ພິທີການສົ່ງອອກ, ສົ່ງຜ່ານ ພືດ ຜະລິດຕະພັນພືດ ຢ່າງເປັນທາງການ.

ADadvertisement
ADadvertisement
ADadvertisement

ຂ່າວຈາກ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່