ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປ່ອຍຍຸງ ໂວບັກເຄຍ ເພື່ອຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ຢູ່ແຂວງອຸດົມໄຊ

ໂດຍ Pele
· 5 ເດືອນ ກ່ອນອ່ານ 2 ນາທີ46 ຄັ້ງ
ປ່ອຍຍຸງ ໂວບັກເຄຍ ເພື່ອຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ຢູ່ແຂວງອຸດົມໄຊ
ADadvertisement
ADadvertisement
ADadvertisement

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຮ່ວມກັບ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ, ພະແນກ ສາທາລະນະສຸກ ແຂວງອຸດົມໄຊ ໄດ້ປ່ອຍຍຸງ ໂວບັກເຄຍ ຂອງໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍການນຳໃຊ້ ຍຸງ ໂວບັກເຄຍ (Wolbachia).

ປ່ອຍຍຸງ ໂວບັກເຄຍ ເພື່ອຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ຢູ່ແຂວງອຸດົມໄຊ

ພິທີປ່ອຍຍຸງ ໂວບັກເຄຍ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2026 ຢູ່ທີ່ແຂວງອຸດົມໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ສຸຫວັດ ມະຫາວົງສະນັ່ນ ຮອງປະທານຄະນະກຳມະການປົກຄອງ ແຂວງອຸດົມໄຊ, ທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ປ່ອຍຍຸງ ໂວບັກເຄຍ ເພື່ອຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ຢູ່ແຂວງອຸດົມໄຊ · ຮູບທີ 2

ປະເທດ ອົດສະຕຣາລີ ໄດ້ໃຫ້ສະໜັບສະໜູນ ສປປ ລາວ ໃນການຕ້ານພະຍາດໄຂ້ຍຸງລາຍ ພາຍໃຕ້ໂຄງການຫຼຸດຜ່ອນການສົ່ງເຊື້ອໄຂ້ຍຸງລາຍ ໂດຍການນຳໃຊ້ ຍຸງ ໂວບັກເຄຍ ຢູ່ ສປປ ລາວ ຊຶ່ງຍຸງ ໂວບັກເຄຍ ບໍ່ສາມາດແຜ່ເຊື້ອພະຍາດ ເຊັ່ນ: ໄຂ້ຍຸງລາຍ, ຊິກ້າ, ຊິກຸກັນຢາ. ເມື່ອຖືກປ່ອຍໃນຊຸມຊົນ ຍຸງດັ່ງກ່າວ ຈະສືບພັນກັບຍຸງລາຍບ້ານ ແລະ ຈະຫຼຸດຜ່ອນການແຜ່ເຊື້ອພະຍາດ. ວິທີການ ອີງຕາມຫຼັກວິທະຍາສາດ ດັ່ງກ່າວແມ່ນມີຄວາມປອດໄພ, ແລະ ຈະສາມາດຊ່ວຍຊີວິດ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ ລະບົບ ສາທາລະນະສຸກ, ວິທີການດັ່ງກ່າວ ຍັງເປັນມິດຕໍ່ສິ່ງແວດລ້ອມອີກດ້ວຍ.

ADadvertisement
ADadvertisement
ADadvertisement
ປ່ອຍຍຸງ ໂວບັກເຄຍ ເພື່ອຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ຢູ່ແຂວງອຸດົມໄຊ · ຮູບທີ 3

ພະຍາດໄຂ້ຍຸງລາຍ ເປັນອີກພະຍາດໜຶ່ງ ທີ່ພວກເຮົາບໍ່ຄວນເບິ່ງຂ້າມ ແລະ ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ ຊຶ່ງປະຈຸບັນ ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍໃນທົ່ວປະເທດ ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ເຫັນວ່າການລະບາດຂອງໄຂ້ຍຸງລາຍ ຍັງບໍ່ມີທີທ່າວ່າຈະຫຼຸດລົງ ແຕ່ຍັງບໍ່ທັນມີກໍລະນີເສຍຊີວິດ ຍ້ອນໄຂ້ຍຸງລາຍ ເທື່ອ.

ອີງຕາມຂໍ້ມູນສູນຂ່າວສານການແພດສຸຂະສຶກສາ ໄດ້ລາຍງານວ່າ: ນັບແຕ່ຕົ້ນເດືອນມັງກອນ 2026 ຫາວັນທີ 5 ກໍລະກົດ 2026, ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມແລ້ວ 2,469 ກໍລະນີ, ໃນນັ້ນ ແຂວງ ເຊກອງ ເປັນອັນດັບໜຶ່ງທີ່ມີຜູ້ປ່ວຍໄຂ້ຍຸງລາຍ 427 ກໍລະນີ, ຮອງລົງມາ ແຂວງອຸດົມໄຊ 324 ກໍລະນີ, ແຂວງຫຼວງນໍ້າທາ 305 ແລະ ແຂວງອື່ນໆ ອີກ, ສ່ວນແຂວງຫົວພັນ ຍັງບໍ່ມີຜູ້ຕິດເຊື້ອຍຸງລາຍ ເທື່ອ.

ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່