ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ແຂວງຊຽງຂວາງ ຢຶດພາຫະນະ ແລະ ອຸປະກອນຂຸດຄົ້ນຄຳ ເຖື່ອນ ພ້ອມກັກຕົວແຮງໄດ້ 8 ຄົນ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ59 ຄັ້ງ
ເຈົ້າໜ້າທີ່ແຂວງຊຽງຂວາງ ຢຶດພາຫະນະ ແລະ ອຸປະກອນຂຸດຄົ້ນຄຳ ເຖື່ອນ ພ້ອມກັກຕົວແຮງໄດ້ 8 ຄົນ
ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ແຂວງຊຽງຂວາງ ຢຶດພາຫະນະ ແລະ ອຸປະກອນຂຸດຄົ້ນຄຳ ເຖື່ອນ ພ້ອມກັກຕົວແຮງໄດ້ 8 ຄົນ

ວັນທີ 20 ມິຖຸນາ 2026 ຄະນະສະເພາະກິດຂອງສູນກາງ ຮ່ວມກັບ ຄະນະສະເພາະກິດກອງບັນຊາການທະຫານ ແຂວງຊຽງຂວາງ ໄດ້ສົມທົບກັບກອງຮ້ອຍທະຫານຊາຍແດນ 222 ເຂົ້າກວດກາການດຳເນີນກິດຈະການຂອງ ບໍລິສັດ ຄຳດີ ຕັ້ງຢູ່ແຄມຫ້ວຍນ້ຳ ບ້ານສາມແຈ ເມືອງໝອກ ແຂວງຊຽງຂວາງ ເພື່ອຈັດຕັ້ງປະຕິບັດຕາມຄຳສັ່ງເລກທີ 06/ນຍ, ລົງວັນທີ 07 ພຶດສະພາ2025, ຄຳສັ່ງ ເລກທີ 46/ ນຍ ລົງວັນທີ 13 ເມສາ 2026 ແລະ ຄຳສັ່ງຂອງເຈົ້າແຂວງຊຽງຂວາງສະບັບເລກທີ 02 / ຊຂ ລົງວັນທີ 04 ມີນາ 2024

ເຈົ້າໜ້າທີ່ແຂວງຊຽງຂວາງ ຢຶດພາຫະນະ ແລະ ອຸປະກອນຂຸດຄົ້ນຄຳ ເຖື່ອນ ພ້ອມກັກຕົວແຮງໄດ້ 8 ຄົນ · ຮູບທີ 2

‎ຜ່ານການລົງກວດກາຕົວຈິງ ຢູ່ສະໜາມພົບເຫັນການກະທຳຜິດ 8 ຄົນ ສັນຊາດຫວຽດນາມ 6 ຄົນ ທັງໝົດມາຈາກຕາແສງ ກວາງອວາຍ, ນະຄອນຫລວງຮ່າໂນ້ຍ ແລະ ຕາແສງ ຕຽນກວາງ ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວໄວ້ທັງໝົດ ຄື: 1. ທ້າວ ຫງ້ຽນດຸງແມ້ງ ອາຍຸ 34 ປີ, 2. ທ້າວ ຫວ້ຽນແຢ້ງຮ່າ ອາຍຸ 38 ປີ, 3. ທ້າວ ຫງ້ຽນເຢຍວິງ ອາຍຸ 34 ປີ, 4. ທ້າວ ກາວຊັວນຢຸ້ງ ອາຍຸ 24 ປີ, 5. ທ້າວ ຫວຽນຫວຽດຈ້ຽນ ອາຍຸ 24 ປີ, 6. ທ້າວ ຊົງຊາວເຍີດ ອາຍຸ 30 ປີ.

ເຈົ້າໜ້າທີ່ແຂວງຊຽງຂວາງ ຢຶດພາຫະນະ ແລະ ອຸປະກອນຂຸດຄົ້ນຄຳ ເຖື່ອນ ພ້ອມກັກຕົວແຮງໄດ້ 8 ຄົນ · ຮູບທີ 3

ແລະ ໂຊເຟີລົດຈົກຄົນລາວ 2 ຄົນ, ພາຫະນະ ແລະ ອຸປະກອນຂອງກາງທີ່ຢຶດໄດ້ໃນສະໜາມມີ: ລົດຈົກ ໂຄເບ (Kobe) ສີຂຽວ 3 ຄັນ, ລົດກະບະ ໂຕໂຍຕ້າ ວີໂກ້ແຊັມ ສີຂາວດຳ ປ້າຍທະບຽນ ຮລ 6798 ກຳແພງນະຄອນ 1 ຄັນ, ລົດກະບະ ມາດສະດາ (Mazda) ສີປອນເງິນ ປ້າຍທະບຽນ 29K-28062 ຈຳນວນ 1 ຄັນ ແລະ ລົດຈັກ ຮອນດ້າ ເວບ 100 ສີດຳ ບໍ່ມີປ້າຍທະບຽນ 1 ຄັນ.

ເຈົ້າໜ້າທີ່ແຂວງຊຽງຂວາງ ຢຶດພາຫະນະ ແລະ ອຸປະກອນຂຸດຄົ້ນຄຳ ເຖື່ອນ ພ້ອມກັກຕົວແຮງໄດ້ 8 ຄົນ · ຮູບທີ 4

ອຸປະກອນຂຸດຄົ້ນມີ: ຈັກດູດນ້ຳ 3 ເຄື່ອງ, ຈັກປັ່ນໄຟຟ້າ 1 ເຄື່ອງ, ຕະແກງດັກຄຳ 2 ເຄື່ອງ, ຜ້າພົມດັກຄຳ 11 ແຜ່ນ, ບັ້ງອົກຊີ 2 ບັ້ງ, ທໍ່ນ້ຳ 3 ໂຄ້ງ, ຖັງນ້ຳມັນ 2 ຖັງ.

ເຈົ້າໜ້າທີ່ແຂວງຊຽງຂວາງ ຢຶດພາຫະນະ ແລະ ອຸປະກອນຂຸດຄົ້ນຄຳ ເຖື່ອນ ພ້ອມກັກຕົວແຮງໄດ້ 8 ຄົນ · ຮູບທີ 5

‎ປັດຈຸບັນ, ເຈົ້າໜ້າທີ່ໄດ້ກັກຕົວຜູ້ຖືກຫາທັງ 8 ຄົນ ພ້ອມຂອງກາງທັງໝົດ ໄປເກັບຮັກສາໄວ້ຢູ່ກອງຮ້ອຍທະຫານຊາຍແດນ 222 ພ້ອມກັນນັ້ນ, ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກຮ່ວມກັບທາງບໍລິສັດ ແລະ ເກັບກຳຂໍ້ມູນຫຼັກຖານຕົວຈິງທັງໝົດ ມອບໃຫ້ໜ່ວຍງານສະເພາະກິດຈາກສູນກາງ ເພື່ອທຳການສືບສວນສອບສວນດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ເຈົ້າໜ້າທີ່ແຂວງຊຽງຂວາງ ຢຶດພາຫະນະ ແລະ ອຸປະກອນຂຸດຄົ້ນຄຳ ເຖື່ອນ ພ້ອມກັກຕົວແຮງໄດ້ 8 ຄົນ · ຮູບທີ 6
ເຈົ້າໜ້າທີ່ແຂວງຊຽງຂວາງ ຢຶດພາຫະນະ ແລະ ອຸປະກອນຂຸດຄົ້ນຄຳ ເຖື່ອນ ພ້ອມກັກຕົວແຮງໄດ້ 8 ຄົນ · ຮູບທີ 7

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 59 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່