ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເມືອງໝື່ນ ແຂວວຽງຈັນໄດ້ກັກຕົວກຸ່ມໄວລຸ້ນຂັບຂີ່ລົດໄວ ແລະ ໃຊ້ສຽງດັງ ໃນຍາມກາງຄືນ ມາສຶກສາອົບຮົມ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ55 ຄັ້ງ
ປກສ ເມືອງໝື່ນ ແຂວວຽງຈັນໄດ້ກັກຕົວກຸ່ມໄວລຸ້ນຂັບຂີ່ລົດໄວ ແລະ ໃຊ້ສຽງດັງ ໃນຍາມກາງຄືນ ມາສຶກສາອົບຮົມ
ADadvertisement
ADadvertisement
ADadvertisement

ສຶກສາອົບຮົມກຸ່ມໄວລຸ້ນຂັບຂີ່ລົດໄວ ແລະ ໃຊ້ສຽງດັງ ຖ້າຫາກເຮັດອີກ ຈະປະຕິບັດຕາມກົດໝາຍຢ່າງເດັດຂາດ

ປກສ ເມືອງໝື່ນ ແຂວວຽງຈັນໄດ້ກັກຕົວກຸ່ມໄວລຸ້ນຂັບຂີ່ລົດໄວ ແລະ ໃຊ້ສຽງດັງ ໃນຍາມກາງຄືນ ມາສຶກສາອົບຮົມ

ທທ ວັນທີ 26 ມີຖຸນາ 2026 ພະແນກຕໍາຫລວດ ຈະລາຈອນ ປກສ ເມືອງໝື່ນ ແຂວວຽງຈັນ ໄດ້ກັກຕົວໄວລຸ້ນ ຂັບຂີ່ລົດໄວ ໃຊ້ສຽງດັງໃນຍາມກາງຄືນ ມາສຶກສາອົບຮົມ, ໂດຍການເຂົ້າຮ່ວມຂອງ ພັຕ ສອນທະວີ ລ້ວນພູວົງ ຮອງພະແນກຕໍາຫລວດ, ພັຕ ສິລິວັນ ສີອັກຄະສອນ ຮອງພະແນກຕຳຫລວດ ຫົວໜ້າກອງຈາລະຈອນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ປກສ ເມືອງໝື່ນ ແຂວວຽງຈັນໄດ້ກັກຕົວກຸ່ມໄວລຸ້ນຂັບຂີ່ລົດໄວ ແລະ ໃຊ້ສຽງດັງ ໃນຍາມກາງຄືນ ມາສຶກສາອົບຮົມ · ຮູບທີ 2

ກຸ່ມໄວລຸ້ນດັງກ່າວ, ຖືກເຈົ້າໜ້າທີ່ກັກໄວ້ໃນວັນທີ 1 ພຶດສະພາ 2026 ຜ່ານມານີ້, ພະແນກຕຳຫລວດຈະລາຈອນກອງບັນຊາ ການ ປກສ ເມືອງ ໄດ້ລົງເຄື່ອນໄຫວຕິດຕາມ ຕ້ານປະກົດການຫຍໍ້ ທໍ້ໃນສັງຄົມໂດຍສະເພາະຜູ້ໃຊ້ລົດໃຊ້ຖະໜົນເຊັ່ນ ຂັບຂີ່ລົດ ຈັກແຂ່ງກັນຕາມຖະໜົນຫົນທາງ, ດັດແປງສະພາບເຕັກນິກ, ລົດຈັກຢາງນ້ອຍ, ໃຊ້ທໍ່ສຽງດັງ.

ADadvertisement
ADadvertisement
ADadvertisement
ປກສ ເມືອງໝື່ນ ແຂວວຽງຈັນໄດ້ກັກຕົວກຸ່ມໄວລຸ້ນຂັບຂີ່ລົດໄວ ແລະ ໃຊ້ສຽງດັງ ໃນຍາມກາງຄືນ ມາສຶກສາອົບຮົມ · ຮູບທີ 3

ສາມາດກັກລົດຈັກດັດແປງສະພາບເຕັກນິກທັງໝົດ 11 ຄັນ ພ້ອມທັງ ນໍາຕົວກຸ່ມໄວລຸ້ນທີ່ກໍ່ເຫດຈໍານວນໜຶ່ງ ມາເຮັດບົດບັນທຶກ ສຶກສາອົບຮົມ ແລະ ແກ້ໄຂລົດຈັກ ທີ່ດັດແປງສະພາບເຕັກນິກລົດ.

ປກສ ເມືອງໝື່ນ ແຂວວຽງຈັນໄດ້ກັກຕົວກຸ່ມໄວລຸ້ນຂັບຂີ່ລົດໄວ ແລະ ໃຊ້ສຽງດັງ ໃນຍາມກາງຄືນ ມາສຶກສາອົບຮົມ · ຮູບທີ 4

ທີ່ມາ: ຂ່າວສານ ເມືອງໝື່ນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 55 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່