MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງອຸດົມໄຊ ສຶກສາອົບຮົມໄວໜຸ່ມ 210 ຄົນ ມົ້ວສຸມສານເສບຕິດ ຢູ່ຮ້ານບັນເທີງ

ປກສ ແຂວງອຸດົມໄຊ ສຶກສາອົບຮົມໄວໜຸ່ມ 210 ຄົນ ມົ້ວສຸມສານເສບຕິດ ຢູ່ຮ້ານບັນເທີງ

Pele
ເຜີຍແຜ່: 7 ກໍລະກົດ 2026, 10:37
ປັບປຸງຫຼ້າສຸດ: 7 ກໍລະກົດ 2026, 10:37
pele - 2026-07-07T102707.320

ປກສ ແຂວງອຸດົມໄຊ ລາຍງານວ່າ: ວັນທີ 3 ກໍລະກົດ 2026 ເຈົ້າໜ້າທີ່ຫ້ອງຕໍາຫລວດກອງບັນຊາການ ປກສ ແຂວງອຸດົມໄຊສົມທົບອົງການຈັດຕັ້ງທີ່ກ່ຽວຂ້ອງໄດ້ສຶກສາອົບຮົມພາກສ່ວນໄວລຸ້ນ ທີ່ມີພຶດຕິກໍາເຄື່ອນໄຫວກິນດື່ມ ແລະ ມົ້ວສຸມສານເສບຕິດ ຢູ່ສະຖານທີ່ບັນເທີງ. ໂດຍການເປັນປະທານຂອງ ພັທ ອຸ່ນເຮືອນ ສິລິພອນ ຮອງຫ້ອງຕຳຫລວດ ປກສ ແຂວງອຸດົມໄຊ, ພ້ອມດ້ວຍເຈົ້າໜ້າທີ່ຊາສະເພາະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກຸ່ມໄວລຸ້ນດັ່ງກ່າວ, ຖືກກັກຕົວໄດ້ຢູ່ສະຖານທີ່ບັນເທີງ 2 ຈຸດໃນເທສະບານແຂວງ ຈໍານວນ 210 ຄົນ, ຍິງ 106 ຄົນ, ຕ່າງປະເທດ 12 ຄົນ.ໃນນີ້, ອາຍຸຕໍ່າກກວ່າ 18 ປີ ຈໍານວນ 34 ຄົນ, ຍິງ 18 ຄົນ, ກວດພົບຜູ້ມີສານເສບຕິດ 34 ຄົນ, ຍິງ 14 ຄົນ, ຕ່າງປະເທດ 2 ຄົນ, ອາຍຸຕໍ່າກວ່າ 18 ປີ ມີຈໍານວນ 18 ຄົນ. ພ້ອມເຄື່ອງຂອງກາງມີ ຄໍລະເຈນ 5 ຊອງ, ຢາສູບໄຟຟ້າ 10 ອັນ ແລະ ໃບກະທ່ອມ ແລະ ສ່ວນປະສົມຈໍານວນ 1 ຊຸດ.

ການສຶກສາອົບຮົມຄັ້ງນີ້ ແມ່ນເພື່ອປູກຈິດສໍານຶກເປົ້າໝາຍທີ່ເຄື່ອນໄຫວປະພຶດສິ່ງທີ່ບໍ່ດີຢູ່ໃນສັງຄົມ ໃຫ້ປັບປຸງຫັນປ່ຽນພຶດຕິກໍາ, ເຄົາລົບປະຕິບັດລະບຽບກົດໝາຍບ້ານເມືອງຢ່າງເຂັ້ມງວດ, ເປັນລູກທີ່ດີ ຂອງພໍ່-ແມ່, ເປັນພົນລະເມືອງດີ ຂອງສັງຄົມ ພ້ອມທັງສະທ້ອນໃຫ້ເຫັນກ່ຽວກັບຜົນຮ້າຍ ແລະ ໄພອັນຕະລາຍຂອງສານເສບຕິດທຸກປະເພດລ້ວນແຕ່ເປັນໄພອັນຕະລາຍຮ້າຍແຮງຕໍ່ ເຊັ່ນ: ນໍ້າກະທ້ອມ, ສານຄໍລະເຈນ ແລະ ຢາສູບໄຟຟ້າ ແລະ ອື່ນໆ ທີ່ມີສານເສບຕິດ ເຊິ່ງສົ່ງຜົນກະທົບ ຮ້າຍແຮງຕໍ່ຮ່າງກາຍ, ບັນຫາດັ່ງກ່າວສົ່ງຜົນສະທ້ອນທີ່ບໍ່ດີດ້ວຍຫຼາຍກໍລະນີ, ເປັນໜໍ່ແໜງປະກົດການຫຍໍ້ທໍ້ຢູ່ໃນສັງຄົມໃນປະຈຸບັນ.

ສ່ວນພວກກ່ຽວທີ່ກວດພົບສານເສບຕິດ ຈໍານວນ 34 ຄົນ, ຍິງ 14 ຄົນແມ່ນໄດ້ວາງມາດຕະການເຂົ້າບໍາບັດ-ດັດສ້າງຕາມລະບຽບ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ