ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເມືອງຕະໂອ້ຍ ເຮັດບົດບັນທຶກສຶກສາອົບຮົມກຸ່ມໄວລຸ້ນ 15 ຄົນ ມົ້ວສຸມດື່ມນ້ຳກະທ້ອມ ແລະ ຄໍລະເຈນ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ48 ຄັ້ງ
ປກສ ເມືອງຕະໂອ້ຍ ເຮັດບົດບັນທຶກສຶກສາອົບຮົມກຸ່ມໄວລຸ້ນ 15 ຄົນ ມົ້ວສຸມດື່ມນ້ຳກະທ້ອມ ແລະ ຄໍລະເຈນ
ADadvertisement
ADadvertisement
ADadvertisement
ປກສ ເມືອງຕະໂອ້ຍ ເຮັດບົດບັນທຶກສຶກສາອົບຮົມກຸ່ມໄວລຸ້ນ 15 ຄົນ ມົ້ວສຸມດື່ມນ້ຳກະທ້ອມ ແລະ ຄໍລະເຈນ

ວັນທີ 30 ມິຖຸນາ 2026 ພະແນກຕຳຫລວດ ກອງບັນຊາການ ປກສ ເມືອງຕະໂອ້ຍ ໄດ້ຈັດກອງປະຊຸມສຶກສາອົບຮົມກຸ່ມໄວລຸ້ນ ຈຳນວນ 15 ຄົນ (ຍິງ 6 ຄົນ) ທີ່ມົ້ວສຸມດື່ມນ້ຳກະທ້ອມ ແລະ ດື່ມຄໍລະເຈນປະສົມສານເສບຕິດ. ໂດຍການເປັນປະທານຂອງທ່ານ ພັນໂທ ກິແກ້ວ ແສງສຸລິຍາ, ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າກອງບັນຊາການ ປກສ ເມືອງຕະໂອ້ຍ, ພ້ອມດ້ວຍຜູ້ປົກຄອງຂອງກຸ່ມໄວລຸ້ນເຂົ້າຮ່ວມ.

ປກສ ເມືອງຕະໂອ້ຍ ເຮັດບົດບັນທຶກສຶກສາອົບຮົມກຸ່ມໄວລຸ້ນ 15 ຄົນ ມົ້ວສຸມດື່ມນ້ຳກະທ້ອມ ແລະ ຄໍລະເຈນ · ຮູບທີ 2

ເຈົ້າໜ້າທີ່ໄດ້ສືກສາອົບຮົມເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການດື່ມນ້ຳກະທ້ອມ, ການດື່ມຄໍລະເຈນ ແລະ ການຢາສູບໄຟຟ້າ ທີ່ມີສານເສບຕິດ ທີ່ສົ່ງຜົນກະທົບຮ້າຍແຮງຕໍ່ຮ່າງກາຍ ແລະ ສັງຄົມ ເຊັ່ນ: ຜົນກະທົບຕໍ່ລະບົບປະສາດ, ເຮັດໃຫ້ມີອາການງຸດງິດ, ໃຈເຕັ້ນຜິດປົກກະຕິ, ຊຶມເສົ້າ ແລະ ປະສາດຫຼອນ, ຜົນກະທົບຕໍ່ສຸຂະພາບ, ຮ່າງກາຍຊຸດໂຊມ, ເສຍອະນາຄົດ, ຄອບຄົວແຕກແຍກ ແລະ ສ້າງຄວາມເດືອດຮ້ອນໃຫ້ແກ່ສັງຄົມ.

ປກສ ເມືອງຕະໂອ້ຍ ເຮັດບົດບັນທຶກສຶກສາອົບຮົມກຸ່ມໄວລຸ້ນ 15 ຄົນ ມົ້ວສຸມດື່ມນ້ຳກະທ້ອມ ແລະ ຄໍລະເຈນ · ຮູບທີ 3

ຈາກນັ້ນ, ເຈົ້າໜ້າທີ່ໄດ້ໃຫ້ໄວລຸ້ນ 10 ຄົນ ເຊັນບົດບັນທຶກກ່າວເຕືອນ ແລະ ມອບໃຫ້ພໍ່ແມ່ຜູ້ປົກຄອງນຳໄປສຶກສາອົບຮົມຕໍ່ ໂດຍເນັ້ນຢ້ຳວ່າ: ຕ້ອງປັບປ່ຽນພຶດຕິກຳຢ່າງເດັດຂາດ ຫາກຍັງສືບຕໍ່ກະທຳຜິດອີກ ເຈົ້າໜ້າທີ່ຈະນຳຕົວມາດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ADadvertisement
ADadvertisement
ADadvertisement

ສ່ວນອີກ 5 ຄົນ ທີ່ເຫລືອ ເຈົ້າໜ້າທີ່ ຈະໄດ້ດຳເນີນມາດຕະການຕາມລະບຽບກົດໝາຍຕໍ່ໄປ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່