ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະຫວັນນະເຂດ ເລັ່ງແກ້ໄຂ-ປາບປາມການລັກລອບຂຸດຄົ້ນແຮ່ຄໍາ-ປ່າໄມ້ ຢູ່4 ເມືອງ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 2 ນາທີ128 ຄັ້ງ
ສະຫວັນນະເຂດ ເລັ່ງແກ້ໄຂ-ປາບປາມການລັກລອບຂຸດຄົ້ນແຮ່ຄໍາ-ປ່າໄມ້ ຢູ່4 ເມືອງ
ADadvertisement
ADadvertisement
ADadvertisement
ສະຫວັນນະເຂດ ເລັ່ງແກ້ໄຂ-ປາບປາມການລັກລອບຂຸດຄົ້ນແຮ່ຄໍາ-ປ່າໄມ້ ຢູ່4 ເມືອງ

ຂປລ. ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ແຂວງສະຫວັນນະເຂດ ເລັ່ງແກ້ໄຂ-ປາບປາມການລັກລອບຂຸດຄົ້ນແຮ່ຄໍາ-ປ່າໄມ້ ຢູ່4 ເມືອງຄື: ເມືອງພີນ, ວິລະບູລີ, ເຊໂປນ ແລະ ເມືອງນອງ, ຊຶ່ງກັກຕົວຜູ້ຖືກຫາໄດ້ 21 ຄົນ ໃນນີ້, ສັນຊາດຫວຽດນາມ 11 ຄົນ, ສັນຊາດລາວ 7 ຄົນ, ສັນຊາດມຽນມາ 3 ຄົນ.

ສະຫວັນນະເຂດ ເລັ່ງແກ້ໄຂ-ປາບປາມການລັກລອບຂຸດຄົ້ນແຮ່ຄໍາ-ປ່າໄມ້ ຢູ່4 ເມືອງ · ຮູບທີ 2

ໂດຍປະຕິບັດຕາມຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 11/ຄລສພ, ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍເພີ່ມທະວີການຊີ້ນໍາຂອງຄະນະພັກຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທໍາມະຊາດ ແລະ ປະຕິບັດຕາມທິດຊີ້ນຳຂອງຄະນະພັກ-ຄະນະນຳຂັ້ນສູງ ຂອງແຂວງສະຫວັນນະເຂດ, ຄະນະກຳມະການປົກຄອງແຂວງ ຈຶ່ງໄດ້ອອກຂໍ້ຕົກລົງເລກທີ 956/ຄປຂ, ລົງວັນທີ 15 ພຶດສະພາ 2026 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຕິດຕາມ, ກວດກາ ແລະສະກັດກັ້ນການລັກລອບຂຸດຄົ້ນ ຊັບພະຍາກອນທຳມະຊາດ (ແຮ່ທາດ ແລະ ໄມ້) ຂັ້ນແຂວງ ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຈິງຈັງ ແລະ ເຂັ້ມງວດ ປັດຈຸບັນ, ຄະນະກຳມະການ 956/ຄປຂ ເລັ່ງຂຸ້ນຂ້ຽວທັບມ້າງ-ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ກ່ຽວກັບການຂຸດຄົ້ນແຮ່ທາດ (ຄຳຕົກຂ້ອນ ແລະ ໄມ້) ທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ໃນເຂດ 4 ເມືອງຄື: ພີນ, ວິລະບູລີ, ເຊໂປນ ແລະນອງ, ຊຶ່ງມາໃນໄລຍະປັດຈຸບັນ ແມ່ນມີຄວາມຄືບໜ້າ ແລະ ມີສຳເລັດຜົນໃນຫລາຍດ້ານ.

ສະຫວັນນະເຂດ ເລັ່ງແກ້ໄຂ-ປາບປາມການລັກລອບຂຸດຄົ້ນແຮ່ຄໍາ-ປ່າໄມ້ ຢູ່4 ເມືອງ · ຮູບທີ 3

ອີງຕາມການລາຍງານ ຂອງຄະນະກຳມະການ 956/ຄປຂ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະກຳມະການ 956/ຄປຂ ໄດ້ສົມທົບກັບກຳລັງ ປກຊ-ປກສ ແຂວງ ແລະ ອົງການປົກຄອງ 4 ເມືອງເປົ້າໝາຍ ໄດ້ເປີດບັ້ນເຄື່ອນໄຫວຕິດຕາມ, ກວດກາ ແລະ ສະກັດກັ້ນການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ ທີ່ບໍ່ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ, ຊຶ່ງມີຜູ້ເຂົ້າຮ່ວມປະຕິບັດງານທັງໝົດປະມານ 180 ທ່ານ, ໂດຍແບ່ງອອກເປັນ 6 ຈຸງານໃນການຈັດຕັ້ງປະຕິບັດ, ຜ່ານການເຄື່ອນໄຫວຕົວຈິງ ສາມາດລາຍງານສະພາບຜົນກວດກາ, ທັບມ້າງ ແລະ ແກ້ໄຂກຸ່ມຄົນທີ່ລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດ (ແຮ່ຄໍາ-ປ່າໄມ້) ໂດຍບໍ່ໄດ້ຮັບອະນຸຍາດ ຢູ່ 24 ຈຸດ (ພົບເຫັນໃໝ່ 7 ຈຸດຈາກການລາຍງານໃນເມື່ອກ່ອນ) ຄື: ເຂດເມືອງເຊໂປນ 12 ຈຸດ (ພົບເຫັນໃໝ່ 4 ຈຸດ, ມີພາຫະນະ ແລະ ກົນຈັກ ພ້ອມອຸປະກອນ), ເມືອງພີນ 7 ຈຸດ, ເມືອງວິລະບູລີ 4 ຈຸດ (ພົບເຫັນໃໝ່ 1 ຈຸດ ປະເພດໄມ້) ແລະ ປະສານໃຫ້ເມືອງນອງ ສະກັດກັ້ນຊ່ວຍ 1 ເປົ້າໝາຍ, ສາມາດກັກໂຕຜູ້ຖືກຫາໄດ້ທັງໝົດ 21 ຄົນ ໃນນີ້, ສັນຊາດຫວຽດນາມ 11 ຄົນ, ສັນຊາດລາວ 7 ຄົນ, ສັນຊາດມຽນມາ 3 ຄົນ (ປັດຈຸບັນ ຜູ້ຖືກຫາທັງໝົດໄດ້ຖືກກັກຕົວໄວ້ຢູ່ຄ້າຍຄຸມຂັງດັດສ້າງແຂວງ).

ADadvertisement
ADadvertisement
ADadvertisement
ສະຫວັນນະເຂດ ເລັ່ງແກ້ໄຂ-ປາບປາມການລັກລອບຂຸດຄົ້ນແຮ່ຄໍາ-ປ່າໄມ້ ຢູ່4 ເມືອງ · ຮູບທີ 4

ປັດຈຸບັນ, ຄະນະຮັບຜິດຊອບ 956/ຄປຂ ກຳລັງດຳເນີນການສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນນຳປະຊາຊົນ, ອຳນາດການປົກຄອງບ້ານ ເພື່ອຂະຫຍາຍຜົນຫາຕົວຜູ້ກະທຳຜິດທີ່ຮ່ວມຂະບວນການ ມາຮັບຜິດຊອບຕໍ່ຜົນເສຍຫາຍ ທີ່ເກີດຂຶ້ນຕາມລະບຽບກົດໝາຍຂອງບ້ານເມືອງ, ພ້ອມທັງເລັ່ງຈັດຕັ້ງການເກັບກູ້ ແລະ ເຄື່ອນຍ້າຍວັດຖຸອຸປະກອນດັ່ງກ່າວ ມາຮັກສາໄວ້ໃນສະຖານທີ່ປອດໄພ, ຊຶ່ງຄາດວ່າການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຈະໃຫ້ສຳເລັດໃນໄວໆນີ້.

ສະຫວັນນະເຂດ ເລັ່ງແກ້ໄຂ-ປາບປາມການລັກລອບຂຸດຄົ້ນແຮ່ຄໍາ-ປ່າໄມ້ ຢູ່4 ເມືອງ · ຮູບທີ 5

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 128 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່