ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເກີດເຫດເຮືອບິນຂົນສົ່ງສິນຄ້າ ໂບອິງ 737 ຂອງສາຍການບິນ K2 Airways ສູນຫາຍເໜືອທະເລອາຣັບ ລູກເຮືອ 5 ຄົນ ຍັງບໍ່ທັນຮູ້ຊະຕາກຳ.

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 2 ນາທີ89 ຄັ້ງ
ເກີດເຫດເຮືອບິນຂົນສົ່ງສິນຄ້າ ໂບອິງ 737 ຂອງສາຍການບິນ K2 Airways ສູນຫາຍເໜືອທະເລອາຣັບ ລູກເຮືອ 5 ຄົນ ຍັງບໍ່ທັນຮູ້ຊະຕາກຳ.
ADadvertisement
ADadvertisement
ADadvertisement
ເກີດເຫດເຮືອບິນຂົນສົ່ງສິນຄ້າ ໂບອິງ 737 ຂອງສາຍການບິນ K2 Airways ສູນຫາຍເໜືອທະເລອາຣັບ ລູກເຮືອ 5 ຄົນ ຍັງບໍ່ທັນຮູ້ຊະຕາກຳ.

ເຮືອບິນຂົນສົ່ງສິນຄ້າແບບ Boeing 737-400 ຂອງສາຍການບິນ K2 Airways ໄດ້ສູນຫາຍໄປຈາກຈໍເຣດາ ເໜືອທະເລອາຣັບ ໃນຂະນະທີ່ກຳລັງບິນເຂົ້າສູ່ນ່ານຟ້າປາກີສະຖານ ເມື່ອຄືນວັນທີ 7 ກໍລະກົດ, ສົ່ງຜົນໃຫ້ທາງການຕ້ອງລະດົມກຳລັງຄົ້ນຫາ ແລະ ຊ່ວຍເຫຼືອລູກເຮືອ ຊາວປາກີສະຖານທັງ 5 ຄົນ ທີ່ຢູ່ເທິງເຮືອບິນ.

ຖ້ຽວບິນ KTA1732 ທະບຽນ AP-BOI ໄດ້ອອກເດີນທາງຈາກທ່າເຮືອບິນສາກົນຊາຈາ (Sharjah) ໃນສະຫະລັດອາຣັບເອມິເຣດ ມຸ່ງໜ້າສູ່ທ່າເຮືອບິນສາກົນຈິນນາ (Jinnah) ເມືອງກາຣາຈີ, ກ່ອນທີ່ຈະຂາດການຕິດຕໍ່ ຫ່າງຈາກເມືອງກາຣາຈີໄປທາງທິດເຕັນຕົກປະມານ 287-300 ກິໂລແມັດ, ໃກ້ກັບເມືອງອໍຣ໌ມາຣາ (Ormara) ໃນແຄວ້ນບາລູຈິສະຖານ.

ຂໍ້ມູນເບື້ອງຕົ້ນຈາກສຳນັກງານທ່າອາກາດສະຍານປາກີສະຖານ ແລະ ລະບົບຕິດຕາມຖ້ຽວບິນລະບຸວ່າ: ເມື່ອເວລາປະມານ 21:18 ໂມງ ຕາມເວລາທ້ອງຖິ່ນ, ນັກບິນໄດ້ແຈ້ງສູນຄວບຄຸມການບິນເມືອງກາຣາຈີວ່າ ລະບົບນຳຮ່ອງຂັດຂ້ອງ ແລະ ຂໍຄວາມຊ່ວຍເຫຼືອໃນການນຳທາງ, ກ່ອນທີ່ໃນເວລາ 21:21 ໂມງ ເຣດາຈະສະແດງໃຫ້ເຫັນວ່າ ເຮືອບິນເລີ່ມຫຼຸດລະດັບລົງຢ່າງໄວວາ ພ້ອມທັງປ່ຽນທິດທາງຢ່າງກະທັນຫັນ ແລະ ຂາດການຕິດຕໍ່ທາງວິທະຍຸໃນເວລາຕໍ່ມາ.

ADadvertisement
ADadvertisement
ADadvertisement
ເກີດເຫດເຮືອບິນຂົນສົ່ງສິນຄ້າ ໂບອິງ 737 ຂອງສາຍການບິນ K2 Airways ສູນຫາຍເໜືອທະເລອາຣັບ ລູກເຮືອ 5 ຄົນ ຍັງບໍ່ທັນຮູ້ຊະຕາກຳ. · ຮູບທີ 2
CREATOR: gd-jpeg v1.0 (using IJG JPEG v62), quality = 82

ຂໍ້ມູນການຕິດຕາມຖ້ຽວບິນຍັງພົບວ່າ: ໃນຊ່ວງບໍ່ກີ່ນາທີກ່ອນທີ່ຈະຫາຍໄປ, ເຮືອບິນໄດ້ສູນເສຍລະດັບຄວາມສູງຢ່າງຫຼວງຫຼາຍ ກ່ອນຈະໄຕ່ລະດັບຂຶ້ນເລັກນ້ອຍ ແລ້ວດິ່ງລົງຢ່າງຮຸນແຮງ, ໂດຍສັນຍານສຸດທ້າຍຖືກບັນທຶກໄວ້ທີ່ລະດັບຄວາມສູງພຽງແຕ່ 1,100 ຟຸດ ແລະ ມີອັດຕາການຫຼຸດລະດັບລົງເຖິງ 22,400 ຟຸດຕໍ່ນາທີ (ປະມານ 6,830 ແມັດຕໍ່ນາທີ), ໃນຂະນະທີ່ຄວາມໄວພາກພື້ນດິນຫຼຸດລົງເຫຼືອປະມານ 211 ກິໂລແມັດຕໍ່ຊົ່ວໂມງ, ຊຶ່ງບົ່ງບອກເຖິງສະຖານະການທີ່ເຮືອບິນອາດຈະບໍ່ສາມາດຄວບຄຸມໄດ້ແລ້ວ.

ໃນຂະນະນີ້ ທາງການຍັງບໍ່ທັນຢືນຢັນສາເຫດຂອງອຸບັດເຫດ, ເຖິງແມ່ນວ່າລາຍງານເບື້ອງຕົ້ນຈະລະບຸວ່າ ຫຼັງຈາກເຮືອບິນອອກຈາກຊາຈາໄດ້ບໍ່ດົນ ໄດ້ເຄີຍເກີດມີສັນຍານລົບກວນລະບົບລະບຸຕຳແໜ່ງດາວທຽມ (GNSS) ຊຶ່ງສົ່ງຜົນກະທົບຕໍ່ເຮືອບິນຫຼາຍລຳໃນພື້ນທີ່, ແຕ່ຫຼັງຈາກບິນອອກສູ່ທະເລອາຣັບ ລະບົບຕິດຕາມກໍໄດ້ກັບມາເຮັດວຽກຕາມປົກກະຕິ.

ເຮືອບິນລຳດັ່ງກ່າວມີອາຍຸການໃຊ້ງານ 27 ປີ, ເດີມທີໄດ້ຖືກສົ່ງມອບໃຫ້ສາຍການບິນ ແອໂຣຟລອດ (Aeroflot) ໃນຖານະເຮືອບິນໂດຍສານ ກ່ອນຈະຖືກດັດແປງເປັນເຮືອບິນຂົນສົ່ງສິນຄ້າໃນປີ 2012 ແລະ ເຄີຍໃຫ້ບໍລິການກັບຫຼາຍສາຍການບິນ, ຈົນກະທັ້ງຖືກສົ່ງມອບໃຫ້ K2 Airways ໃນເດືອນຕຸລາ 2024. ໂດຍມັນເປັນເຮືອບິນຂົນສົ່ງສິນຄ້າພຽງລຳດຽວຂອງສາຍການບິນ. ທັງນີ້, ຖ້ຽວບິນດັ່ງກ່າວແມ່ນຖ້ຽວບິນຕົວເປົ່າ (ບໍ່ມີຜູ້ໂດຍສານ) ຫຼັງຈາກເຂົ້າຮັບການຊ່ອມບຳລຸງທີ່ເມືອງຊາຈາ ໂດຍບໍ່ມີສິນຄ້າບັນທຸກຢູ່ເທິງເຄື່ອງແຕ່ຢ່າງໃດ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 89 ຄັ້ງ
‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່