ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກາແດງແຫ່ງຊາດລາວ ປະເມີນຄວາມຕ້ອງການສຸກເສີນ-ເງິນສົດໃຫ້ 6 ເມືອງເປົ້າໝາຍ ພ້ອມລົງມອບເຄື່ອງບັນເທົາທຸກໃຫ້ປະຊາຊົນ 150 ຄອບຄົວ

ໂດຍ Pele
· 5 ເດືອນ ກ່ອນອ່ານ 2 ນາທີ31 ຄັ້ງ
ກາແດງແຫ່ງຊາດລາວ ປະເມີນຄວາມຕ້ອງການສຸກເສີນ-ເງິນສົດໃຫ້ 6 ເມືອງເປົ້າໝາຍ ພ້ອມລົງມອບເຄື່ອງບັນເທົາທຸກໃຫ້ປະຊາຊົນ 150 ຄອບຄົວ
ADadvertisement
ADadvertisement
ADadvertisement

ໃນລະຫວ່າງວັນທີ 23-25 ມິຖຸນານີ້, ອົງການກາແດງແຫ່ງຊາດລາວ ໄດ້ຈັດຊຸດຝຶກອົບຮົມ ພາຍໃຕ້ຫົວຂໍ້ “ການປະເມີນຄວາມຕ້ອງການສຸກເສີນ ແລະ ການຊ່ວຍເຫຼືອດ້ວຍເງິນສົດ (Emergency Needs Assessment and Cash Assistance Training)” ໃຫ້ແກ່ພະນັກງານກາແດງ ຈາກ 6 ເມືອງເປົ້າໝາຍ ໃນ 4 ແຂວງ ເພື່ອແນໃສ່ເສີມສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຂີດຄວາມສາມາດໃນການກຽມຄວາມພ້ອມ ແລະ ຕອບໂຕ້ຕໍ່ໄພພິບັດຢ່າງມີປະສິດທິພາບ. ກິດຈະກຳດັ່ງກ່າວໄດ້ຈັດຂຶ້ນທີ່ແຂວງບໍລິຄຳໄຊ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ; ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ວິທະຍາກອນຈາກອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງສະວິດ ປະຈຳ ສປປ ລາວ, ພ້ອມດ້ວຍນັກສຳມະນາກອນຈາກອົງການກາແດງແຂວງ ແລະ ເມືອງເປົ້າໝາຍເຂົ້າຮ່ວມ, ພາຍໃຕ້ການສະໜັບສະໜູນງົບປະມານຈາກອົງການກາແດງສະວິດ (Swiss Red Cross).

ກາແດງແຫ່ງຊາດລາວ ປະເມີນຄວາມຕ້ອງການສຸກເສີນ-ເງິນສົດໃຫ້ 6 ເມືອງເປົ້າໝາຍ ພ້ອມລົງມອບເຄື່ອງບັນເທົາທຸກໃຫ້ປະຊາຊົນ 150 ຄອບຄົວ

ຈຸດປະສົງສຳຄັນຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເພີ່ມພູນຄວາມຮູ້, ທັກສະ ແລະ ຂີດຄວາມສາມາດ ໃຫ້ແກ່ພະນັກງານອົງການກາແດງ ຈາກ 6 ເມືອງເປົ້າໝາຍ ໃນ 4 ແຂວງ ປະກອບມີ: ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ໃນການປະເມີນຄວາມເສຍຫາຍ ແລະ ຄວາມຕ້ອງການຮີບດ່ວນຂອງຜູ້ປະສົບໄພ ເພື່ອນຳຂໍ້ມູນທີ່ໄດ້ມາວິເຄາະ ແລະ ວາງແຜນການຊ່ວຍເຫຼືອໃຫ້ຖືກຈຸດ ແລະ ທັນເວລາ.

ກາແດງແຫ່ງຊາດລາວ ປະເມີນຄວາມຕ້ອງການສຸກເສີນ-ເງິນສົດໃຫ້ 6 ເມືອງເປົ້າໝາຍ ພ້ອມລົງມອບເຄື່ອງບັນເທົາທຸກໃຫ້ປະຊາຊົນ 150 ຄອບຄົວ · ຮູບທີ 2

ຕະຫຼອດໄລຍະເວລາ 3 ວັນ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ຫຼັກການ, ຂັ້ນຕອນ ແລະ ເຄື່ອງມືສຳຄັນໃນການປະເມີນສະຖານະການສຸກເສີນ, ການເກັບກຳຂໍ້ມູນພາກສະໜາມ, ການວິເຄາະຂໍ້ມູນ ແລະ ການຈັດລຳດັບຄວາມຈຳເປັນໃນການຊ່ວຍເຫຼືອ. ພ້ອມກັນນັ້ນ, ຍັງໄດ້ຮຽນຮູ້ກ່ຽວກັບກົນໄກການຊ່ວຍເຫຼືອດ້ວຍເງິນສົດ (Cash Assistance) ຊຶ່ງເປັນຮູບແບບການຊ່ວຍເຫຼືອດ້ານມະນຸດສະທຳທີ່ທັນສະໄໝ, ໂປ່ງໃສ ແລະ ມີປະສິດທິພາບ ທີ່ຊ່ວຍໃຫ້ຜູ້ປະສົບໄພສາມາດເຂົ້າເຖິງປັດໄຈຈຳເປັນຕາມຄວາມຕ້ອງການຕົວຈິງໄດ້ຢ່າງວ່ອງໄວ ແລະ ເໝາະສົມ.

ໃນໂອກາດເຄື່ອນໄຫວວຽກງານດັ່ງກ່າວ, ພາຍຫຼັງພິທີເປີດການຝຶກອົບຮົມ, ທ່ານປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ຍັງໄດ້ລົງພື້ນທີ່ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ສິ່ງຂອງບັນເທົາທຸກ ເພື່ອຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈແກ່ປະຊາຊົນຜູ້ປະສົບຄວາມຫຍຸ້ງຍາກ ຈຳນວນທັງໝົດ 150 ຄອບຄົວ ໃນ 3 ເມືອງເປົ້າໝາຍ ຄື: ເມືອງຄູນຄຳ ແຂວງຄຳມ່ວນ, ເມືອງໄຊຈຳພອນ ແລະ ເມືອງວຽງທອງ ແຂວງບໍລິຄຳໄຊ (ເມືອງລະ 50 ຄອບຄົວ) ລວມມູນຄ່າເຄື່ອງທັງໝົດ 3 ຮ້ອຍລ້ານກວ່າກີບ.

ກາແດງແຫ່ງຊາດລາວ ປະເມີນຄວາມຕ້ອງການສຸກເສີນ-ເງິນສົດໃຫ້ 6 ເມືອງເປົ້າໝາຍ ພ້ອມລົງມອບເຄື່ອງບັນເທົາທຸກໃຫ້ປະຊາຊົນ 150 ຄອບຄົວ · ຮູບທີ 3

ການຈັດກິດຈະກຳຄູ່ຂະໜານໃນຄັ້ງນີ້ ນອກຈາກຈະເປັນການຍົກລະດັບສັກກະຍະພາບຂອງພະນັກງານກາແດງໃນລະດັບທ້ອງຖິ່ນໃຫ້ມີຄວາມພ້ອມຮັບມືກັບສະຖານະການສຸກເສີນແລ້ວ, ຍັງເປັນການສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ເອົາໃຈໃສ່ຂອງອົງການກາແດງແຫ່ງຊາດລາວ ໃນການຕອບສະໜອງຕໍ່ໄພພິບັດຢ່າງທັນການ, ພ້ອມທັງສືບຕໍ່ປະຕິບັດພາລະກິດດ້ານມະນຸດສະທຳ ເພື່ອບັນເທົາຄວາມທຸກຍາກ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນລາວໃຫ້ດີຂຶ້ນເລື້ອຍໆ.

(ຂ່າວ: ກາແດງແຫ່ງຊາດ)

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່