ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເມື່ອບໍ່ດົນມານີ້, ທີມງານບູລະນະເສັ້ນທາງ ໄດ້ພົບລະເບີດລູກໂບ່ມ ໜັກ 750 ປອນໃນລະຫວ່າງກໍາລັງສ້ອມແປງຖະໜົນ ຢູ່ທີ່ບ້ານວັງຄົນ, ເມືອງບົວລະພາ, ແຂວງຄຳມ່ວນ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ32 ຄັ້ງ
ເມື່ອບໍ່ດົນມານີ້, ທີມງານບູລະນະເສັ້ນທາງ ໄດ້ພົບລະເບີດລູກໂບ່ມ ໜັກ 750 ປອນໃນລະຫວ່າງກໍາລັງສ້ອມແປງຖະໜົນ ຢູ່ທີ່ບ້ານວັງຄົນ, ເມືອງບົວລະພາ, ແຂວງຄຳມ່ວນ
ADadvertisement
ADadvertisement
ADadvertisement
ເມື່ອບໍ່ດົນມານີ້, ທີມງານບູລະນະເສັ້ນທາງ ໄດ້ພົບລະເບີດລູກໂບ່ມ ໜັກ 750 ປອນໃນລະຫວ່າງກໍາລັງສ້ອມແປງຖະໜົນ ຢູ່ທີ່ບ້ານວັງຄົນ, ເມືອງບົວລະພາ, ແຂວງຄຳມ່ວນ

ຈາກການລາຍງານຂອງ ທີມງານເກັບກູ້ລະເບີດ MAG ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທີມງານບູລະນະເສັ້ນທາງ ໄດ້ພົບລະເບີດລູກໂບ່ມ ໜັກ 750 ປອນ ໃນລະຫວ່າງທີ່ພວກເຂົາກໍາລັງສ້ອມແປງຖະໜົນ ຢູ່ທີ່ບ້ານວັງຄົນ, ເມືອງບົວລະພາ, ແຂວງຄຳມ່ວນ, ໝາກໂບ່ມໃຫຍ່ດັ່ງກ່າວຢູ່ຫ່າງຈາກເສົາໄຟຟ້າ ທີ່ເປັນເສົາໄຟຫຼັກຂອງຊຸມຊົນ ບໍ່ເທົ່າໃດແມັດ.

ເມື່ອບໍ່ດົນມານີ້, ທີມງານບູລະນະເສັ້ນທາງ ໄດ້ພົບລະເບີດລູກໂບ່ມ ໜັກ 750 ປອນໃນລະຫວ່າງກໍາລັງສ້ອມແປງຖະໜົນ ຢູ່ທີ່ບ້ານວັງຄົນ, ເມືອງບົວລະພາ, ແຂວງຄຳມ່ວນ · ຮູບທີ 2

ພາຍຫຼັງໄດ້ຮັບການລາຍງານ ທີມງານເກັບກູ້ລະເບີດຂອງອົງການແມັກ (MAG) ທີ່ໄດ້ຮັບທຶນສະໜັບສະໜູນຈາກ Restoration Laos ໄດ້ຮີບຮ້ອນລົງພື້ນທີ່ທັນທີ. ທີມງານໄດ້ວາງແຜນຢ່າງຮອບຄອບ ແລະ ນຳໃຊ້ມາດຕະການຄວາມປອດໄພທີ່ເຂັ້ມງວດ ລວມທັງເຮັດການປະເມີນວ່າໂບ່ມໃຫຍ່ດັ່ງກ່າວສາມາດເຄື່ອນຍ້າຍໄດ້ ຈຶ່ງເຮັດການເຄື່ອນຍ້າຍໄປສະໜາມທໍາລາຍທີ່ປອດໄພ ແລະ ຫ່າງໄກຈາກຊຸມຊົນ ເພື່ອຮັບປະກັນວ່າການທຳລາຍໂບ່ມໃຫຍ່ນີ້ຈະສົ່ງຜົນກະທົບຕໍ່ການດໍາເນີນຊີວິດຂອງຊາວບ້ານໃຫ້ໜ້ອຍທີ່ສຸດ.

ເມື່ອບໍ່ດົນມານີ້, ທີມງານບູລະນະເສັ້ນທາງ ໄດ້ພົບລະເບີດລູກໂບ່ມ ໜັກ 750 ປອນໃນລະຫວ່າງກໍາລັງສ້ອມແປງຖະໜົນ ຢູ່ທີ່ບ້ານວັງຄົນ, ເມືອງບົວລະພາ, ແຂວງຄຳມ່ວນ · ຮູບທີ 3

ການພົບເຫັນວັດຖຸອັນຕະລາຍຄືແນວນີ້ ສະທ້ອນໃຫ້ເຫັນວ່າ ໃນ ສປປ ລາວ ຍັງມີລະເບີດບໍ່ທັນແຕກທີ່ເປັນອັນຕະລາຍຕົກຄ້າງຢູ່. ດ້ວຍເຫດນີ້ ວຽກງານເກັບກູ້ລະເບີດ ແລະ ການສະໜັບສະໜູນຢ່າງຕໍ່ເນື່ອງ ຈຶ່ງມີຄວາມສຳຄັນ ເພື່ອຮັບປະກັນຄວາມປອດໄພຂອງຊຸມຊົນ ແລະ ໃຫ້ພວກເຂົາສາມາດນຳໃຊ້ທີ່ດິນໄດ້ຢ່າງປອດໄພ.

ເມື່ອບໍ່ດົນມານີ້, ທີມງານບູລະນະເສັ້ນທາງ ໄດ້ພົບລະເບີດລູກໂບ່ມ ໜັກ 750 ປອນໃນລະຫວ່າງກໍາລັງສ້ອມແປງຖະໜົນ ຢູ່ທີ່ບ້ານວັງຄົນ, ເມືອງບົວລະພາ, ແຂວງຄຳມ່ວນ · ຮູບທີ 4
ເມື່ອບໍ່ດົນມານີ້, ທີມງານບູລະນະເສັ້ນທາງ ໄດ້ພົບລະເບີດລູກໂບ່ມ ໜັກ 750 ປອນໃນລະຫວ່າງກໍາລັງສ້ອມແປງຖະໜົນ ຢູ່ທີ່ບ້ານວັງຄົນ, ເມືອງບົວລະພາ, ແຂວງຄຳມ່ວນ · ຮູບທີ 5

ທີ່ມາຂ່າວ: MAG UXO Visitor Information Centres, Lao PDR

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່