ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວຈູດທໍາລາຍຢາເສບຕິດຫຼາຍປະເພດ

ໂດຍ Pele
· 5 ເດືອນ ກ່ອນອ່ານ 1 ນາທີ54 ຄັ້ງ
ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວຈູດທໍາລາຍຢາເສບຕິດຫຼາຍປະເພດ
ADadvertisement
ADadvertisement
ADadvertisement

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ຈັດພິທີຈູດທຳລາຍຢາເສບຕິດຫຼາຍປະເພດ ເມື່ອມໍ່ໆມານີ້ ທີ່ຢຶດໄດ້ມາຈາກຄະດີຕ່າງໆເຊິ່ງປະກອບມີທັງຄະດີມີເຈົ້າກຳ ແລະ ບໍ່ມີເຈົ້າກຳ ທີ່ມີຄໍາຕັດສິນຂອງສານ ແລະ ບໍ່ມີຄໍາຕັດ ສິນຂອງສານ.

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວຈູດທໍາລາຍຢາເສບຕິດຫຼາຍປະເພດ

ຄະດີຢາເສບຕິດ ທີ່ມີເຈົ້າກຳ ສານປະຊາຊົນຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວແມ່ນມາຈາກຄະດີໄດ້ມີການຈັບກຸມຕົວຜູ້ກະທຳຜິດ ພ້ອມເຄື່ອງຂອງກາງຢາບ້າ ຈຳນວນ 17.671.335 ເມັດ ນ້ຳໜັກ 1.771 ກິໂລກຼາມ, ຢາ ບ້າມຸ່ນ ຈຳນວນ 7 ຖົງນ້ອຍ ນ້ຳໜັກ 91 ກຼາມ, ຢາບ້າ ປຽກ ຈຳນວນ 1 ຖົງນ້ອຍ ນ້ຳໜັກ 11 ກຼາມ, ຢາໄອສ ຈຳນວນ 24 ຊອງ ນ້ຳໜັກ 681 ກຼາມ,ຄາເຟອີນ ຈຳນວນ 100 ຊອງ ນ້ຳໜັກ 15 ກຼາມ, ເຄຕາມີນ ຈຳນວນ 20 ຖົງໃຫຍ່ ນ້ຳໜັກ 1 ກິໂລກຼາມ, ເຮໂຣອິນ ຈຳນວນ 1ທໍ່ ນ້ຳໜັກ 13 ກຼາມ, ຄໍລາເຈນ ຈຳນວນ 47 ຊອງ ນ້ຳໜັກ 1,7 ກິໂລກຼາມ, ແປ້ງຝຸ່ນສີຂາວ ຈຳນວນ 2 ແພັກ ນ້ຳໜັກ 2 ກິໂລກຼາມ, ແປ້ງຝຸ່ນສີບົວ ຈຳນວນ 1 ຖົງໃຫຍ່ ນ້ຳໜັກ 406 ກຼາມ, ຢາອີ ຈຳນວນ 20 ເມັດ ນ້ຳໜັກ 12 ກຼາມ, ຫົວເຊື້ອ ຢາອີ ຈຳນວນ 25 ກ໋ອງ, ນ້ຳໜັກ 6 ກິໂລກຼາມ, ໄນຕຣັດອົກໄຊ ຈຳນວນ 4 ບັ້ງ, ນ້ຳໜັກ 7,6 ກິໂລກຼາມ, ນໍ້າໜັກລວມທັງໜົດ ຈໍານວນ 1.790 ກິໂລກຼາມ.

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວຈູດທໍາລາຍຢາເສບຕິດຫຼາຍປະເພດ · ຮູບທີ 2

ຢາເສບຕິດ ທີ່ບໍ່ມີເຈົ້າກຳ ທີ່ສານປະຊາຊົນ ຍັງບໍ່ທັນຕັດສິນ ມີທັງໝົດ 15.605 ກິໂລກຼາມ, ໃນນັ້ນ, ມີຢາບ້າ ຈຳນວນ 34.042.400 ເມັດນ້ຳໜັກ 3.435 ກິໂລກຼາມ, ຢາໄອສ ຈຳນວນ 328 ຫໍ່ ນ້ຳໜັກ 328 ກິໂລກຼາມ, ເຄຕາມີນ ຈຳນວນ 1.842 ຫໍ່ ນ້ຳໜັກ 1.842 ກິໂລກຼາມ, ແປ້ງຝຸ່ນ ສີຂາວ ຈຳນວນ 400 ເປົາ ນ້ຳໜັກ 10.000 ກິໂລກຼາມ.

ADadvertisement
ADadvertisement
ADadvertisement

ເຂົ້າຮ່ວມໃນພິທີດັ່ງກ່າວໂດຍ ພົອ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການເລຂາທິການສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 54 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່