ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເມືອງນາຊາຍທອງ ຈັບຕົວແກ້ງສະແກມເມີ ໄດ້ 23 ຄົນ ຢູ່ບ້ານ ອີໄລໃຕ້

ໂດຍ Pele
· 5 ເດືອນ ກ່ອນອ່ານ 1 ນາທີ50 ຄັ້ງ
ປກສ ເມືອງນາຊາຍທອງ ຈັບຕົວແກ້ງສະແກມເມີ ໄດ້ 23 ຄົນ ຢູ່ບ້ານ ອີໄລໃຕ້
ADadvertisement
ADadvertisement
ADadvertisement

ວັນທີ 30 ມິຖຸນາ 2026 ເວລາ 13:45 ນາທີ ເຈົ້າໜ້າທີ່ໜ່ວຍງານຄຸ້ມຄອງຄົນຕ່າງປະເທດ ແລະ ທ່ອງທ່ຽວ ພະແນກສັນຕິບານ ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ປກສ ກຸ່ມອີໄລ ແລະ ອຳນາດການປົກຄອງບ້ານ ອີໄລໃຕ້ ລົງກວດກາ ແລະ ແກ້ໄຂແກ້ງສະແກມເມີ (Scammer) ຢູ່ຫ້ອງແຖວ ແລະ ເຮືອນເຊົ່າ ເຂດບ້ານ ອີໄລໃຕ້ ເມືອງນາຊາຍທອງ ສາມາດກັກຕົວເປົ້າໝາຍໄດ້ 23 ຄົນ, ມີ 2 ສັນຊາດຄື: ສັນຊາດຈີນ 9 ຄົນ ແລະ ຫວຽດນາມ 14 ຄົນ, ຍິງ 3 ຄົນ.

ປກສ ເມືອງນາຊາຍທອງ ຈັບຕົວແກ້ງສະແກມເມີ ໄດ້ 23 ຄົນ ຢູ່ບ້ານ ອີໄລໃຕ້

ນອກນັ້ນ, ຍັງຢຶດຂອງກາງຄະດີໄດ້ຫຼາຍລາຍການມີ: ຄອມພິວເຕີໂນດບຸກ 16 ໜ່ວຍ, ໂທລະສັບມືຖື 77 ໜ່ວຍ, ໂຟນີ (Phonee) 2 ໜ່ວຍ, ເງິນກີບ 1 ລ້ານກວ່າກີບ, ເງິນດົງ 8 ແສນກວ່າດົງ ແລະ ເຄື່ອງອຸປະກອນຕ່າງໆ ອີກຈຳນວນໜຶ່ງ.

ປກສ ເມືອງນາຊາຍທອງ ຈັບຕົວແກ້ງສະແກມເມີ ໄດ້ 23 ຄົນ ຢູ່ບ້ານ ອີໄລໃຕ້ · ຮູບທີ 2

ປັດຈຸບັນ, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງນາຊາຍທອງ ໄດ້ກັກຕົວເປົ້າໝາຍໄວ້ຄ້າຍຄຸມຂັງຊົ່ວຄາວ ກອງບັນຊາການ ປກສ ເມືອງນາຊາຍທອງ ເພື່ອສືບຕໍ່ດຳເນີນການສືບສວນ-ສອບສວນ ຂະຫຍາຍຜົນ ຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.

ADadvertisement
ADadvertisement
ADadvertisement
ປກສ ເມືອງນາຊາຍທອງ ຈັບຕົວແກ້ງສະແກມເມີ ໄດ້ 23 ຄົນ ຢູ່ບ້ານ ອີໄລໃຕ້ · ຮູບທີ 3

ຂ່າວ: ປກສ ນະຄອນຫຼວງວຽງຈັນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 50 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່