ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄື້ນຄວາມຮ້ອນຄັ້ງປະຫວັດສາດ ກັບ ບົດຮຽນການປັບຕົວຂອງມວນມະນຸດປະສົບການໃນການຮັບມືກັບບັນຫານີ້ຈຶ່ງບໍ່ແມ່ນເລື່ອງສະເພາະຂອງປະເທດໃດປະເທດໜຶ່ງອີກຕໍ່ໄປ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 3 ນາທີ50 ຄັ້ງ
ຄື້ນຄວາມຮ້ອນຄັ້ງປະຫວັດສາດ ກັບ ບົດຮຽນການປັບຕົວຂອງມວນມະນຸດປະສົບການໃນການຮັບມືກັບບັນຫານີ້ຈຶ່ງບໍ່ແມ່ນເລື່ອງສະເພາະຂອງປະເທດໃດປະເທດໜຶ່ງອີກຕໍ່ໄປ
ADadvertisement
ADadvertisement
ADadvertisement

ແຜນທີ່ສະແດງ ອຸນຫະພູມຂອງອາກາດ (Air Temperature) ທົ່ວໂລກເຊິ່ງການຈຳລອງສະພາບຄວາມຮ້ອນທີ່ຮຸນແຮງ ຫຼື ບັນຫາ ໂລກຮ້ອນ (Global Warming) ທີ່ກຳລັງເກີດຂຶ້ນ.

ຄື້ນຄວາມຮ້ອນຄັ້ງປະຫວັດສາດ ກັບ ບົດຮຽນການປັບຕົວຂອງມວນມະນຸດປະສົບການໃນການຮັບມືກັບບັນຫານີ້ຈຶ່ງບໍ່ແມ່ນເລື່ອງສະເພາະຂອງປະເທດໃດປະເທດໜຶ່ງອີກຕໍ່ໄປ

ຄື້ນຄວາມຮ້ອນຄັ້ງປະຫວັດສາດກຳລັງພິກປີ້ນຄວາມເຂົ້າໃຈແບບເດີມໆ ກ່ຽວກັບວິທີການຮັບມືກັບເຫດການສະພາບອາກາດທີ່ຮຸນແຮງທີ່ສຸດ. ໃນຂະນະທີ່ເອີຣົບກຳລັງເຜຊີນກັບອຸນຫະພູມທີ່ສູງເປັນປະຫວັດການ, ປະສົບການຂອງອິນເດຍ ແລະ ຄວາມຊ່ຽວຊານທາງການແພດຂອງເອີຣົບ ກຳລັງກາຍເປັນສອງສ່ວນສຳຄັນໃນການປັບຕົວໃຫ້ເຂົ້າກັບໂລກທີ່ຮ້ອນຂຶ້ນເລື້ອຍໆ.

ຄື້ນຄວາມຮ້ອນຄັ້ງປະຫວັດສາດ ກັບ ບົດຮຽນການປັບຕົວຂອງມວນມະນຸດປະສົບການໃນການຮັບມືກັບບັນຫານີ້ຈຶ່ງບໍ່ແມ່ນເລື່ອງສະເພາະຂອງປະເທດໃດປະເທດໜຶ່ງອີກຕໍ່ໄປ · ຮູບທີ 2

ເອີຣົບກຳລັງເຜຊີນກັບອຸນຫະພູມທີ່ສູງເປັນປະຫວັດການ ພາບ: The CSR Journal

ADadvertisement
ADadvertisement
ADadvertisement

ເອີຣົບກຳລັງເຜຊີນກັບອຸນຫະພູມທີ່ສູງເປັນປະຫວັດການ

ຄື້ນຄວາມຮ້ອນທີ່ທຳລາຍສະຖິດທົ່ວທະວີບເອີຣົບ ສະແດງໃຫ້ເຫັນວ່າປາກົດການສະພາບອາກາດທີ່ຮຸນແຮງທີ່ສຸດກຳລັງຂ້າມພົມແດນທາງພູມສາດ. ຜູ້ຊ່ຽວຊານກ່າວວ່າ ການປ່ຽນແປງສະພາບພູມອາກາດເຮັດໃຫ້ຄື້ນຄວາມຮ້ອນເກີດຂຶ້ນເລື້ອຍໆ, ຍາວນານຂຶ້ນ ແລະ ຮຸນແຮງຂຶ້ນ ສົ່ງຜົນໃຫ້ຫຼາຍປະເທດຕ້ອງປ່ຽນແປງວິທີການກຽມພ້ອມ ແລະ ຮັບມືກັບຄື້ນຄວາມຮ້ອນເຫຼົ່ານັ້ນ.

ບົດຮຽນສຳຄັນປະການໜຶ່ງຈາກເອີຣົບຄື: ການປັບຕົວຢ່າງມີປະສິດທິພາບບໍ່ໄດ້ຂຶ້ນຢູ່ກັບລະດັບການພັດທະນາທາງເສດຖະກິດ ຫຼື ລັກສະນະພູມອາກາດ, ແຕ່ຂຶ້ນຢູ່ກັບການກຽມການເຊີງລຸກ. ດັ່ງນັ້ນ, ປະສົບການຂອງອິນເດຍ ຈຶ່ງດຶງດູດຄວາມສົນໃຈຈາກຫຼາຍປະເທດໃນເອີຣົບ ເນື່ອງຈາກພວກເຂົາກຳລັງເຜຊີນກັບຄື້ນຄວາມຮ້ອນທີ່ຍາວນານ ແລະ ຮຸນແຮງເປັນຄັ້ງທຳອິດ.

ຫຼັງຈາກຄື້ນຄວາມຮ້ອນທີ່ຄ່າຊີວິດຜູ້ຄົນໄປຫຼາຍກວ່າ 1,300 ຄົນໃນເມືອງອາເມດາບັດ (Ahmedabad) ເມື່ອປີ 2010, ອິນເດຍໄດ້ພັດທະນາແຜນປະຕິບັດການຮັບມືກັບຄື້ນຄວາມຮ້ອນສະບັບທຳອິດຂອງອາຊີໃຕ້ໃນປີ 2013. ແຜນດັ່ງກ່າວເນັ້ນໃສ່ລະບົບເຕືອນໄພລ່ວງໜ້າ, ການສື່ສານກັບຊຸມຊົນ ແລະ ການເສີມສ້າງສັກກະຍະພາບຂອງລະບົບສາທາລະນະສຸກ. ຕໍ່ມາ, ແບບຈຳລອງນີ້ໄດ້ຮັບການນຳໄປໃຊ້ໂດຍຫຼາຍເມືອງທັງໃນ ແລະ ນອກອາຊີໃຕ້, ໃນຂະນະທີ່ຫຼາຍປະເທດໃນເອີຣົບຫາກໍ່ເລີ່ມພັດທະນາແຜນການທີ່ຄ້າຍຄືກັນນີ້.

ແນວໃດກໍຕາມ, ອິນເດຍກໍເຜຊີນກັບຄວາມທ້າທາຍສະເພາະຕົວເຊັ່ນກັນ ເນື່ອງຈາກສະພາບອາກາດຮ້ອນມັກມາພ້ອມກັບບັນຫາການຂາດແຄນນ້ຳ, ມົນລະພິດທາງອາກາດ, ພື້ນທີ່ຕົວເມືອງທີ່ແອອັດ ແລະ ແຮງງານນັບລ້ານຄົນທີ່ຕ້ອງເຮັດວຽກຢູ່ກາງແຈ້ງ.

ດັ່ງນັ້ນ, ມາດຕະການຮັບມືຈຶ່ງບໍ່ຄວນເນັ້ນໃສ່ສະເພາະການພະຍາກອນອາກາດເທົ່ານັ້ນ, ແຕ່ຄວນເຊື່ອມໂຍງກັບການວາງຜັງເມືອງ, ສະຫວັດດີການສັງຄົມ ແລະ ການຄຸ້ມຄອງສຸຂະພາບຂອງປະຊາຊົນນຳອີກ.

ຄື້ນຄວາມຮ້ອນຄັ້ງປະຫວັດສາດ ກັບ ບົດຮຽນການປັບຕົວຂອງມວນມະນຸດປະສົບການໃນການຮັບມືກັບບັນຫານີ້ຈຶ່ງບໍ່ແມ່ນເລື່ອງສະເພາະຂອງປະເທດໃດປະເທດໜຶ່ງອີກຕໍ່ໄປ · ຮູບທີ 3

ຄວາມຮ້ອນຈັດກຳລັງເຮັດໃຫ້ບັນຫາການຂາດແຄນນ້ຳ ແລະ ມົນລະພິດທາງອາກາດທີ່ມີຢູ່ແລ້ວໃນອິນເດຍທະວີຄວາມຮຸນແຮງຂຶ້ນ ພາບ: Mint

ຄວາມຮ້ອນຈັດກຳລັງເຮັດໃຫ້ບັນຫາການຂາດແຄນນ້ຳ ແລະ ມົນລະພິດທາງອາກາດທີ່ມີຢູ່ແລ້ວໃນອິນເດຍທະວີຄວາມຮຸນແຮງຂຶ້ນ

ໃນທາງກັບກັນ, ເອີຣົບຖືວ່າມີຂໍ້ໄດ້ປຽບໃນດ້ານລະບົບສາທາລະນະສຸກ ແລະ ຄວາມສາມາດໃນການປະສານງານຮັບມືກັບຄື້ນຄວາມຮ້ອນທີ່ເກີດຂຶ້ນເປັນວົງກວ້າງ. ຜູ້ຊ່ຽວຊານກ່າວວ່າ ຄື້ນຄວາມຮ້ອນຄວນໄດ້ຮັບການພິຈາລະນາວ່າເປັນບັນຫາສຸຂະພາບສາທາລະນະ ເນື່ອງຈາກຜົນກະທົບຂອງມັນບໍ່ໄດ້ຈຳກັດຢູ່ແຄ່ການເພີ່ມຂຶ້ນຂອງຈຳນວນຜູ້ປ່ວຍທີ່ຕ້ອງເຂົ້າຮັບການຮັກສາໃນໂຮງໝໍເທົ່ານັ້ນ, ແຕ່ຍັງລວມເຖິງການຢຸດຊະງັກຂອງໂຮງຮຽນ, ຜົນຜະລິດຂອງແຮງງານ ແລະ ການເຮັດວຽກຂອງລະບົບໄຟຟ້ານຳອີກ.

ການປ່ຽນແປງສະພາບພູມອາກາດເຮັດໃຫ້ຄວາມຮ້ອນຈັດກາຍເປັນຄວາມທ້າທາຍລະດັບໂລກ, ບໍ່ແມ່ນພຽງບັນຫາຂອງປະເທດໃນເຂດຮ້ອນເທົ່ານັ້ນ. ໃນບໍລິບົດນີ້, ປະສົບການໃນການຮັບມືກັບບັນຫານີ້ຈຶ່ງບໍ່ແມ່ນເລື່ອງສະເພາະຂອງປະເທດໃດປະເທດໜຶ່ງອີກຕໍ່ໄປ, ແຕ່ກາຍເປັນບົດຮຽນຮ່ວມກັນໃນການປົກປ້ອງສຸຂະພາບຂອງປະຊາຊົນ ແລະ ໃຫ້ສາມາດປັບຕົວໃນການຮັບມື ແລະ ຟື້ນຕົວຄືນ” ຂອງລະບົບ, ຕົວເມືອງ ຫຼື ປະຊາຊົນ ເມື່ອຕ້ອງປະສົບກັບວິກິດ, ໄພພິບັດ ຫຼື ການປ່ຽນແປງຢ່າງຮຸນແຮງນີ້ທີ່ກຳລັງທະວີຂຶ້ນເລີ້ອຍໆ.

ທັນກຽງ (Thanh Giang)

ທີ່ມາ: ວີອອນ (WION)

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 50 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່