ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະຖານະການນໍ້າຖ້ວມສູງ ຢູ່ບ້ານນາຕານ ເມືອງນາກາຍ ແຂວງຄໍາມ່ວນ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ35 ຄັ້ງ
ສະຖານະການນໍ້າຖ້ວມສູງ ຢູ່ບ້ານນາຕານ ເມືອງນາກາຍ ແຂວງຄໍາມ່ວນ
ADadvertisement
ADadvertisement
ADadvertisement

ຕອນເຊົ້າວັນທີ 8 ກໍລະກົດ 2026 ນີ້ ລະດັບນໍ້າຖ້ວມ ຢູ່ບ້ານນາຕານ ເມືອງນາກາຍ ແຂວງຄໍາມ່ວນ ຍັງຄົງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງ. ຈາກພາບພື້ນທີ່ຈະເຫັນໄດ້ວ່າ ປະລິມານນໍ້າປ່າໄຫຼຊັດເຂົ້າຖ້ວມບໍລິເວນບ້ານເຮືອນຂອງປະຊາຊົນເປັນວົງກວ້າງ, ຫຼາຍຈຸດລະດັບນໍ້າທ່ວມສູງຈົນເກືອບຈຸພື້ນເຮືອນຊັ້ນ 2 ແລະ ຖ້ວມສິ່ງປຸກສ້າງຊັ້ນດຽວເກືອບມິດຫຼັງຄາ.

ຂໍໃຫ້ທຸກຄົນໃນເຂດບ້ານນາຕານ ແລະ ບໍລິເວນໃກ້ຄຽງ ເພີ່ມຄວາມລະມັດລະວັງເປັນພິເສດ, ຕິດຕາມການລາຍງານສະພາບອາກາດ ແລະ ລະດັບນໍ້າຢ່າງໃກ້ຊິດ ພ້ອມທັງກະກຽມຍົກຍ້າຍສິ່ງຂອງມີຄ່າ ແລະ ສັດລ້ຽງຂຶ້ນສູ່ບ່ອນສູງທີ່ປອດໄພໂດຍດ່ວນ ກວດເຊັກລະບົບກະແສໄຟຟ້າໃນເຮືອນ, ຕັດກະແສໄຟຟ້າໃນຈຸດທີ່ນໍ້າຖ້ວມເຖິງທັນທີເພື່ອຄວາມປອດໄພ. ຫຼີກເວັ້ນການສັນຈອນຜ່ານເສັ້ນທາງທີ່ມີນໍ້າໄຫຼຊ່ຽວ ເພື່ອຄວາມປອດໄພຂອງຊີວິດ ແລະ ຊັບສິນ.

ສະຖານະການນໍ້າຖ້ວມສູງ ຢູ່ບ້ານນາຕານ ເມືອງນາກາຍ ແຂວງຄໍາມ່ວນ
ສະຖານະການນໍ້າຖ້ວມສູງ ຢູ່ບ້ານນາຕານ ເມືອງນາກາຍ ແຂວງຄໍາມ່ວນ · ຮູບທີ 2
ສະຖານະການນໍ້າຖ້ວມສູງ ຢູ່ບ້ານນາຕານ ເມືອງນາກາຍ ແຂວງຄໍາມ່ວນ · ຮູບທີ 3
ສະຖານະການນໍ້າຖ້ວມສູງ ຢູ່ບ້ານນາຕານ ເມືອງນາກາຍ ແຂວງຄໍາມ່ວນ · ຮູບທີ 4
ສະຖານະການນໍ້າຖ້ວມສູງ ຢູ່ບ້ານນາຕານ ເມືອງນາກາຍ ແຂວງຄໍາມ່ວນ · ຮູບທີ 5

ພາບ: ໄອ ອ້ວນ

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່