ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ຈັບຕົວ ກຸ່ມແກັ້ງເປີດເວັບພະນັນອອນລາຍ ສັນຊາດໄທ 11 ຄົນ ຢູ່ບ້ານຄໍາສະຫວາດ ເມືອງໄຊເສດຖາ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ51 ຄັ້ງ
ເຈົ້າໜ້າທີ່ ຈັບຕົວ ກຸ່ມແກັ້ງເປີດເວັບພະນັນອອນລາຍ ສັນຊາດໄທ 11 ຄົນ ຢູ່ບ້ານຄໍາສະຫວາດ ເມືອງໄຊເສດຖາ
ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ ຈັບຕົວ ກຸ່ມແກັ້ງເປີດເວັບພະນັນອອນລາຍ ສັນຊາດໄທ 11 ຄົນ ຢູ່ບ້ານຄໍາສະຫວາດ ເມືອງໄຊເສດຖາ

ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ລາຍງານວ່າ: ວັນທີ 27 ມິຖຸນາ 2026 ເຈົ້າໜ້າທີ່ສະເພາະກິດ ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ອອກລາຕະເວນຢູ່ ບ້ານຄໍາສະຫວາດ ເມືອງໄຊເສດຖາ ສັງເກດເຫັນ ອາພາດເມັ້ນຫລັງໜຶ່ງ ມີຄົນເຂົ້າອອກຜິດສັງເກດ ຈຶ່ງໄດ້ສົມທົບກັບຫ້ອງການປົກຄອງບ້ານ ຄໍາສະຫວາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນສະຖານທີ່ດັ່ງກ່າວ, ພົບເຫັນບຸກຄົນເປີດເວັບພະນັນອອນລາຍຈໍານວນ 11 ຄົນ, ຍິງ 5 ຄົນ ສັນຊາດໄທທັງໝົດ.

ເຈົ້າໜ້າທີ່ ຈັບຕົວ ກຸ່ມແກັ້ງເປີດເວັບພະນັນອອນລາຍ ສັນຊາດໄທ 11 ຄົນ ຢູ່ບ້ານຄໍາສະຫວາດ ເມືອງໄຊເສດຖາ · ຮູບທີ 2

ພ້ອມຂອງກາງ ຄອມພິວເຕີ 11 ໜ່ວຍ, ໜ້າຈໍຄອມ 37 ໜ່ວຍ, ໂທລະສັບມືຖື 135 ໜ່ວຍ, ໄອແພັດ 12 ໜ່ວຍ ແລະ ໂຕະຕັ່ງ 48 ໜ່ວຍ. ດັ່ງນັ້ນ, ຈຶ່ງໄດ້ກັກຕົວພວກກ່ຽວ 11 ຄົນ ພ້ອມຂອງກາງ ມາຂະຫຍາຍຜົນ.

ເຈົ້າໜ້າທີ່ ຈັບຕົວ ກຸ່ມແກັ້ງເປີດເວັບພະນັນອອນລາຍ ສັນຊາດໄທ 11 ຄົນ ຢູ່ບ້ານຄໍາສະຫວາດ ເມືອງໄຊເສດຖາ · ຮູບທີ 3

ຜ່ານການສອບສວນເບື້ອງຕົ້ນ ທ້າວນັດຖະນັນ 1 ໃນ 11 ຄົນ ໄດ້ໃນການຮັບສາລະພາບວ່າ: ໃນປີ 2024 ຜູ້ກ່ຽວໄດ້ໄປເຮັດວຽກເປັນພະນັກງານຕອບແຊັດອອນລາຍ ຢູ່ປະເທດກໍາປູເຈຍ, ມາຮອດປີ 2026 ຈຶ່ງໄດ້ຢຸດເຊົາ ແລະ ໄດ້ມາອາໄສຢູ່ບ້ານເກີດ. ຈາກນັ້ນ, ອີກ 1 ເດືອນຕໍ່ມາ ມີຄົນໄທ ໄດ້ໂທມາຊັກຊວນຕົນ ໃຫ້ມາເປີດເວັບພະນັນອອນລາຍ ຢູ່ປະເທດລາວ ໂດຍໃຫ້ຕໍາແໜ່ງເປັນຫົວໜ້າຄຸມຄົນງານ ແລະ ໃຫ້ເງິນເດືອນ 30,000 ບາດ, ຕົນຈຶ່ງໄດ້ຕອບຕົກລົງ ແລະ ເດີນທາງເຂົ້າມາປະເທດລາວໃນໄລຍະເດືອນ ພຶດສະພາ 2026 ໄດ້ເຂົ້າພັກຢູ່ອາພາດເມັ້ນແຫ່ງໜຶ່ງ ຢູ່ບ້ານຄໍາສະຫວາດ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.

ເຈົ້າໜ້າທີ່ ຈັບຕົວ ກຸ່ມແກັ້ງເປີດເວັບພະນັນອອນລາຍ ສັນຊາດໄທ 11 ຄົນ ຢູ່ບ້ານຄໍາສະຫວາດ ເມືອງໄຊເສດຖາ · ຮູບທີ 4

ສ່ວນຜູ້ຮ່ວມຂະບວນການຄົນອື່ນ ແລະ ອຸປະກອນຮັບໃຊ້ ເຂົ້າໃນການເປີດເວັບພະນັນອອນລາຍ, ຊາຍຊາວຄົນໄທດັ່ງກ່າວ, ໄດ້ເປັນຜູ້ຈັດຫາ ແລະ ຕິດຕໍ່ໄວ້ກ່ອນໜ້ານີ້ແລ້ວຈໍານວນໜຶ່ງ ແລະ ອີກຈໍານວນໜຶ່ງແມ່ນເດີນທາງມາສົມທົບພາຍຫລັງ ລວມເປັນ 11 ຄົນ. ສ່ວນເວັບຫລິ້ນການພະນັນ ຊື່ວ່າ: “71 ຢູເວັບ” ໃຫ້ບໍລິການບາຄາລາ, ຊາລັອດ, ຫວຍລາວ, ຫວຍໄທ ແລະ ຫວຍຫວຽດນາມ. ໂດຍ ແຕ່ລະມື້ມີວົງເງິນ ໝູນວຽນ 200,000- 300,000 ບາດ.

ເຈົ້າໜ້າທີ່ ຈັບຕົວ ກຸ່ມແກັ້ງເປີດເວັບພະນັນອອນລາຍ ສັນຊາດໄທ 11 ຄົນ ຢູ່ບ້ານຄໍາສະຫວາດ ເມືອງໄຊເສດຖາ · ຮູບທີ 5
ເຈົ້າໜ້າທີ່ ຈັບຕົວ ກຸ່ມແກັ້ງເປີດເວັບພະນັນອອນລາຍ ສັນຊາດໄທ 11 ຄົນ ຢູ່ບ້ານຄໍາສະຫວາດ ເມືອງໄຊເສດຖາ · ຮູບທີ 6

ຂ່າວ: ປກສ ນວ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 51 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່