ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ໄຊຍະບູລີ ສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ

ໂດຍ Pele
· 5 ເດືອນ ກ່ອນອ່ານ 3 ນາທີ42 ຄັ້ງ
ໄຊຍະບູລີ ສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ
ADadvertisement
ADadvertisement
ADadvertisement

ໃນວັນທີ 26 ມິຖຸນານີ້, ທີ່ເດີ່ນສະໜາມຫຼວງແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ ເປັນກຽດເຂົ້າຮ່ວມຂອງທ່ານ ອາເມ ຊົງເຍ້ຽເລັ່ງ ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີການນໍາແຂວງ, ເມືອງ, ຫົວໜ້າ, ຮອງຫົວໜ້າພະແນກ, ແຂກຖືກເຊີນ ພ້ອມດ້ວຍຊາວໜຸ່ມ-ເຍົາວະຊົນເຂົ້າຮ່ວມ.

ໄຊຍະບູລີ ສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ

ໃນພິທີ, ທ່ານ ອາເມ ຊົງເຍ້ຽເລັ່ງ ກ່າວວ່າ: ປີຜ່ານມາ, ອົງການປົກຄອງແຂວງ ກໍຄືກຳລັງປ້ອງກັນຄວາມສະຫງົບ (ປກສ) ແຂວງ-ເມືອງ, ການຈັດຕັ້ງທຸກຂັ້ນ ໄດ້ຖືເອົາການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດເປັນວຽກງານບຸລິມະສິດໜຶ່ງທີ່ສໍາຄັນ ໂດຍໄດ້ລົງໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໝາຍ ແລະ ມະຕິ, ຄໍາສັ່ງຂອງພັກ-ລັດກ່ຽວກັບບັນຫາຢາເສບຕິດ ເປັນຕົ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າໃນເປົ້າໝາຍທີ່ມີຄວາມສ່ຽງ ຮັບຮູ້ເຖິງຜົນຮ້າຍຂອງຢາເສບຕິດໄດ້ 254 ຄັ້ງ, ມີຜູ້ເຂົ້າຮ່ວມ 31,522 ຄົນ ຍິງ 14,595 ຄົນ, ເອົາໃຈໃສ່ສ້າງບ້ານ, ສະຖາບັນການສຶກສາໃຫ້ປອດຢາເສບຕິດ.

ໄຊຍະບູລີ ສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ · ຮູບທີ 2

ທົ່ວແຂວງມີໂຮງຮຽນປອດຢາເສບຕິດ 88 ແຫ່ງ, ບ້ານປອດຢາເສບຕິດ 258 ບ້ານ, ໄດ້ສ້າງເງື່ອນໄຂໃຫ້ປະຊາ ຊົນຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ ໃນໂຄງການປູກພືດທົດແທນການປູກຝິ່ນ, ໄດ້ຮັບຜູ້ຖືກເຄາະຮ້າຍຈາກຢາເສບຕິດເຂົ້າບຳບັດ, ປິ່ນປົວຢູ່ບັນດາສູນ, ໂຮງໝໍຊຸມຊົນ ແລະ ຄ້າຍດັດສ້າງບັນດາເມືອງຈໍານວນ 704 ຄົນ ຍິງ 33 ຄົນ, ບຳບັດປິ່ນປົວດີສົ່ງໃຫ້ຄອບຄົວສຶກສາອົບຮົມ 443 ຄົນ ຍິງ 24 ຄົນ, ພວມສືບຕໍ່ບຳບັດ, ປິ່ນປົວ 261 ຄົນ ຍິງ 9 ຄົນ, ໄດ້ຕັ້ງໜ້າປະຕິບັດມາດຕະການດ້ານກົດໝາຍຕໍ່ຜູ້ກະທໍາຜິດໃນການຄ້າ-ຂາຍ, ຂົນສົ່ງຢາເສບຕິດ. ໃນປີ 2025 ທົ່ວແຂວງສາມາດມ້າງລາຍຄະດີໄດ້ 169 ເລື່ອງ, ມີຜູ້ຖືກຫາ 222 ຄົນ ຍິງ 19 ຄົນ, ຍຶດຢາເສບຕິດປະເພດຢາບ້າໄດ້ 27,128,467 ເມັດ, ເຮໂລອິນ 42 ກຣາມ, ຄໍລາເຈັນ 16 ກິໂລກຣາມ. ໃນປີ 2026 ສານປະຊາຊົນແຂວງຕັດສິນຄະດີຢາເສບຕິດໃຊ້ໄດ້ຢ່າງເດັດຂາດມີ 209 ເລື່ອງ, ມີນັກໂທດ 258 ຄົນ ຍິງ 22 ຄົນ. ໃນນີ້ໂທດປະຫານຊີວິດ 1 ຄົນ, ໂທດຕະຫຼອດຊີວິດ 5 ຄົນ, ຢາເສບຕິດປະເພດຕ່າງໆ ທີ່ສານຕັດສິນແລ້ວມີຢາບ້າ 279,434 ເມັດ, ນໍ້າໜັກ 28,258,4 ກຣາມ, ຢາໄອມີນໍ້າໜັກ 149 ກິໂລກຣາມ, ຢາເຄຕາມິນ 12,2 ກຣາມ, ຄໍລະເຈັນຈໍານວນ 92,9 ກຣາມ.

ADadvertisement
ADadvertisement
ADadvertisement
ໄຊຍະບູລີ ສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ · ຮູບທີ 3

ປັດຈຸບັນການຜະລິດ, ການຄ້າ-ຂາຍ, ການຂົນສົ່ງຢາເສບຕິດ ແລະ ສານເຄມີໄດ້ກາຍເປັນຂະບວນການຂ້າມຊາດ ເຖິງແມ່ນວ່າຫຼາຍປະເທດຢູ່ໃນໂລກ ໄດ້ເພີ່ມທະວີມາດຕະການ ແລະ ມີຄວາມພະຍາຍາມໃນການສະກັດກັ້ນ ແລະ ແກ້ໄຂຢ່າງຕໍ່ເນື່ອງ. ສໍາລັບຢູ່ແຂວງໄຊຍະບູລີ ການເສບ, ການຄ້າຂາຍຢາເສບຕິດປະເພດຢາບ້າ ແລະ ນໍາໃຊ້ສານເສບຕິດປະເພດຕ່າງໆ ເປັນຕົ້ນ ຢາສູບໄຟຟ້າ, ກາເຟຄໍລາເຈັນ, ນໍ້າກະທ້ອມໄດ້ລະບາດແຜ່ລາມຢູ່ຫຼາຍທ້ອງຖິ່ນ, ໃນສະຖານທີ່ຊຸມຊົນ, ຮ້ານບັນເທີງຊຶ່ງມີນັກທຸລະກິດຈໍານວນໜຶ່ງ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ, ກຳມະ ກອນ, ກຸ່ມຄົນຫວ່າງງານຈໍານວນບໍ່ໜ້ອຍທີ່ຕົກເປັນທາດຂອງຢາເສບຕິດ ກໍໃຫ້ເກີດມີສິ່ງຫຍໍ້ທໍ້ຕ່າງໆ ພາຍໃນຄອບຄົວ ແລະ ຊຸມຊົນເຊັ່ນ: ລັກຊັບ, ຄາດຕະກຳ, ຫຼິ້ນກິນຟູມເຟືອຍ, ອາລະວາດຄອບຄົວ, ລະເມີດກົດຈະລາຈອນພາໃຫ້ເກີດອຸບັດເຫດຕາມທ້ອງຖະໜົນ ແລະ ບັນຫາຫຍໍ້ທໍ້ອື່ນໆ ທີ່ສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນຈູດ ແລະ ທໍາລາຍຢາເສບຕິດ.

ໄຊຍະບູລີ ສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ · ຮູບທີ 4

ຂ່າວ+ພາບ: ຄໍາໝັ້ນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່