ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະພາບການເກີດໄພນໍ້າຖ້ວມຢູ່ເມືອງມະຫາໄຊ ໃນວັນທີ 7 ກໍລະກົດ 2026 ປັດຈຸບັນ ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງຈາກອິດທິພົນ ຈາກລົມພະຍຸ ໝູນເຂດຮ້ອນ ໄມ້ສັກ

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 3 ນາທີ39 ຄັ້ງ
ສະພາບການເກີດໄພນໍ້າຖ້ວມຢູ່ເມືອງມະຫາໄຊ ໃນວັນທີ 7 ກໍລະກົດ 2026 ປັດຈຸບັນ ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງຈາກອິດທິພົນ ຈາກລົມພະຍຸ ໝູນເຂດຮ້ອນ ໄມ້ສັກ
ADadvertisement
ADadvertisement
ADadvertisement
ສະພາບການເກີດໄພນໍ້າຖ້ວມຢູ່ເມືອງມະຫາໄຊ ໃນວັນທີ 7 ກໍລະກົດ 2026 ປັດຈຸບັນ ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງຈາກອິດທິພົນ ຈາກລົມພະຍຸ ໝູນເຂດຮ້ອນ ໄມ້ສັກ

ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ສະພາບການເກີດໄພນໍ້າຖ້ວມຢູ່ເມືອງມະຫາໄຊ ໃນວັນທີ 7 ກໍລະກົດ 2026 ຊຶ່ງປັດຈຸບັນ ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງ ໃນລະດັບ ປານກາງ ຫາ ຕົກແຮງ ໂດຍໄດ້ຮັບອິດທິພົນ ຈາກລົມພະຍຸ ໝູນເຂດຮ້ອນ ໄມ້ສັກ ເຮັດໃຫ້ນໍ້າໄດ້ເພີ່ມສູງຂຶ້ນ 10,58 ແມັດ ທຽບໃສ່ ຕອນແລງວັນທີ 6 ກໍລະກົດ 2026 ເພີ່ມຂຶ້ນ 2,20 ແມັດ ຊຶ່ງກໍ່ໃຫ້ເກີດ ມີຜົນກະທົບຫລາຍຢ່າງຢູ່ເມືອງມະຫາໄຊເຊັ່ນ: ທໍ່ບັອກ 4 ລ່ຽມ ລອດທາງຫ້ວຍນໍ້າຊຽງເຊັດ ທາງໄປບ້ານຜານາງ ນໍ້າໄຫລບໍ່ທັນຍິ່ງສູງຂຶ້ນ ເຮັດໃຫ້ມີຄວາມກົດດັນ ນໍ້າໄຫລລົງທໍ່ແຮງ ມີຄວາມສ່ຽງຕໍ່ການເຊາະເຈື່ອນໃນບໍລິເວນປາກທໍ່ ພ້ອມກັນນັ້ນຂົວໄມ້ ທີ່ເຄີຍນໍາໃຊ້ໃນເມື່ອກ່ອນໄດ້ຖືກນໍ້າພັດໄປ.

ສະພາບການເກີດໄພນໍ້າຖ້ວມຢູ່ເມືອງມະຫາໄຊ ໃນວັນທີ 7 ກໍລະກົດ 2026 ປັດຈຸບັນ ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງຈາກອິດທິພົນ ຈາກລົມພະຍຸ ໝູນເຂດຮ້ອນ ໄມ້ສັກ · ຮູບທີ 2

ອີງຕາມການລາຍງານຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໃຫ້ຮູ້ວ່າ: ພ້ອມນີ້, ເສັ້ນທາງຕັດໃໝ່ ຂອງຕົວເມືອງປ່າໜາມ ຖືກນໍ້າເຊາະເຈື່ອນ ໃນບໍບິເວນຂ້າງປາກທໍ່ລອດທາງ ເລິກເຂົ້າໄປ ປະມານ 1 ແມັດ ເສຍຫາຍ 1 ຈຸດ, ເສັ້ນທາງ ເຂົ້າບ້ານ ໂພນເມືອງ ຖືກນໍ້າຖ້ວມຍາວ 130 ແມັດ, ເລິກ 55 ເຊັນ, ສະພາບນໍ້າຖ້ວມ ຫ້ວຍສະໜູດບ້ານໂພນເມືອງ ນໍ້າໄດ້ລົ້ນຕະຝັ່ງໄຫລຖ້ວມພື້ນເຮືອນຂອງພໍ່ແມ່ປະຊາຊົນ ຄຸ້ມວັງປູນໄດ້ຖືກຜົນກະທົບ ຈໍານວນ 47 ຄອບ ຄົວ, 214 ຄົນ, ຍິງ 103 ຄົນ, ຂາດນໍ້າໃຊ້ທີ່ສະອາດ, ການສັນຈອນໄປ-ມາພົບຄວາມຫຍຸ້ງຍາກ ແລະ ຖ້ວມເນື້ອທີ່ທຳການຜະລິດເຂົ້ານາປີຂອງປະຊາຊົນ 120 ເຮັກຕາ.

ສະພາບການເກີດໄພນໍ້າຖ້ວມຢູ່ເມືອງມະຫາໄຊ ໃນວັນທີ 7 ກໍລະກົດ 2026 ປັດຈຸບັນ ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງຈາກອິດທິພົນ ຈາກລົມພະຍຸ ໝູນເຂດຮ້ອນ ໄມ້ສັກ · ຮູບທີ 3

ສຳລັບເມືອງຄູນຄຳ ແຂວງຄຳມ່ວນ ມີຝົນຕົກໜັກຕິດຕໍ່ກັນເປັນເວລາ 05 ວັນແລ້ວ ມາຮອດວັນທີ 07 ກໍລະກົດ 2026 ເຮັດໃຫ້ລະດັບນ້ຳເພີ່ມຂຶ້ນຫລາຍ, ການນຳເມືອງຄູນຄຳ ນຳທີມໂດຍ ທ່ານ ຄຳປ່ຽນ ມະນີຄຳ ກຳມະການພັກແຂວງ ເລຂາພັກເມືອງຄູນຄຳ, ທ່ານ ພົມມະລາ ຄານລາຫວັນ ປະທານຄະນະກຳມະການປົກຄອງເມືອງຄູນຄຳ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະພາບຢ່າງໃກ້ຊິດ, ການລົງຕິດຕາມໃນຄັ້ງນີ້ພົບວ່າລະດັບນ້ຳເພີ່ມຂຶ້ນຫລາຍຈົນເຮັດໃຫ້ເສັ້ນທາງສັນຈອນຄູນຄຳ-ກອງລໍ ເຂດບ້ານນາຄຳ ລົງຫາບ້ານນາກາງຖືກຕັດຂາດລົດນ້ອຍໃຫຍ່ ບໍສາມາດໄປມາໄດ້ ນ້ຳເລີ່ມໄຫ ເຂົ້າເຮືອນປະຊາຊົນ ຮອດຊັ້ນລຸ່ມເຂດບ້ານນາກາງ, ບ້ານແກ້ງ ແລະ ບ້ານມ່ວງນ້ຳສາງ, ໄຮ່ນາບາງສ່ວນຖືກນ້ຳຖ້ວມ, ສ່ວນເຂດບ້ານໜອງຮາງເກົ່າແມ່ນຖືກນ້ຳຖ້ວມ ການສັນຈອນຖືກຕັດຂາດ.

ADadvertisement
ADadvertisement
ADadvertisement
ສະພາບການເກີດໄພນໍ້າຖ້ວມຢູ່ເມືອງມະຫາໄຊ ໃນວັນທີ 7 ກໍລະກົດ 2026 ປັດຈຸບັນ ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງຈາກອິດທິພົນ ຈາກລົມພະຍຸ ໝູນເຂດຮ້ອນ ໄມ້ສັກ · ຮູບທີ 4

ປັດຈຸບັນປະຊາຊົນແມ່ນນຳໃຊ້ເຮືອຈັກເລັ່ງນຳສັດ ແລະ ຊັບສິນມີຄ່າອອກຈາກສະຖານທີ່ດັ່ງກ່າວ ໄປໄວ້ບ່ອນທີ່ປອດໄພ. ການລົງຕິດຕາມໃນຄັ້ງນີ້ ການນຳຂອງເມືອງຄູນຄຳ ໄດ້ໃຫ້ອົງການປົກຄອງບ້ານ, ຂະແໜງການທີ່ກ່ຽວຂ້ອງ ສືບຕໍ່ເຝົ້າລະວັງຕະຫລອດ 24 ຊົ່ວໂມງ ຖ້າຫາກລະດັບນ້ຳຍັງເພີ່ມຂຶ້ນ ໃຫ້ແຈ້ງປະຊາຊົນອົບພະຍົບອອກຈາກບ່ອນທີ່ມີຄວາມສ່ຽງໂດຍໄວ ແລະ ແຈ້ງໃຫ້ເມືອງຮັບຊາບ ເນື່ອງຈາກໃນປັດຈຸບັນເຮືອຈັກຂອງເມືອງທຽບທ່າກຽມ ພ້ອມຊ່ວຍ ເຫລືອປະຊາຊົນຢ່າງເຕັມຄວາມສາມາດ ແລະ ການລົງຕິດຕາມໃນຄັ້ງນີ້ການນຳເມືອງຄູນຄຳ ຍັງໄດ້ມອບເຄື່ອງບໍລິໂພກຈຳນວນໜຶ່ງ ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມອີກດ້ວຍ.

ສະພາບການເກີດໄພນໍ້າຖ້ວມຢູ່ເມືອງມະຫາໄຊ ໃນວັນທີ 7 ກໍລະກົດ 2026 ປັດຈຸບັນ ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງຈາກອິດທິພົນ ຈາກລົມພະຍຸ ໝູນເຂດຮ້ອນ ໄມ້ສັກ · ຮູບທີ 5

ສ່ວນເມືອງໄຊບົວທອງ, ຄະນະການນໍາຂອງເມືອງກໍໄດ້ລົງເຄື່ອນໄຫວ ສໍາຫລວດພື້ນທີ່ ທີ່ມີຄວາມສ່ຽງນໍ້າຖ້ວມຂັງ ຢູ່ພາຍໃນເມືອງ ໂດຍສະເພາະ ຢູ່ຂົວຂ້າມຫ້ວຍບ້ານນາຄໍາຈວງ ແລະ ຂົວຂ້າມຫ້ວຍຜົມດົກ ທີ່ພວມກໍ່ສ້າງຍັງບໍ່ທັນສໍາເລັດ ແລະ ຍັງໄດ້ສໍາຫລວດພື້ນທີ່ ທີ່ຄວາມສ່ຽງຕາມແຜນຜັງຂອງເມືອງ ເປັນຕົ້ນ ຕະຫລາດຊຸມຊົນຂອງເມືອງ ແລະ ຈຸດທີ່ມີຄວາມສ່ຽງອື່ນ ພາຍໃນເມືອງ, ເພື່ອຄົ້ນຄວ້າຊອກຫາວິທີແກ້ໄຂ ໂດຍຈະໄດ້ເຈາະລວງທໍ່ເກົ່າ ໄປຫາ ຄອງລະບາຍນໍ້າ ທີ່ພວມສ້າງໃໝ່ ເພື່ອລະບາຍນ້ຳ ລົງສູ່ຂົວເຫລືອງ ຫ້ວຍນ້ຳປຽດ, ເພື່ອຫລຸດຜ່ອນການເກີດນໍ້າຖ້ວມຂັງໃນໄລຍະລະດູຝົນນີ້.

ສະພາບການເກີດໄພນໍ້າຖ້ວມຢູ່ເມືອງມະຫາໄຊ ໃນວັນທີ 7 ກໍລະກົດ 2026 ປັດຈຸບັນ ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງຈາກອິດທິພົນ ຈາກລົມພະຍຸ ໝູນເຂດຮ້ອນ ໄມ້ສັກ · ຮູບທີ 6
ສະພາບການເກີດໄພນໍ້າຖ້ວມຢູ່ເມືອງມະຫາໄຊ ໃນວັນທີ 7 ກໍລະກົດ 2026 ປັດຈຸບັນ ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງຈາກອິດທິພົນ ຈາກລົມພະຍຸ ໝູນເຂດຮ້ອນ ໄມ້ສັກ · ຮູບທີ 7

ແຫລ່ງຂ່າວຈາກ: ແຂວງຄຳມ່ວນ (ຂປລ)

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່