ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທາງລົດໄຟລາວ-ຈີນ ເປີດໃຫ້ບໍລິການຂົນສົ່ງພັດສະດຸດ້ວຍຕູ້ລົດໄຟຄວາມໄວທຳມະດາ

ໂດຍ Pele
· 5 ເດືອນ ກ່ອນອ່ານ 2 ນາທີ58 ຄັ້ງ
ທາງລົດໄຟລາວ-ຈີນ ເປີດໃຫ້ບໍລິການຂົນສົ່ງພັດສະດຸດ້ວຍຕູ້ລົດໄຟຄວາມໄວທຳມະດາ
ADadvertisement
ADadvertisement
ADadvertisement

ວັນທີ 22 ມິຖຸນາ ນີ້, ຂະບວນລົດໄຟທຳມະດາຖ້ຽວ K12 ທີ່ໄດ້ເກາະຕູ້ລົດໄຟສະເພາະຂົນສົ່ງພັດສະດຸໃສ່ ໄດ້ຄ່ອຍໆແລ່ນອອກຈາກສະຖານີ ນະຄອນຫຼວງວຽງຈັນ. ພິທີເປີດໃຫ້ບໍລິການຂະບວນລົດໄຟດັ່ງກ່າວ ຖືເປັນຄັ້ງທຳອິດທີ່ທາງລົດໄຟລາວ-ຈີນ ໄດ້ນຳໃຊ້ຕູ້ລົດໄຟສະເພາະເພື່ອຂົນສົ່ງພັດສະດຸ ຊຶ່ງຈະຊ່ວຍເພີ່ມທະວີປະສິດທິພາບການໝູນວຽນການຂົນສົ່ງສິນຄ້າ ແລະ ຕອບສະໜອງຄວາມຕ້ອງການດ້ານການຂົນສົ່ງສິນຄ້າທີ່ນັບມື້ນັບຫຼາຍຂຶ້ນຂອງຕະຫຼາດ ໄດ້ຢ່າງມີປະສິດທິຜົນ.

ທາງລົດໄຟລາວ-ຈີນ ເປີດໃຫ້ບໍລິການຂົນສົ່ງພັດສະດຸດ້ວຍຕູ້ລົດໄຟຄວາມໄວທຳມະດາ

ອີງຕາມຂໍ້ມູນຈາກ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໃຫ້ຮູ້ວ່າ: ເມື່ອກ່ອນການຂົນສົ່ງພັດສະດຸດ້ວຍລົດໄຟນັ້ນ ແມ່ນນຳໃຊ້ບ່ອນນັ່ງຫວ່າງຂອງລົດໄຟທຳມະດາຖ້ຽວ K12 ແລະ K11 ເປັນຕົ້ນຕໍ ຊຶ່ງບໍ່ສາມາດຕອບສະໜອງຄວາມຕ້ອງການໃນການຂົນສົ່ງພັດສະດຸທີ່ນັບມື້ນັບຫຼາຍຂຶ້ນ ແລະ ຍັງສົ່ງຜົນກະທົບຕໍ່ປະສົບການການເດີນທາງຂອງຜູ້ໂດຍສານ. ເພື່ອປັບປຸງສະພາບການຂົນສົ່ງສິນຄ້າປະເພດພັດສະດຸໃຫ້ມີປະສິດທິພາບຂຶ້ນ, ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ເຮັດວຽກຢ່າງຕັ້ງໜ້າ ເພື່ອນໍາເອົາຕູ້ລົດໄຟສະເພາະບັນທຸກພັດສະດຸເຂົ້າມານໍາໃຊ້ ຊຶ່ງຈະສາມາດເພີ່ມທະວີຄວາມສາມາດດ້ານການຂົນສົ່ງພັດສະດຸພາຍໃນລາວໄດ້ຫຼາຍກວ່າໜຶ່ງເທົ່າ.

ທາງລົດໄຟລາວ-ຈີນ ເປີດໃຫ້ບໍລິການຂົນສົ່ງພັດສະດຸດ້ວຍຕູ້ລົດໄຟຄວາມໄວທຳມະດາ · ຮູບທີ 2

ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຍັງໃຫ້ຂໍ້ມູນເພີ່ມເຕີມອີກວ່າ: ການຂົນສົ່ງພັດສະດຸດ້ວຍຕູ້ລົດໄຟທີ່ເປີດໃຫ້ບໍລິການໃນຄັ້ງນີ້, ແມ່ນຈະສາມາດເຮັດທຸລະກຳຂົນສົ່ງພັດສະດຸຢູ່ສະຖານີນະຄອນຫຼວງວຽງຈັນ ແລະ ສະຖານີບໍ່ເຕ່ນໄດ້ເທົ່ານັ້ນ, ສ່ວນຢູ່ສະຖານີຫຼວງພະບາງ, ສະຖານີເມືອງໄຊ ແລະ ສະຖານີນາເຕີຍ ແມ່ນຈະເຮັດໄດ້ພຽງແຕ່ທຸລະກຳຮັບພັດສະດຸທີ່ມາຮອດ. ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຈະສືບຕໍ່ຄຸ້ມຄອງຕາມລະບຽບການຂົນສົ່ງສິນຄ້າປະເພດພັດສະດຸດ້ວຍທາງລົດໄຟຢ່າງເຂັ້ມງວດ, ເພື່ອຮັບປະກັນໃຫ້ການຂົນສົ່ງສິນຄ້າດັ່ງກ່າວມີຄວາມປອດໄພ ແລະ ສະດວກສະບາຍ.

ADadvertisement
ADadvertisement
ADadvertisement

ພາຍຫຼັງທີ່ໄດ້ເປີດໃຫ້ບໍລິການຂົນສົ່ງພັດສະດຸດ້ວຍທາງລົດໄຟ, ຄວາມສາມາດໃນການຂົນສົ່ງພັດສະດຸຂອງທາງລົດໄຟລາວ-ຈີນ ຈະເພີ່ມຂຶ້ນຢ່າງຫຼວງຫຼາຍ, ຈະກາຍເປັນເສັ້ນທາງຂົນສົ່ງພັດສະດຸໃໝ່ພາຍໃນລາວ ແລະ ຈະສ້າງແຮງກະຕຸ້ນອັນແຂງແຮງດ້ານການລວບລວມ – ແຈກຢາຍພັດສະດຸ ແລະ ຂົນສົ່ງພັດສະດຸໃຫ້ທາງພາກເໜືອຂອງ ສປປ ລາວ, ອັນສະແດງໃຫ້ເຫັນເຖິງບົດບາດ ແລະ ກຳລັງຄວາມສາມາດຂອງທາງລົດໄຟລາວ-ຈີນ ທີ່ນັບມື້ນັບເພີ່ມຂຶ້ນ.

(ຂໍ້ມູນຈາກ ບໍລິສັດ ທາງລົດໄຟລາວ-ຈີນ)

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 58 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່