ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເລຂາພັກແຂວງຄໍາມ່ວນ ລົງຊຸກຍູ້ວຽກງານຢູ່ເມືອງໜອງບົກ

ໂດຍ Pele
· 5 ເດືອນ ກ່ອນອ່ານ 2 ນາທີ39 ຄັ້ງ
ເລຂາພັກແຂວງຄໍາມ່ວນ ລົງຊຸກຍູ້ວຽກງານຢູ່ເມືອງໜອງບົກ
ADadvertisement
ADadvertisement
ADadvertisement

ວັນທີ 27 ມິຖຸນາ ນີ້, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ພ້ອມດ້ວຍຄະນະການນໍາແຂວງ ແລະ ຄະນະພະແນກການຂອງແຂວງ ໄດ້ລົງຊຸກຍູ້ວຽກງານວຽກງານຢູ່ເມືອງໜອງບົກ. ໂດຍມີການນໍາເມືອງ ແລະ ພາກສ່ວນບໍລິສັດກ່ຽວຂ້ອງໃຫ້ການຕ້ອນຮັບ.

ເລຂາພັກແຂວງຄໍາມ່ວນ ລົງຊຸກຍູ້ວຽກງານຢູ່ເມືອງໜອງບົກ

ໃນໂອກາດດັ່ງກ່າວຄະນະໄດ້ລົງຕິດຕາມກວດກາສະຖານທີ່ຕົວຈິງຄວາມຄືບໜ້າໂຄງການກໍ່ສ້າງໂຮງຮຽນ 2 ແຫ່ງ ປະກອບມີໂຮງຮຽນມັດທະຍົມຕອນຕົ້ນ 1 ຫຼັງ ແລະ ໂຮງຮຽນປະຖົມ 1 ຫຼັງ, ແຕ່ລະຫຼັງເປັນອາຄານຊັ້ນດຽວ, ມີ 7 ຫ້ອງ, ຂະໜາດຄວາມກວ້າງ 9 ແມັດ, ຍາວ 56 ແມັດ. ຮັບຜິດຊອບກໍ່ສ້າງໂດຍ ບໍລິສັດ ສິງທອງ ກໍ່ສ້າງເຄຫາສະຖານ ຈໍາກັດຜູ້ດຽວ ດ້ວຍມູນຄ່າການລົງທຶນປະມານຫຼາຍກວ່າ 5 ຕື້ກີບ, ງົບປະມານການກໍ່ສ້າງແມ່ນຈາກການປຸກລະດົມທຶນຂອງທ່ານເລຂາພັກແຂວງຄໍາມ່ວນ.

ເລຂາພັກແຂວງຄໍາມ່ວນ ລົງຊຸກຍູ້ວຽກງານຢູ່ເມືອງໜອງບົກ · ຮູບທີ 2

ຕາງໜ້າບໍລິສັດຮັບເໝົາກໍ່ສ້າງຍັງໃຫ້ຮູ້ວ່າ: ສໍາລັບການກໍ່ສ້າງໂຮງຮຽນປະຖົມປັດຈຸບັນຄືບໜ້າ 30% ແລະ ຄາດວ່າທັງສອງໂຄງການຈະໃຫ້ສໍາເລັດກ່ອນມື້ເປີດສົກຮຽນ 1 ກັນຍາ 2026 ທີ່ຈະມາເຖິງນີ້. ໂອກາດນີ້ ທ່ານເລຂາພັກແຂວງຍັງໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ແລະ ບໍລິສັດເລັ່ງດໍາເນີນການກໍ່ສ້າງໃຫ້ສໍາເລັດໂດຍໄວ; ທັງຮັບປະກັນຄຸນນະພາບການກໍ່ສ້າງ ໃຫ້ຖືກຕາມມາດຕະຖານ, ເຕັກນິກ ແລະ ການນໍາໃຊ້ໄດ້ຍາວນານ. ໂອກາດນີ້ຄະນະຍັງໄດ້ມອບເງິນຈໍານວນໜຶ່ງ ເພື່ອຊຸກຍູ້ສະໜັບສະໜູນນໍາໃຊ້ເຂົ້າໃນວຽກງານບໍລິຫານໂຮງຮຽນ.

ເລຂາພັກແຂວງຄໍາມ່ວນ ລົງຊຸກຍູ້ວຽກງານຢູ່ເມືອງໜອງບົກ · ຮູບທີ 3

ພ້ອມກັນນັ້ນ, ຄະນະຍັງໄດ້ລົງຢ້ຽມຢາມເບິ່ງສະພາບຊີວິດຄວາມເປັນຢູ່ຂອງປະຊາຊົນ ບ້ານດອນປາແດກ ແລະ ຄ້າຍທະຫານຊາຍແດນ ເພື່ອຖາມໄຖຄວາມສຸກທຸກ ດ້ວຍຄວາມເປັນຫ່ວງເປັນໃຍ ແລະ ຄວາມໃສ່ໃຈຂອງການນໍາແຂວງ ຕໍ່ການດໍາລົງຊີວິດຂອງປະຊາຊົນ. ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ຍັງໄດ້ມອບ ປຸ໋ຍຊີວະພາບຈໍານວນ 10 ໂຕນ ໃຫ້ແກ່ຊາວກະສິກອນ ບ້ານດອນປາແດກ ເພື່ອນໍາໃຊ້ໃນການຜະລິດ ໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ດີເອັມ ເອັສອີແຊັດ ຈໍາກັດຜູ້ດຽວ ມູນຄ່າລວມ 100 ລ້ານກີບ.

ເລຂາພັກແຂວງຄໍາມ່ວນ ລົງຊຸກຍູ້ວຽກງານຢູ່ເມືອງໜອງບົກ · ຮູບທີ 4

ຂ່າວ: ມະນິວັນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່