ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເມືອງໄຊເສດຖາ ຈັບຕົວຜູ້ຄ້າ-ຂາຍ ໃບກະທ້ອມ

ໂດຍ Pele
· 5 ເດືອນ ກ່ອນອ່ານ 1 ນາທີ50 ຄັ້ງ
ປກສ ເມືອງໄຊເສດຖາ ຈັບຕົວຜູ້ຄ້າ-ຂາຍ ໃບກະທ້ອມ
ADadvertisement
ADadvertisement
ADadvertisement

ຕາມຂໍ້ມູນຂອງເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ແຂວງອັດຕະປື ລາຍງານໃຫ້ຮູ້ວ່າ: ໃນວັນທີ 25 ມິຖຸນາ 2026 ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໄດ້ຮັບແຫຼ່ງຂ່າວຈາກພົນນລະເມືອງດີວ່າ ມີກຸ່ມຄົນຈຳນວນໜຶ່ງຄ້າຂາຍສິງເສບຕິດ ປະເພດ ໃບກະທ້ອມ ຢູ່ບ້ານວັດຫຼວງ ແລະ ບ້ານຫາດຊາຍຂາວ ເມືອງໄຊເສດຖາ, ພາຍຫຼັງໄດ້ຮັບແຫຼ່ງຂ່າວແລ້ວ ທາງເຈົ້າຫນ້າທີ່ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາຕິດຕາມແຫຼ່ງຂ່າວເຫັນວ່າມີມູນຕາມຄວາມເປັນຈິງ, ຕໍ່ມາຮອດ ເວລາ 8: 30 ນາທີ ຂອງວັນດຽວກັນ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກັກຕົວ ທ້າວ ຊາຍພອນ ອາຍຸ 25 ປີ ຢູ່ບ້ານວັດຫຼວງ ຄຸ້ມສີເຊົາ ເມືອງໄຊເສດຖາ, ພ້ອມເຄື່ອງຂອງກາງ ໃບກະທ້ອມນ້ຳໜັກ 2 ຂີດ ແລະ ນ້ຳຢາປະສົມ ຈຳນວນ 10 ແກ້ວ.

ປກສ ເມືອງໄຊເສດຖາ ຈັບຕົວຜູ້ຄ້າ-ຂາຍ ໃບກະທ້ອມ

ຈາກນັ້ນ ທາງເຈົ້າໜ້າທີ່ໄດ້ສືບຕໍ່ເຂົ້າກວດເຮືອນຂອງ ນາງ ນ້ອຍ ຜູ້ເປັນແມ່ຂອງ ທ້າວ ຊາຍພອນ ຢູ່ທີ່ບ້ານຫາດຊາຍຂາວ, ຈຶ່ງພົບເຫັນເຄື່ອງຂອງກາງປະເພດໃບກະທ້ອມ ນ້ຳໜັກ 5,8 ກິໂລ ແລະ ນ້ຳຢາປະສົມອີກຈຳນວນ 109 ແກ້ວ ແລະ ຢາສູບໄຟຟ້າຈຳນວນ 4 ອັນ, ທີ່ ທ້າວ ຊາຍພອນ ຊຸກເຊື່ອງໄວ້ໃນເຮືອນ.

ຜ່ານການສືບສວນ-ສອບສວນ ທ້າວ ຊາຍພອນ ຮັບສາລະພາບວ່າ ໃບກະທ້ອມ ແລະ ນ້ຳຢາປະສົມ ແລະ ຢາສູບໄຟຟ້າ ຈຳນວນດັ່ງກ່າວແມ່ນເປັນຂອງຜູ້ກ່ຽວແທ້, ນອກຈາກນັ້ນທ້າວ ຊາຍພອນ ຍັງຮັບສາລະພາບຕື່ມອີກວ່າຕົນເອງແມ່ນໄດ້ເຄື່ອນໄຫວຄ້າ-ຂາຍ ໃບກະທ້ອມມາແຕ່ປີ 2025, ໃບກະທ້ອມທີ່ຊື້ມາຂາຍແຕ່ລະຄັ້ງແມ່ນສັ່ງຊື້ທາງອອນລາຍ ມາແຕ່ຕ່າງແຂວງ.

ADadvertisement
ADadvertisement
ADadvertisement

ປັດຈຸບັນທາງເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໄຊເສດຖາ ແມ່ນໄດ້ມອບໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອັດຕະປື ໄປດຳເນີນຄະດີຕໍ່ທ້າວຊາຍພອນຕາມລະບຽບກົດໝາຍ.

ຂ່າວ: ປກສ ເມືອງໄຊເສດຖາ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 50 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່